ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2026 ຫາ​ວັນ​ທີ 31 ທັນ​ວາ 2026, ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຈະ​ບໍ່​​ຕ້ອງຄິດ​ໄລ່​​ໜີ້ສິນທີ່​ຍັງ​ຄ້າງເພີ່ມ​ເຕີມສຳ​ລັບ​ເຮືອນ​ຢູ່​ສັງ​ຄົມ, ເຂດ​ອຸດ​ສາ​ຫະ​ກຳ ແລະ ເຂດ​​ຜະ​ລິດ​ເພື່ອ​ສົ່ງ​ອອກ ເມື່ອ​ທຽບໃສ່​​ທ້າຍ​ປີ 2025 ເຂົ້າ​ໜີ້ສິນ​ເຊື່ອ​ອະ​ສັງ​ຫາ​ລິ​ມະ​ຊັບ​ເມື່ອ​ຄວບ​ຄຸມກ​ານເຕີບ​ໂຕ​ສິນ​ເຊື່ອ. ນະ​ໂຍ​ບາຍ​ໄດ້​ຍົກ​ອອກ​ມາ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ທະ​ນາ​ຄານ​ເປີດກວ້າງ​ແຫຼ່ງ​ທຶນ​ສິນ​ເຊື່ອ ສຳ​ລັບ​ອະ​ສັງ​ຫາ​ລິ​ມະ​ຊັບ​ທີ່​ໄດ້​ຮັບ​ບຸ​ລິ​ມະ​ສິດ, ເໝາະ​ສົມ​ກັບ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ, ພື້ນ​ຖານ​ໂຄ​ງ​ລ່າງ​ອຸດ​ສາ​ຫະ​ກຳ ແລະ ຊຸກ​ຍູ້​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ. ບັນ​ຊີ​ລາຍ​ຊື່ 25 ທະ​ນາ​ຄານ​ການ​ຄ້າທີ່​ໄດ້​ນຳໃຊ້​ກົນ​ໄກ​ດັ່ງ​ກ່າວ​ລວມ​ມີຫຼາຍ​ທະ​ນາ​ຄານ​ໃຫຍ່.

ດ້ວຍ​ໂຄງ​ການບ້ວງ​ສິນ​ເຊື່ອ​ເຮືອນ​ຢູ່​ສັງ​ຄົມ, ມາ​ຮອດກາງ​ເດືອນ​ມີນາ 2026, ຍອດໜີ້​ໃຫ້​ກູ້​ຢຶມ​ບັນ​ລຸປະມານ 41.000 ຕື້​ດົ່ງ (ກວ່າ 1,55 ຕື້ USD). ໃນ​ນັ້ນ, ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ ໄດ້​ປ່ອຍ​ເງິນກວ່າ 25.000 ຕື້​ດົ່ງ (0,95 ຕື້​USD), ໃນ​ຂະ​ນະ​ທີ່​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ໃຫ້​ກູ້​ຢຶມກວ່າ 16.000 ຕື້​ດົ່ງ (ກວ່າ 0,6 ຕື້USD). ນີ້​ໄດ້​ຮັບ​ຖື​ວ່າແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການບ້ວງ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ໂດຍ​ຂະ​ແໜງ​ທະ​ນາ​ຄານພວມ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ເພື່ອ​ຊ່ວຍ​ປະ​ຊາ​ຊົນເຂົ້າເຖິງ​ເຮືອນ​ຢູ່ສັງ​ຄົມ ແລະ ຊຸກ​ຍູ້​ແຫຼ່ງ​ສະ​ໜອງ​ເຮືອນ​ຢູ່​ດ້ວຍ​ລາ​ຄາ​ເໝາະ​ສົມ​ໃນ​ຕະຫຼາດ. ທ່ານ ຫງວຽນ​ຮຶງ, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ການ​ຄ້າ ຫຸ້ນ​ສ່ວນ ​ຕຽນ​ຟອງ ໃຫ້​ຮູ້​ວ່າ:

“ທະ​ນາ​ຄານແຫ່ງ​ລັດ​ມີ​ນະ​ໂຍ​ບາຍ​ລະ​ອຽດ​ສຳ​ລັບ​ແຕ່​ລະ​ຕະຫຼາດ​ສະ​ເພາະ​ສົ່ງ​ເສີມ​ຕະຫຼາດ​ຄື: ເຮືອນ​ຢູ່​ທົ່ວ​ໄປ, ເຮືອນ​ຢູ່ສຳລັບຜູ້​ມີ​ລາຍ​ຮັບ​ຕ່ຳ, ເຮືອນ​ຢູ່​ສັງ​ຄົມ… ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ການ​ເຂົ້າ​ເຖິງເພີ່ມຂຶ້ນ”.

