ຫວຽດ​ນາມ ໄດ້​ສ້າງ​ເຄືອ​ຂ່າຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ເປີດກວ້າງ, ເປີດຫຼາຍ​ກາ​ລະ​ໂອ​ກາດ​ກ່ຽວ​ກັບ​ຕະຫຼາດ, ການ​ລົງ​ທຶນ ແລະ ການ​ສົ່ງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ບຸ​ລິມະ​ສິດຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຕ່າງໆ ຈະບໍ່​ສາ​ມາດເຕີບ​ໂຕ​ດ້ວຍ​ຕົ​ນ​ເອງ​ໄດ້ ຖ້າ​ຂາດ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ທ້ອງ​ຖິ່ນ ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງວິ​ສາ​ຫະ​ກິດ. ໃນ​ສະ​ພາບ​ການ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ, ສິ່ງ​ແວດ​ລ້ອມ, ແຮງ​ງານ ແລະ ການ​ພັດ​ທ​ະນາ​ແບບ​ຍືນ​ຍົງ​ນັບ​ມື້​ນັບ​ເຄັ່ງ​ຂັດ ແລະ ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ FTA ຢ່າງມີ​ປະ​ສິດ​ທິ​ຜົນ​ ພວມ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ສຳ​ຄັນ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ.

ປັດ​ຈຸ​ບັນ​ຫວຽດ​ນາມ ມີ FTA 17 ສະ​ບັບ​ພວມ​ປະ​ຕິ​ບັດ, ເປີດກວ້າງ​ພື້ນທີ່​ຕະຫຼາດ​ໃຫ້​ແກ່​ສິ​ນ​ຄ້າ ແລະ ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ໃຫ້​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ນີ້​ເສີມ​ຂະ​ຫຍາຍ​​ປະ​ສິດ​ທິ​ຜົນໄດ້, ​ແມ່ນຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ກັນ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ໃນ​ການ​ນຳ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັ​ບ​ພາ​ສີ​ອາ​ກອນ, ຕົ້ນ​ກຳ​ເນີດ, ມາດ​​ຕະຖານ​​ດ້ານເຕັກ​ນິກ ແລະ ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຕະຫຼາດ​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດໝູນ​ໃຊ້​ບຸ​ລິ​ມະ​ສິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຫ໋າຍ​ຝ່ອງ ​ແມ່ນຕົວ​ຢ່າງໜຶ່ງ. ປີ 2026, ເຖິງ​ວ່າ​ຫາ​ກໍ່​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​,ການບໍ​ລິ​ຫານ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ​ ແລະ ຕ້ອງຮັບ​ມື​ກັບ​ບັນ​ດາ​ການ​ຜັນ​ແປ​ຂອງ​ການ​ຄ້າ​ສາ​ກົນ, ​ແຕ່ນະ​ຄອນ​ຍັງ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GRP 11,81%. ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ 91,72 ຕື້ USD, ໃນ​ນັ້ນ ​ການ​ສົ່ງ​ອອກ​ບັນ​ລຸ 50,14 ຕື້ USD. ຕາມ​ໝາກ​ຜົນ​ຂອງ FTA Index 2025, ຫ໋າຍ​ຝ່ອງ​ ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ FTA. ທ່ານ ​ຮວ່າງ​ມິງ​ເກື່ອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຫ໋າຍ​ຝ່ອງ ໃຫ້​ຮູ້​ວ່າ:

ຕ້ອງ​ຖື​ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ ແລະ ຖືປະສົບ​ການ​ຕົວ​ຈິງ​ຂອງ​ວິ​ສາ​ຫະ​ກິດ​ແມ່ນ​ໄມ້ຫຼາ​ວັດ​ແທກ. ຫ໋າຍ​ຝ່ອງ​ ຄ່ອຍໆຫັນ​ປ່ຽນ​ຈາກ​ການ​ໂຄ​ສະ​ນາ​ລວມໄປ​ສູ່ການ​ສະ​ໜອງ​ຂໍ້​ມູນ​ຕາມ​ຂະ​ແໜງ​ສິນ​ຄ້າ, ຕາມ​ຕະຫຼາດ, ເພີ່​ມທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ແກ້​ໄຂ​ຂໍ້​ສ​ະ​ເໜີ​ກ່ຽວ​ກັບ​ການ​ສົ່ງ​ອອກ​-ນຳ​ເຂົ້າ​ຢ່າງ​ທັນ​ການ, C/O ແລະ logistics. ນະ​ໂຍ​ບາຍຈະ​ມີ​ຄຸນ​ຄ່າ​ກໍ່ຕໍ່ເມື່ອວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ໄດ້, ເຂົ້າ​ໃຈ​ໄດ້ ແລະ ຫັນ​ເປັນ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຕະຫຼາດ ແລະ ວຽກ​ເຮັດ​ງານ​ທຳ​ໄດ້.

