ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວ໋າງ​ນິງ ​ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ VinSpeed (ກຸ່ມ​ບໍ​ລິ​ສັດ Vingroup) ເປັນ​ເຈົ້າ​ຂອງ​​ລົງ​ທຶນ​ດ້ວຍຍອດ​ເງິນ​ລົງ​ທຶນ​ກ່​ວາ 147.000 ຕື້​ດົ່ງ (ກວ່າ 5,6 ຕື້ USD). ໂຄງ​ການ​ມີ​ຄວາມ​ຍາວ​ປະ​ມານ 120 ກີ​ໂລ​ແມັດ, ເຊື່ອມ​ຕໍ່​ບັນ​ດາ​ສູນກາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫຍ່​ຄື: ຮ່າ​ໂນ້ຍ, ບັກ​ນິງ, ຫ໋າຍ​ຝ່ອງ ແລະ ກວ໋າງ​ນິງ. ໂຄງ​ການ​ນຳ​ໃຊ້​ລົດ​ໄຟ​ຄວາມ​ໄວ​ສູງ​ລຸ້ນ​ໃໝ່​ຫຼ້າສຸດ, ທັນ​ສະ​ໄໝ​ທີ່​ສຸດພ້ອມ​ກັບ​ລະ​ບົບ​ຂໍ້​ມູນ​, ສັນ​ຍານ, ວັດ​ຖຸ​ອຸ​ປະ​ກອນ​​ແຖວ​ໜ້າ​ໂລກ ໂດຍ ບໍ​ລິ​ສັດ Siemens Mobility (ເຢຍ​ລະ​ມັນ)ສະ​ໜອງ ແລະ ຈະ​ຄ່ອຍໆ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່ VinSpeed ​ໃນ​ວິ​ວັດ​ການ​ເຄື່ອນ​ໄຫວເປັນເທື່ອ​ລະ​ກ້າວ. ທ່ານ ຫງວຽນຫວຽດ​ກວາງ, ຮອງ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Vingroup ແບ່ງ​ປັນ​ວ່າ:

​ດ້ວຍ​ຄວາມ​ໄວສູງ​ທີສຸດ, ໂຄງ​ການ​ຈະ​ເປີດ​ແກນ​ເຊື່ອມ​ຕໍ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ນະ​ຄອນຫຼວງ ກັບ​ບັນ​ດາ​ສູນ​ອຸດ​ສາ​ຫະ​ກຳ, logistics ແລະ ການ​ທ່ອງ​ທ່ຽວ ຢູ່​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ທິດ​ເໜືອ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄ້າ​ຂາຍ, ການ​ລົງ​ທຶນ ແລະ ເຄື່ອນ​ຍ້າຍ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ພ້ອມ​ທັງສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ພັດ​ທະ​ນາ​ຕາມ​ທິດ​ເຊື່ອມ​ຕໍ່​ເຂດ​ໃຫ້ແໜ້ນ​ແຟ້ນ​ກວ່າ.