ການຄັດ​ເລືອກ​​ບຸ​ລິ​ມະ​ສິດ​ເຮືອນ​ຢູ່​ສັງ​ຄົມ ແລະ ເຂດ​ອຸດ​ສາ​ຫະ​ກຳ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ກະແສ​ທຶນ​ພວມ​ໄດ້​ຮັບການສ້າງ​ໂຄງ​ປະ​ກອບ​ຄືນໃໝ່ຕາມ​ທິດທີ່​ປອດ​ໄພ ແລະ ມີ​ເປົ້າ​ໝາຍກວ່າ.

ພາຍຫຼັງ​ການ​ຕົກ​ລົງ​ນີ້​ ແມ່ນສະພາບຕົວຈິງທີ່​​ປະ​ຕິ​ເສດ​ໄດ້ຍາກ​ເມື່ອແຫຼ່ງ​ສະ​ໜອງ​ເຮືອນ​ຢູ່​ທີ່​ມີລາຄາທີ່ເໝາະສົມຢູ່​ນະ​ຄອນ ໂຮ່​ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ ຫຼື ຮ່າ​ໂນ້ຍ​ ພວມ​ຂາດ​ເຂີນ. ລາ​ຄາ​ເຮືອນ​ການ​ຄ້າ​ເພີ່ມ​ຂຶ້ນຢ່າງໄວວາໃນ​ຫຼາຍປີ​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ແຫຼ່ງ​ສະ​ໜອງ​ເຮືອນ​ຢູ່ສຳລັບຜູ້​ມີ​ລາຍ​ຮັບ​ຕ່ຳ​ນັບ​ມື້​ນັບຫຼຸດ​ລົງ. ໃນ​ສະ​ພາບ​ການ​ນັ້ນ, ການ​ໃຫ້​ບຸ​ລິ​ມະ​ສິດ​ສິນ​ເຊື່ອ​ສຳລັບ​ເຮືອນ​ຢູ່​ສັງ​ຄົມ​ບໍ່​ພຽງ​ແຕ່​ແມ່ນ​ມາດ​ຕະ​ການ​ໜູນ​ຊ່ວຍ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບເທັ່ານັ້ນ. ນີ້​ພວມ​ກາຍ​ເປັນ​ບັນຫາສະ​ຫວັດ​ດີ​ການສັງ​ຄົມ​ຢູ່​ຕົວ​ເມືອງ ແລະ ​ຮັບ​ປະ​ກັນ​ກຳ​ລັງ​ແຮງ​ງານ ຢູ່​ບັນ​ດາ​ສູນ​ກາ​ຜະ​ລິດ​ທີ່​ສຳ​ຄັນໃຫ້​ເປັນ​ປົກ​ກະ​ຕິ. ທ່ານ ຫງວຽນ​ຕວັນ​ແອັງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ​ບໍ​ລິ​ສັດ​ໃຫຍ່ລົງ​ທຶນ​ພັດ​ທະ​ນາ​ເຮືອນ​ຢູ່ ແລະ ຕົວ​ເມືອງ ໃຫ້​ຮູ້​ວ່າ:

ວິ​ສາ​ຫະ​ກິດ​ກູ້​ຢຶມ​ເງິນໃນ​ໄລ​ຍະ​ສັ້ນ​ທີ່​ສຸດ​ ແຕ່​ສ່ວນຫຼາຍ​ແມ່ນ​ປະ​ຊາ​ຊົນ, ມີ​ດອກ​ເບ້ຍຄົງ​ທີ່​ຮັບ​ປະ​ກັນ​ສະ​ຫວັດ​ດີ​ການສັງ​ຄົມ, ​ມີ​ນະ​ໂຍ​ບາຍ​ຄົບ​ຊຸດ ເວ​ລາ​ນັ້ນ​ຈຶ່ງ​ຈະແກ້​ໄຂ​ໄດ້​ບັນ​ດາ​ບັນ​ຫາຢ່າງ​ເຖິງຖອງເພື່ອ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ.