ບໍ່​ພຽງ​ແຕ່​ເປີດກວ້າງ​ຕະຫຼາດ, ຫ໋າຍ​ຝ່ອງ ​ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ ແລະ ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະຖານ​ໃໝ່. ທ່ານ ຮວ່າງ​ມິງ​ເກື່ອງ ໃຫ້​ຮູ້​ວ່າ:

ຫ໋າຍ​ຝ່ອງ​ ໄດ້​ປະ​ສານ​ສົມ​ທົບ​ກັນ​ເປີດກວ້າງ​ຕະຫຼາດ​ດ້ວຍ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ພາຍ​ໃນ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ນະ​ຄອນ​ໃຫ້​ບຸ​ລິ​ມະ​ສິດ​​ແກ່ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ສະ​ອາດ, ການ​ຜະ​ລິດ​ສີ​ຂຽວ, ນຳ​ໃຊ້​ພະ​ລັງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໜູນ​ຊ່ວ​ຍ​ວິ​ສາ​ຫະ​ກິດ​ຕອບ​ສະ​ໜອງ​ກົດ​ເກັນ​ແຫຼ່ງ​ກຳ​ເນີດສິນ​ຄ້າ, ມາດ​​ຕະຖານ​ສິ່ງ​ແວດ​ລ້ອມ, ແຮງ​ງານ ແລະ ການຊອກ​ຫາແຫຼ່ງ​ທີ່​ມາ​ຂອງ​ຜະ​ລິດ​ຕະ​ພັ​ນ. ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ​ອາ​ກອນ ແມ່ນ​ໂອ​ກາດ, ແຕ່​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ,ຄວາມ​ສາ​ມາດ​ດ້ານ​ດີ​ຈີ​ຕອນ ແລະ ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລະ​ບົບ​​ຕ່ອງ​ໂສ້​ການສະ​ໜອງ ​ຈຶ່ງ​​ເປັນ​ປັດ​ໃຈຕັດ​ສິນ​ຄວາມ​ສາ​ມາດ​ເດີນ​ໄປ​ໄກ​ຂອງວິ​ສາ​ຫະ​ກິດ.

ຢູ່ ແທັງ​ຮ​ວ໋າ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ FTA ກໍ່​ໄດ້​ນຳ​ເຂົ້າ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ສຸມ​ໃສ່​ເປີດກວ້າງ​ຕະຫຼາດ, ພັດ​ທະ​ນາ logistics, ຍົກ​ສູງ​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ແຫຼ່ງ​​ກຳ​ເນີດ​ສິນ​ຄ້າ​ເປັນ​ໂປ່ງ​ໃສ. ຕາມ FTA Index 2025 ແລ້ວ, ແທັງ​ຮ​ວ໋າ​ ຢືນ​​ອັນ​ດັບ 3 ໃນ​ທົ່ວ​ປະ​ເທດ. ທ່ານ ຢ​ວານ​ຈ້​ອງ​ແທັງ, ຮອງ​ຫົວ​ໜ້າ​ຫ້ອງການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ-​ສົ່ງ​ອອກ, ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຂວງ ແທັງ​ຮ​ວ໋າ ໃຫ້​ຮູ້​ວ່າ:

ບົນ​ພື້ນ​ຖານ​ບັນ​ດາ​ສັນ​ຍາ​ທີ່ໄດ້​ລົງ​ນາມ, ທາງ​ແຂວງ​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ເພື່ອ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ໃນ​ທັນ​ທີ, ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບັນ​ດ​າວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ ​ກຳ​ແໜ້ນ​ ແລະ ໝູນໃຊ້​ບັນ​ດາ​ທ່າ​ໄດ້​ປຽບໄດ້. ທີ​ສອງ​ແມ່ນ​ປະ​ກາດ​ໃຊ້​ບັນ​ດາ​ແຜ​ນ​ນະ​ໂຍ​ບາຍ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຄື​ ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດເມື່ອ​ມີ​ຕະຫຼາດ​ໃໝ່, ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ໃໝ່ ແລະ ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ກໍ່​ຄື​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ກຳ​ປັ່ນ​ສາ​ກົນ ເພື່ອມອບ​ຮັບ​ສິນ​ຄ້າ​ຢູ່​ທ່າ​ກຳ​ປັ່ນ​ ງີ​ເຊີນ ກໍ່​ຄື​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ທີ່​ມີ​ສິນ​ຄ້າ​ສົ່ງ​ອອກ​ຜ່ານ​ທ່າ​ກຳ​ປັ່ນ ​ງີ​ເຊີນ.

ຕົວ​ຈິງ​ຈາກ​ບັນ​ດາ​ທ້ອ​ງ​ຖິ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ບັດ FTA ພວ​ມ​ກາຍ​ເປັນ​ເນື້ອ​ໃນ​ໜຶ່ງ​ຂອງ​ການ​ຄຸ້ມ​ຄອງ​ ແລະ ​ບໍ​ລິ​ຫານການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ. ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ຕ້ອງ​ຖື​ການ​ປະ​ຕິ​ບັດ FTA ແມ່ນ​ພາກ​ສ່ວນ​ໜຶ່ງທີ່ຂາດ​ບໍ່​ໄດ້ຂອງ​ຍຸດ​ທ​ະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ແມ່ນ​ຕົວ​ເລກ​ຄາດ​ໝາຍ​ທີ່ສຳ​ຄັນ​​ເພື່ອ​ຕີ​ລາ​ຄາ​ຄວາມ​ສາ​ມາດບໍ​ລິ​ຫານ ແລະ ເຊື່ອມ​ໂຍງ​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ຫາກບໍ່ພຽງ​ແຕ່​ແມ່ນ​ໜ້າ​ທີ່​ສະ​ເພາະ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫຼື​ຂະ​ແໜງ​ການ​ຕ່າງ​ປະ​ເທດເທົ່ານັ້ນ. ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ນຳ​ການ​ປະ​ຕິ​ບັດ FTA ແລະ ໂຄງ​ການ​ບໍ​ລິ​ຫານ​ການພັດ​ທະນາເສດ​ຖະ​ກິດ​-ສັງ​ຄົມຕິດພັນກັບ​ໜ້າ​ທີ່ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ​ໜ້າ.

ເພາະ​ສະ​ນັ້ນ, ການ​ປະ​ຕິ​ບັດ FTA ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ເຜີຍ​ແຜ່​ຄຳ​ໝັ້ນ​ສັນ​ຍາເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຫັນ​​ເປັນ​ການ​ກະ​ທຳ​ລະ​ອຽດ​ຢູ່​ແຕ່​ລະ​ທ້ອງ​ຖິ່ນ. ເມື່ອ​ອຳ​ນາດ​ການ​ປົກ​ຄອງ​ຮ່ວມ​ເດີນ​ທາງ​ແລະ​ໃກ້​ຊິດ​ຕິດ​ແທດ​ກັບ​ວິ​ສາ​ຫະ​ກິດ, ສ່ວນ​ວິ​ສາ​ຫະ​ກິດ​ຕ້ອງ​​ເປັນ​ເຈົ້າ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ເຕັກ​ໂນ​ໂລ​ຢີ ແລະ ​ຄວາມ​ສາ​ມາດ​ຕອບ​ສ​ະ​ໜອງ​ມາດຕະ​ຖານ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກາ​ນ​ຄ້າ​ຈຶ່ງຈະ​ສາ​ມາດ​ກາຍ​ເປັນ​ຕະຫຼາດ, ​ມີໃບ​ສັ່ງ​ຊື້​ສິນ​ຄ້າ ແລະ ​ມີຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຍືນ​ຍົງໄດ້.