ດ້ວຍ​ຄວາມ​ໄວ​ອອກ​ແບບ​ສູງ​​ສຸດ​ແມ່ນ 350 ກີ​ໂລ​ແມັດ/ຊົ່ວ​ໂມງ, ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ຮ່າ​ໂນ້ຍ - ກວ໋າງ​ນິງ ຈະ​ຊ່ວຍຫຼຸດ​ເວ​ລາ​ເດີນ​ທາງ​​​ໄປ​ກັບລະ​ຫວ່າງ ​ຮ່າ​ໂນ້ຍ ​ກວ໋າງ​ນິງ​ ລົງ​ 5 – 7 ເທົ່າ. ບ່ອນເລີ່ມ​ຕົ້ນຂອງ​ໂຄງ​ການ​ແມ່ນ​ຢູ່ສະ​ຖານ​ນີ​ລົດ​ໄຟ ໂກ​ລວາ (ຮ່າ​ໂນ້ຍ) ບ່ອນສຸດ​ທ້າຍ​ແມ່ນ​ຢູ່​ສະ​ຖາ​ນີ​ລົດ​ໄຟ ຮະ​ລອງ (ກວ໋າງ​ນິງ). ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວ໋າງ​ນິງ ຈະ​ໄປ​ຜ່ານ​ສາມສະ​ຖານ​ນີ​ຄ່ຽນຖ່າຍແມ່ນ ຢາ​ບິ່ງ (ບັກ​ນິງ), ນິງສາ (ຫ໋າຍ​ຝ່ອງ), ອຽນ​ຕື (ກວ໋າງ​ນິງ). ໂດຍ​ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ລະຫວ່າງເຂດ ​ສາຍທຳ​ອິດ​ທີ່ໄດ້​ຜັນ​ຂະ​ຫຍາຍ​ຢູ່ ຫວຽດ​ນາມ, ເສັ້ນ​ທາງ​ລົດ​ໄຟ ຮ່າ​ໂນ້ຍ - ກວ໋າງ​ນິງ ບໍ່​ພຽງ​ແຕ່​ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ໃຫ້​ແກ່​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງພາກ​ເໜືອ​ເທົ່າ​ນັ້ນ ​ຫາກ​ຍັງ​ປະກອບສ່ວນຫັນ​ຄວາມ​ຕັດ​ສິນ​ໃຈ​ຍົກ​ສູ​ງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ​ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງອີກດ້ວຍ. ທ່ານ ບຸຍ​ວັນ​ຄັ້ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ນິງ ໃຫ້​ຮູ້​ວ່າ:

ເມື່ອ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 350 ກີ​ໂລ​ແມັດ/ຊົ່ວ​ໂມງ ກໍ່​ສ້າງ​ສຳ​ເລັດ, ເວ​ລາເດີນ​ທາງ​ຈະຫຼຸດ​ລົງ​ເຫຼືອພຽງ 25 ນາ​ທີ ​ຖ້າ​ບໍ່​ຢຸດ​ຢູ່​ສະ​ຖາ​ນີ​ລົດ​ໄຟຕ່າງໆ. ນີ້​ແມ່ນ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ່ງທີ່​ເຫັນ​ໄດ້​ຊັດ, ແມ່ນ​ບັນ​ດາ​ປັດ​ໄຈ​ໃໝ່​ເພື່ອ​ສ້າງໂອ​ກາດໃຫ້​ແກ່ການ​​ພັດ​ທະ​ນາ.

ການ​ເດີນ​ທາງຢ່າງວ່ອງ​ໄວ ແລະ ສະ​ດວກ​ລະ​ຫວ່າງ​ບັນ​ດາ​ນະ​ຄອນ​ ຈະ​ສ້າງເປັນ​ພື້ນ​ທີ່​ເສດ​ຖະ​ກິດ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ, ຊ່ວຍໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ກະ​ແສ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ຢ່າງ​ແຮງ. ໜຶ່ງ​ໃນ​ບັນ​ດາ​ເປົ້າໝາຍ​ສຳ​ຄັນ​ຂອງ​ໂຄງ​ການ ແມ່ນ​ຊ່ວຍໃຫ້​ ກວ໋າງ​ນິງ, ​ແຂວງທີ່​ພວມບົນ​ເສັ້ນ​ທາງ​​ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ກາຍ​ເປັນ​ຕາ​ໂສ້​ສຳ​ຄັນ​ໃນ​ເຄືອ​ຂ່າຍ​ເສດ​ຖະ​ກິດ​ທາງ​ທິດ​ເໜືອ. ພິ​ເສດ, ດ້ວຍ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ການ​ເຊື່ອມ​ຕໍ່ທີ່​ສະ​ດວກ​ກັບ ​ຮ່າ​ໂນ້ຍ ແລະ ບັນ​ດາ​ທ້ອງ​ຖິ່ນ​ອື່ນ​ຈະ​ຊ່ວຍໃຫ້ ​ກວ໋າງ​ນິງ ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​ດ້ານ​ການ​ທ່ອງ​ທ່ຽວ​ຂອງອ່າວ​ ຮະ​ລອງ​, ອຽນ​ຕື ແລະ ບັນ​ດາ​ເຂດ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ລະ​ດັບ​ສູງຢ່າງ​ມີ​ປະ​ສິດ​ທິ​ຜົນກວ່າ​ອີກ. ທ່ານ ​ບຸຍ​ວັນ​ຄັ້ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ນິງ ໃຫ້​ຮູ້​ວ່າ ສຳ​ລັບ ​ກວ໋າງ​ນິງ, ໂຄງ​ການ​ແມ່ນ​ກຳ​ລັງ​ໜູນ​ຍຸດ​ທະ​ສາດ​ເພື່ອ​ເປີດກວ້າງພື້ນ​ທີ່​ພັດ​ທະ​ນາ​ໃໝ່ ແລະ ຍົກ​ສູງ​ຖາ​ນະ​ບົດ​ບາດ​ໃນ​ການ​ເຊື່ອມ​ຕໍ່​ເຂດ. ການ​ເຊື່ອມ​ຕໍ່​​ໂຍ​ກົງກັບ​ນະ​ຄອນຫຼວງ ຮ່າ​ໂນ້ຍດ້ວຍ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ ຈະ​ນຳ ກວ໋າງ​ນິງ ​ກາຍ​ເປັນຂົ້ວ​ເຕີບ​ໂຕ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເຂດ.

ພວກ​ຂ້າພະເຈົ້າໄດ້​ລາຍ​ງານ​ຕໍ່ສູນ​ກາງ​ໃຫ້​ ກວ໋າງ​ນິງ ຄົ້ນ​ຄ້​ວາ​ເພື່ອ​ລົງ​ທຶນ​​ກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ ຫ໋າຍ​ຝ່ອງ - ຮະ​ລອງ - ​ມ້ອງ​ກາຍ ກັບ​ແຂວ​ງ ຕຸງຊິງ (ຈີນ), ຕາມຮູບ​ການຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ທັງ​ຜູ້​ໂດຍ​ສານ ແລະ ສິນ​ຄ້າ. ຂ້າ​ພະ​ເຈົ້າ​ຖື​ວ່າ​ ນີ້​ແມ່ນ​ບັນ​ດາ​ປັດ​ໄຈ​ສະ​ດວກ​ທີ່​ສຸດ​ກ່ຽວ​ຂ້ອງເຖິງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວ໋າງ​ນິງ ບໍ່​ພຽງ​ແຕ່​ມຸ່​ງ​ໄປ​ເຖິງ​ການ​ເຊື່ອມ​ຕໍ່​ບັນ​ດາ​ທ້ອງ​ຖິ່ນ ຜ່ານ​ລະ​ບົບ​ຄົມ​ມະ​ນາ​ຄົມທີ່​ທັນ​ສະ​ໄໝເທົ່ານັ້ນ, ​ຫາກ​ຍັງ​ສ້າງ​ແລວ​​ເສດ​ຖະ​ກິດ​ໃໝ່, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ລວມ​ຂອງ​ເຂດ​​ທິດ​ເໜືອ. ຢູ່ໃນວິໄສທັດ​ໄລ​ຍະ​ຍາວ, ໂຄງ​ການ​ເປີດ​ອອກ​ກາ​ລະ​ໂອ​ກາດ​ສ້າງເປັນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເສັ້ນ​ທາງ​ລົດ​ໄຟ​ທີ່​ທັນ​ສະ​ໄໝ​ຢູ່ ຫວຽດ​ນາມ ດ້ວຍຄົບ​ພາກສ່ວນປະກອບ​ນັບ​ແຕ່​ການ​ຜະ​ລິດ, ເຕັກ​ໂນ​ໂລ​ຢີ​ ຕະຫຼອດ​ຮອດ​ການ​ເຄື່ອນ​ໄຫວ ແລະ ບຳ​ລຸງກໍ່​ສ້າງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ. ນີ້​ແມ່ນ​ຂົງ​ເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ມີ​ຄວາມ​ສາ​ມາດແຜ່​ລາມ​ອອກ​ຢ່າງ​ແຮງ ແລະ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ວິ​ວັດ​ການ​ຫັນ​​ເປັນປະ​ເທດ​ອຸ​ດ​ສາ​ຫະ​ກຳ.