ໃນ​ຕອນ​ບ່າຍ​ມື້​ໜຶ່ງ​ຢູ່​ຮ້ານ​ຄ້າ​ທີ່​ຖະ​ໜົນ ຮ່າງ​ດ່າວ, ເມືອງ​ ຮວ່ານ​ກຽມ, ຮ່າ​ໂນ້ຍ, ເອື້ອຍ Sophia Miller, ແຂກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ມາ​ຍັງ​ຮ້າຍ​ຂາຍ​ເຄື່ອງ​ທີ່​ລະ​ນຶກ​ແຫ່ງ​ໜຶ່ງ,ເລືອກ​ເອົາ​ຂອງ​ຕ້ອນ​ຈຳ​ນວນ​ໜຶ່ງ​​ ແລ້ວ​ເອົາ​ໂທ​ລະ​ສັບອອກມາ ແທນ​ທີ່​ຈະ​ເອົາ​ກະ​ເປົາ​ເງິນອອກ. ພາຍຫຼັງ​ scan QR 2 – 3 ວິ​ນາ​ທີ, ການ​ຊຳ​ລະ​ສຳ​ເລັດ. ເອື້ອຍ​ບໍ່​ຈຳ​ເປັນຕ້ອງ​ມີເງິນ​ນ້ອຍ, ບໍ່​ຕ້ອງ​ແລກ​ເງິນ, ກໍ່​ບໍ່​ຈຳ​ເປັນ​ຕ້ອງ​ສົນໃຈ​ເຖິງ​ອັດ​ຕາ​ແລກ​ປ່ຽນ. ເອື້ອຍ​ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ໄປ​ທ່ອງທ່ຽວຢູ່ສອງ​ປະ​ເທດໃນ​ອາ​ຊີ ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກຫຍຸ້ງໆ ແລະ ​ສັບ​ສົນ​ທີ່​ສຸດ ເມື່ອ​ຍາມ​ໃດ​ກໍ່​ຕ້ອງຖື​ເງິນ​ສົດ​ໄປ​ນຳ. ແຕ່​ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາວິ​ທີ​ຊຳ​ລະ​ໃໝ່​ດ້ວຍ​ການ scan QR ​ອັນໄດ້ຊ່ວຍ​ໃຫ້ການ​ໄປທ່ອງ​ທ່ຽວ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ດວກ ແລະ ງ່າຍ​ດາຍກວ່າ.

ປ້າ ຮວ່າງ​ທິ​ເລືອງ, ແມ່​ຄ້າຂາ​ຍ​ເຄື່ອງ​ທີ່​ລະ​ນຶກ​ຢູ່​ຖະ​ໜົນ​ ຮ່າງ​ດ່າວ, ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຊຳ​ລະ​ດ້ວຍ​ລະ​ຫັດ QR ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້.

“ໃນ​ເມື່ອ​ກ່ອນ, ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ, ຈີນ, ໄທ ແລະ​ກຳ​ປູ​ເຈຍ ເຄີຍ​ຊຳ​ລະ​ດ້ວຍ​ເງິນ​ສົດ ຫຼື scan ບັດ​ສິນ​ເຊື່ອ. ບາງ​ເທື່ອ, ແຂ​ກ​ທ່ອງ​ທ່ຽວ​ຊຳ​ລະ​ດ້ວຍ​ເງິນ​ຕາຕ່າງ​ປະ​ເທດ​​ທີ່ມີ​ມູນ​ຄ່າ​ສູງ, ເຂົາ​ເຈົ້າ​ຕ້ອງ​ລໍ​ຖ້າ​ດົນ​ເຕີບຈຶ່ງ​ໄດ້​ຮັບ​ເງິນ​ທອນ. ປັດ​ຈຸ​ບັນ, ເຂົາ​ເຈົ້າ​ພຽງ​ແຕ່​ຊຳ​ລະ​ດ້ວຍ​ການ scan QR ແລະ ສຳ​ເລັດ​ການ​ຊຳ​ລະ​ໃນ​ເວ​ລາ​ສັ້ນໆ. ການ​ຊຳ​ລະແບບ​ບໍ່​ໃຊ້​ເງິນ​ສົດ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້ການ​ຊຳ​ລະ​ໄດ້​ປະ​ຕິ​ບັດຢ່າງວ່ອງ​ໄວເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ໃຊ້ຈ່າຍຢ່າງ​ສະ​ດວກ​ສະ​ບາຍກວ່າ ​ໂດຍບໍ່​ຈຳ​ເປັນ​ຕ້ອງ​ແລກ​ເງິນ”.

ນັບແຕ່​ຮ້ານ​ຂາຍ​ເຄື່ອງ​​ນ້ອຍ​ໆຢູ່​ເມືອງ​ເກົ່າ​ ຮ່າ​ໂນ້ຍ ຕ​ະຫຼອດ​ຮອດ​ບັນ​ດາ​ການ​ບໍ​ລິ​ການ​ຂົນ​ສົ່ງ ແລະ ພັກ​ອາ​ໄສ, ​ແຂກ​ທ່ອງ​ທ່ຽວ​ສາ​ກົນສາ​ມາດ scan QR ແລະ ຊຳ​ລະ​ແບບ​ອອນ​ໄລ​ດ້ວຍ​ແອັບ ທະ​ນາ​ຄານ​ຂອງ​ປະ​ເທດ​ຕົນ ພາຍໃນ​ເວ​ລາ​ພຽງ 2 – 3 ວິ​ນາ​ທີ ໄດ້ຢ່າງ​ງ່າຍ​ດາຍ. ຕາມ​ບົດ​ລາຍ​ງານ e-Conomy SEA 2025, ຍອດ​ມູນ​ຄ່າ​​ການ​​ທຸ​ລະ​ກຳດ້ານ​ການ​ທ່ອງ​ທ່ຽວທາງ​ອອນ​ໄລ​ຢູ່ ຫວຽດ​ນາມ ຄາດ​ວ່າ​ບັນ​ລຸ 4 ຕື້ USD, ເພີ່ມ​ຂຶ້ນ 16%, ​ອັນ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ອ່ຽງ​ຫັນ​ປ່ຽນ​ ຈາກການ​ທຸ​ລະ​ກຳ​ແບບ​ເກົ່າ ເປັນ​ການທຸ​ລະ​ກຳດີ​ຈີ​ຕອນ. ຂໍ້​ມູນ​ຈາກ​​ແພຼດຟອມ​ Payoo ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2025, ການ​ຊຳ​ລະເງິນແບບ​ບໍ່​ໃຊ້​ເງິນ​ສົດ​ຈາກ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຢູ່ ຫວຽດ​ນາມ ເພີ່ມ​ຂຶ້ນ​ສະ​ເລ່ຍ​ປະ​ມານ 10%/ເດືອນ.

ຕາມ​ທ່ານ ຫງວຽນ​ດັງ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ ຊຳ​ລະ​ແຫ່ງ​ຊາດ ຫວຽດ​ນາມ (NAPAS) ແລ້ວ, ເມື່ອກ່​ອນ​ ບັນ​ດ​າ​ວິ​ທີ​​ຊຳ​ລະ​ແບບ​ເກົ່າ​ແມ່ນ​ຮົ້ວ​ກີດ​ຂວາງ​ຕໍ່​ແຂກ​ທ່ອງ​ທ່ຽວ​ເມາ​ ຫວຽດ​ນາມ. ແຕ່​ປັດ​ຈຸ​ບັນ, ການ​ຊຳ​ລະ​​ທາງ​ອອນ​ໄລ​ຈາກ​ບັນ​ຊີ ຫຼື ກະ​ເປົາເງິນ​ເອ​ເລັກ​ໂຕ​ນິກ ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ກະ​ຕຸກ​ຊຸກ​ຍູ້ເຂົາ​ເຈົ້າ​ຊື້​ເຄື່ອງຂອງ​ເມື່ອ​ມາທ່ອງ​ທ່ຽວ ຫວຽດ​ນາມ.

ຢູ່​ຫຼາຍປະ​ເທດ, ແຂກ​ທ່ອງ​ທ່ຽວ​ນຳ​ໃຊ້ mobile banking ຂອງ​ທະ​ນາ​ຄານ​ ກໍ່​ຄືກ​ະ​ເປົາ​ເງິນ​ເອ​ເລັກ​ໂຕ​ນິກ ແລະ scan QR ເພື່ອ​ຊຳ​ລະ​ບັນ​ດາ​ບ້ວ​ງ​ເງິນ​ໃຊ້​ຈ່າຍ. ເມື່ອ​ມາ ຫວຽດ​ນາມ, ເຂົາ​ເຈົ້າ​ກໍ່​ປະ​ຕິ​ບັດ​ການ​ຊຳ​ລະດ້ວຍ​ການ scan QR . ເປັນັນ​ວ່າ​ ການ​​ຊຳ​ລະ ບໍ່​ມີ​ຫຍັງ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ ກັ​ບ​ຢູ່ ຫວຽດ​ນາມ.

ໄປ​ຄຽງ​ຄູ່​ກັບ​ປັດ​ໄຈ​ສະ​ດວກ, ການ​ຊຳ​ລະແບບ​ບໍ່​ໃຊ້​ເງິນ​ສົດ​ຍັງ​ປະ​ກອບ​ສວ່ນ​ຍົກ​ສູງ​ລັກ​ສະ​ນະ​ໂປ່ງ​ໃສ. ລາ​ຄາ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ, ຂໍ້​ມູນ​ການ​ທຸ​ລະ​ກຳ​ໄດ້​ຮັກ​ສາ​ໄວ້, ຜ່ານ​ນັ້ນ ກໍ່​ປັບປຸງ​ຄວາມ​​ເຊື່ອ​ໝັ້ນ​ຂອງ​ແຂກ​ທ່ອງ​ທ່ຽວ​ຕໍ່​ການ​ບໍ​ລິ​ການ​ຂອງ​ທ້ອງ​ຖິ່ນ. ເອື້ອຍ ຫງວຽນ​ເຕິມ​ອານ, ຫົວ​ໜ້າ​ລະ​ບົບ​ໂຮງ​ແຮມ ແລະ ຫ້ອງ​ການ​ tour ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

ເມື່ອ​ໂຮງ​ແຮມນຳ​ໃຊ້​ຫຼາຍ​ຮູບ​ການ​ຊຳ​ລະ, ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ໄດ້​ຄວາມ​ສະ​ດວກ ແລະ ອຸ່ນ​ອ່ຽນໃຈ​ເມື່ອ​ຈອງ​ຫ້ອງ ແລະ ບັນ​ດາ tour ທ່ອງ​ທ່ຽວ. ສິ່ງ​ນີ້​ຊ່ວຍ​ໃຫ້ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ເຖິງຫຼາຍ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ. ຢູ່​ຮາກ​ຖານ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ນອກ​ຈາກ​ການ​ຊຳ​ລະ​ທາງ​ອອນ​ໄລຢູ່​ກັບທີ່, ພວກ​ຂ້າ​ພະ​ເຈົ້າ​ກ​ຍັງນຳ​ໃຊ້ payment link (link ຊຳ​ລະ) ຂອງ9Pay ເພື່ອສົ່ງ​ link ໃຫ້​ແຂກທ່ອງ​ທ່ຽວ. ເມື່ອ​ເຂົາ​ເຈົ້າ​ຈອງ​ຫ້ອງ​ຜ່ານ ອີເມວ ຫຼື ສື່​ສັງ​ຄົມ​ອອນ​ໄລ, ເຂົາ​ເຈົ້າ​ພຽງ​ແຕ່​ເປີດ link, ຊຳ​ລະ​ດ້ວຍ​ບັດ ຫຼື​ບັນ​ດາ​ພາ​ຫະ​ນະ​ຊຳ​ລະ​ທາງອອນ​ໄລໃນ​ໂທ​ລະ​ສັບ​ໄດ້ຢ່າງວ່ອງ​​ໄວ ແລະ ສະ​ດວກ.

ໃນ​ສັງ​ກາດ​ດີ​ຈີ​ຕອນ, ທ່າ​ໄດ້​ປຽບ​ແກ້ງ​ແຍ້ງຂອງ​ແຂກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່ແມ່ນຊັບ​ພະ​ຍາ​ກອນ​ ຫຼື​ການ​ໂຄ​ສະ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຄວາມ​ສາ​ມາດ​ຈັດ​ຕັ້ງ​ກະ​ແສ​ເງິນ, ຂໍ້​ມູນ ​ແລະ ​ການໃຊ້​ຈ່າຍ​ໃຫ້​ກາຍ​ເປັນ​ລະ​ບົບ​ຢ່າງ​ຕໍ່​ເນື່ອງ. ສຳລັບ ​ຫວຽດ​ນາມ, QR code ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ມື​ຊຳ​ລະ​ເທົ່າ​ນັ້ນ ​ຫາກ​ຍັງ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງອິນ​ເຕີ​ເຟດ​ເຄື່ອນ​ໄຫວ​ຂອງ​ການ​ທ່ອງ​ທ່ຽວໃນຕົວ​ເມືອງ​ທີ່​ທັນ​ສ​ະ​ໄໝອີກດ້ວຍ.