ບໍ່​ພຽງ​ແຕ່​ບັນ​ດາ​ໂຄງ​ການ​ເຮືອນ​ຢູ່​ສັງ​ຄົມ​ເທົ່າ​ນັ້ນ, ເຂດ​ອຸດ​ສາ​ຫະ​ກຳ ແລະ ເຂດຜະ​ລິດ​ເພື່ອ​ສົ່ງ​ອອກ​ກໍ່ນອນ​ໃນ​ກຸ່ມທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ​ຈາກ​ນະ​ໂຍ​ບາຍ​ໃໝ່​ອີກ​ດ້ວຍ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່ ຫວຽດ​ນາມ ພວມ​ແກ່ງ​ແຍ້ງ​ຢ່າງ​ແຮງ​ເພື່ອ​ດຶງ​ດູດ​ແຫຼ່ງ​ທຶນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າ​ງ​ປະ​ເທດ (FDI), ພິ​ເສດ​ແມ່ນໃນ​ບັນ​ດາ​ຂົງ​ເຂດເຕັກໂນໂລຢີ​ສູງ, ເອ​ເລັກ​ໂຕ​ນິກ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ແລະ ການ​ຜະ​ລິດ​ສີ​ຂຽວ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີຫຼາຍ​ທ້ອງ​ຖິ່ນຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ​ ຍ້ອນ​ຄວາມ​ຕ້ອງ​ການເງິນ​ທຶນ​ ໃຫ້ວຽກ​ງານ​ບຸກເບີກໜ້າພຽງ, ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຈອດ, ໄຟ​ຟ້າ, ນ້ຳ​ປະ​ປາ ແລະ ແກ້​ໄຂ​ສິ່ງ​ແວດ​ລ້ອມ​ຫຼາຍທີ່ສຸດ. ການ​ເປີດກວ້າງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ສິນ​ເຊື່ອ​ຈະ​ຊ່ວຍ​ໃຫ້ບັນ​ດາ​ວິ​ສ​າ​ຫະ​ກິດ​ພັດ​ທະ​ນາ​ເຂດ​ອຸດ​ສາ​ຫະ​ກຳ​ທີ່​ມີ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກ​ເພື່ອ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ລົງ​ທຶນ, ຜ່ານ​ນັ້ນ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ເອົາ​ບັ​ນ​ດາ​ໂຄງ​ການ FDI ຂອບ​ຂະ​ໜາດ​ໃຫຍ່.

ກ່ຽວ​ກັບ​ດ້ານມະ​ຫາພາກ, ຂໍ້​ຕົກ​ລົງ​ຂອງ​ທະ​ນາ​ຄານແຫ່ງ​ລັດ ທີ່ປະ​ກາດໃຊ້​ໃນ​ສະ​ພາບ​​ລັດ​ຖະ​ບານ​ພວມ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່ ເພື່ອ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສູງ​ໃນ​ໄລ​ຍະ 2026 - 2030 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ເຮືອນ​ຢູ່​ສັງ​ຄົມ​ ຊ່ວຍແກ້​ໄຂ​ບັນ​ຫາ​ສະ​ຫວັດ​ດີ​ກາ​ນ​ສັງ​ຄົມ ແລະ ​ຮັບ​ປະ​ກັນກຳ​ລັງ​ແຮງ​ງານໃຫ້​ເປັນ​ປົກ​ກະ​ຕິ. ເຂດ​ອຸດ​ສາ​ຫະ​ກຳ​ ສ້າງ​ພື້ນ​ຖານ​ດຶງ​ດູດ FDI, ເປີດກວ້າງ​ການ​ຜະ​ລິດ ແລະ ສ້າງວຽກ​ເຮັດ​ງານ​ທຳ. ທັງ​ສອງ​ບັນ​ດາ​​ລ້ວນ​ແຕ່​ມີ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ແຮງເຖິງຫຼາຍ​ຂະ​ແໜງ​ວິຊາຊີບ​ອື່ນ, ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ແບບ​ຍືນ​ຍົງ​ໃຫ້​ແກ່ ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ.