ການ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ພວມ​​ພັດ​ທະ​ນາ​ຢ່າງ​ແຮງເມື່ອ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ແລະ ລາຍ​ຮັບຈາກ​ການ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ເປັນ​ໜ້າ​ປະ​ທັບ​ໃຈ. ໂດຍ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 26 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມໃນ​ສັງ​ກາດ​ໃໝ່, ບັນ​ດາ​ທ້ອງ​ຖິ່ນຢູ່​ເຂດ​ທ່​ົງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ພວມ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ, ນະ​ໂຍ​ບາຍ ແລະ ກົນ​ໄກ​ຈຳ​ເພາະ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ​​ຈາກ ​“ຈຸດພັກ​ເຊົາ” ​ໃຫ້ກາຍເປັນ “ສະ​ຖານ​ທີ່ທ່ອງທ່ຽວ” ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ສຽງຂັ​ບ​ຮ້ອງ​ອັນ​​ລຽບ​ງ່າຍ​ໄດ້​ດັງ​ຂຶ້ນຢູ່​ທ່າມ​ກາງ​ເຂດ​ປ່າ​ສະເໝັດ ອູ​ມິງ​ຮະ ຂອງ​ແຂກ​ທ່ອງ​ທ່ຽວທີ່​ເຂົ້າ​ຮ່ວມ tour ທ່ອງ​ທ່ຽວ “ກາງ​ເວັນ​ຢູ່​ເຂດ​ດິນ​ມຸຍ​ສີ ຂຽວອ - ກາງ​ຄືນ​ຢູ່ ອູ​ມິງ ແຫ່ງອະພິນິຫານ”, ຍິ່ງເຮັດໃຫ້ ​ດິນ​ແດນ ແລະ ຊາວ​ກາ​ເມົາມີຄວາມໃກ້​ຊິດ​ສະ​ໜິດ​ສະ​ໜົມກວ່າ. ໃນການ​ເດີນ​ທາງ​ສອງວັນ, ​ແຂກ​ທ່ອງ​ທ່ຽວ​ຈະໄດ້ດຳ​ລົງ​ຊີ​ວິດທ່າມກາງ​ທຳ​ມະ​ຊາດ ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ຄື: ການວາງຮັງເຜີ້ງ, ຈັບ​ປາ​ຢູ່​ທົ່ງ​ນາ, ​ຟັງ​ເລື່ອງ​ຕະຫຼົກ​ຂອງ ​ລຸງ​ ບາ​ຟີ, ຮັບ​ປະ​ທານອາ​ຫານ​ເຂດ​​ປ່າ​ທາງພາກ​ໃຕ້… ສິ້ນ​ສຸດ​ການ​ທ່ອງ​ທ່ຽວ, ແຂກ​ທ່ອງ​ທ່ຽວ ລ້ວນ​ແຕ່​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​​ດ້ວຍ​ການ​ຍ້ອງ​ຍໍ​ ​ທີ່ຫ​ສົ່ງ​ມາຂະ​ແໜງ​ການ​ທ່ອງ​ທ່ຽວ​ແຂວງ ກາ​ເມົາ:

ຂ້າ​ພະ​ເຈົ້າ​ເຫັນວ່າ tour ​ທ່ອງ​ທ່ຽວນີ້​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ຮຽບ​ຮ້ອຍດ້ວຍ​​ການຈັດ​ຕັ້ງ ແລະ ເຊື່ອມ​ຕໍ່​ບັນ​ດາ​ສະ​ຖານ​ທີ່ທ່ອງ​ທ່ຽວຢ່າງ​ລອບ​ຄອບ ແລະ ເປັນ​ມື​ອາ​ຊີບ.

ແຂ​ກ​ທ່ອງ​ທ່ຽວ​ຄື​ຂ້າ​ພະ​ເຈົ້າ​ໄດ້​ລ່ອງ​ເຮືອ​ລຽບ​ຕາມ​ປ່າ​ສະ​ເໝັດ​ທີ່ສວຍ​ງາມ. ໄດ້​ຮັບ​ປະ​ທານອາ​ຫານ​​ທີ່ແຊບ​​ນົວ ແລະ​ເຫັນ​ວ່າ ຊາວ​ກາ​ເມົາກໍ່ເປັນ​ມິດ​ທີ​ສຸດ.

tour ທ່ອງ​ທ່ຽວ “ກາງ​ເວັນ​ຢູ່​​ດິນ​ມຸຍ ສີຂຽວອ - ກາງ​ຄືນ​ຢູ່ ອູ​ມິງ ແຫ່ງອະພິນິຫານ” ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ກາ​ເມົາ​ ເວົ້າ​ສະ​ເພາະ ແລະ ເຂດ​ທ່​ົງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ເວົ້າ​ລວມ. ໃນ​ໂອ​ກາດ​ວັ​ນຊາດ ຫວຽດ​ນາມ (2/9) ຜ່ານ​ມາ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ສ້າງລາຍ​ຮັບ​ສູງສຸດເມື່ອ​ທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ນຳ​ໜ້າ​ແມ່ນ ​ອານ​ຢາງ ດ້ວຍ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວກ​​ວ່າ 580.000 ເທື່ອ​ຄົນ, ນະ​ຄອນ ​ເກິ່ນ​ເທີ ​ຕ້ອນ​ຮັບ ແຂກ​ທ່ອງ​ທ່ຽວກວ່າ 353.000 ເທື່ອ​ຄົນ, ກາ​ເມົາ ​ຕ້ອນ​ຮັບແຂກ​ທ່ອງ​ທ່ຽວກວ່າ 210.400 ເທື່ອ​ຄົນ; ວິ້ງ​ລອງ ແລະ ດົ່ງ​ທາບ​ກໍ່​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ນີ້, ບັນ​ດາ​ທ້ອງ​ຖິ່ນ​ໄດ້​ເປັນ​ເຈົ້າ​ການ​ເຮັດ​ໃໝ່ຜະ​ລິດ​ຕະ​ພັນ, ນັບ​ແຕ່​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ແລ້ວ ຫັນໄປສູ່​ການເປັນ​ເຈົ້າ​ການ​ອອກ​ແບບ, ລົງ​ຕົວ​ຈິງ. ທ່ານ ນາງ ຫງວຽນ​ທິ​ກິມ​ອຽນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮົ່ງ​ງຶ, ແຂວງ ​ດົ່ງ​ທາບ ໃຫ້​ຮູ້​ວ່າ:

ບົນ​ພື້ນ​ຖານ​ຄວາມ​ນິ​ຍົມ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ເຂົາ​ເຈົ້າ​ຢາກກັບມາ​ທ່ອງ​ທ່ຽວເຂດ​ແມ່​ນ້ຳ​ລຳເຊເພື່ອ​​ມີ​ປະ​ສົບ​ການ​ຍາມນ້ຳ​ຂຶ້ນ​​, ກໍ່​ຄື​​ໄດ້ສຳ​ຜັດ​ກັບເຂດ​ບ້ານ​ນາ​ຕິດ​ກັບ​ຊາຍ​ແດນ. ພວກ​ຂ້າ​ພະ​ເຈົ້າ​ພວມ​ກຳ​ນົດ​ທິດ​ວາງ​ແຜນ​ຜັງ​ເຂດ​ດິນ​ແດນ ​ຮົ່ງ​ງຶ ​ໃຫ້ເປັນ​ສະ​ຖານ​ທີ່ທ່ອງ​ທ່ຽວ​​ໂດຍເສີມ​ຂະ​ຫຍາຍ​​ພື້ນ​ຖານ​ວັດ​ທະ​ນະ​ທຳ​ແມ່​ນ້ຳ, ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ, ເຊື່ອມ​ຕໍ່​ກັບ​ເຂດ​ຊາຍ​ແດນ​ເພື່ອ​ກຳ​ນົດ​ທິດ​ຍາວ​ນານ​ໃຫ້​ແກ່​ການ​ພັດ​ທະ​ນາການ​ທ່ອງ​ທ່ຽວ​ສີ​ຂຽວ.

ແຂວງ ຫວິງ​ລອງ ​ກໍ່​​ເຮັດ​ໃໝ່​ການ​ທ່ອງ​ທ່ຽວ​ດ້ວຍ tour ທ່ອງ​ທ່ຽວໝູ່​ບ້ານ​ອາ​ຊີບ, ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ​​ສີແດງ, ​ຖີບລົດ​ທ່ອງ​ທ່ຽວ​ເຂດດອນກາງນ້ຳ. ພິ​ເສດ​ແມ່ນມີ​​ລາຍການ​ທ່ອງ​ທ່ຽວ​​ໃໝ່​ຢູ່​​ຕາມແມ່​ນ້ຳ​ຂອງ ດ້ວຍເຮືອທ່ອງທ່ຽວ, ເຊື່ອມ​ຕໍ່​ແຂ​ກ​ທ່ອງ​ທ່ຽວ​ມາ​ຈາກ ​ກຳ​ປູ​ເຈຍ ຫຼື ນະ​ຄອນ ໂຮ່​ຈີ​ມິນ ແວ່​ຢາມ ວິງ​ລອງ. ທ່ານນາງ ຫງວຽນ​ທິ​ງອກ​ຢຸງ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ ວິງ​ລອງ ໃຫ້​ຮູ້​ວ່າ:

Slogan ຂອງ​ການ​ທ່ອງ​ທ່ຽວ ​ວິງ​ລອງ​ ແມ່ນ “ຈຸດ​ໝາຍປາຍທາງທີ່ປອດ​ໄພ, ເປັນ​ມິດ, ມີ​ຄຸນ​ນະ​ພາບ”. ປັດ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ພວມ​ສຸມ​ໃສ່​ຂຸດ​ຄົ້ນ​ທຸກ​ຮູບ​ແບບການ​ທ່ອງ​ທ່ຽວ​ທ​າງ​ນ້ຳ​ໃຫ້​ເປັນ​ຢ່າງ​ດີ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ, ຮັກ​ສາ​ທິ​ວ​ທັດ​ທຳ​ມະ​ຊາດ, ຮັກ​ສາ​ຈິດ​ໃຈ​ເປັນ​ມິດ, ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ປະ​ຊາ​ຄົມ​ຂອງ​ຊາວ​ ວິງ​ລອງ.

ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ແຂ​ກ​ທ່ອງ​ທ່ຽວ, ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອງ​ທ່ຽວ​ພວມ​ຍູ້​ແຮງ​ການ​ຂຸດ​ຄົ້ນ​ບັນ​ດາ tour ທ່ອງ​ທ່ຽວ​ໄລຍະ​ສັ້ນ​ຕາມ​ທ່າ​ອ່ຽງ​ທົດ​ລອງ, ດ້ວຍມາດຖານ: ໃກ້, ໄວ, ມີ​ຄຸນ​ນະ​ພາບ… ຂອງ​ກຸ່ມແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​. ​ປັດ​ໄຈເຫຼົ່າ​ນີ້​ນີ້ໄດ້​ພາ​ໃຫ້​ແຂກ​ທ່ອງ​ທ່ຽວ​ຄັດ​ເລືອກກ​ານ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ ​ນັບ​ມື້​ນັບຫຼາຍ. ທ່ານ ​ເຈິ່ນ​ຮຶວ​ຫຽບ, ຮອງ​ປະ​ທານ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ຖື​ວ່າ:

ສິ່ງ​ເປັນ​ໜ້າ​ຮັບ​ຮູ້​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ຕົວ​ເລກການ​ເຕີບ​ໂຕເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ຈິນ​ຕະ​ນາ​ການ ແລະ ວິ​ທີ​ເຮັດ​ການ​ທ່ອງ​ທ່ຽວ. ຈາກ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ແລ້ວ, ຫັນໄປ​ສູ່​ຄວາມ​ເປັນ​ເຈົ້າ​ການ​ອອກ​ແບບ, ລົງ​ຕົວ​ຈິງ ແລະ ສ້າງ​ເຫດ​ການ​ງານ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ. ມີ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ພັກ​ເຊົ່າ​ຫຼາຍ​ແຫ່ງ ໄດ້​ສ້າງລາຍ​ການ​ທ່ອງ​ທ່ຽວ​ດ້ວຍ​ລາ​ຄາ​ພິ​ເສດ​ຊ່ວຍໃຫ້​ແຂກ​ທ່ອງ​ທ່ຽວ​ພັກເຊົ່າ​ເພີ່ມ​ຂຶ້ນໄວ​ກວ່າ​ແຂກ​ທີ່ມາ​ທ່ຽວຊົມ. ​ເມື່ອແຂກ​ທ່ອງ​ທ່ຽວພັກ​ເຊົາ​​ດົນກວ່າ, ການໃຊ້​ຈ່າຍ​ກໍ່ຫຼາຍກວ່າ ຫາກບໍ່​​ພຽງ​ແຕ່ແວ່​ຢາມ​ແລ້ວ​​ອອກ​ໄປເລີຍ.

ສຳ​ລັບບັນ​ດາ​ທ້ອງ​ຖິ່ນ​ຢູ່ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້, ບັນ​ດາ​ໝາກ​ຜົນ​​ທີ່​ໄດ້​ຮັບໃນ​ຊຸມ​ວັນ​ບຸນຜ່າ​ນ​ມາ​ພຽງ​ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ. ບັນ​ດາ​ທ້ອງ​ຖິ່ນ​ພວມ​ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ, ຜະ​ລິດ​ຕະ​ພັນ ແລະ ສ້າງ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ​ເຂດ; ພິ​ເສດ, ແມ່ນພັດ​ທະ​ນາ​ການ​ທ່​ອງ​ທ່ຽວ​ແບບ​ຍືນ​ຍົງ​ຕະຫຼອດ​ປີ, ເພື່ອໃຫ້ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ຈາກ​ບ່ອນພັກເຊົາ ກາຍເປັນ ​ສະ​ຖານ​ທີ່​ທ່ອງ​ທ່ຽວ.