ທ້າຍເດືອນສິງຫາ 2026, ຢູ່ເຂດເສດຖະກິດແຄມທະເລກ໋ວາງອຽນ, ໂຄງການລົງທຶນດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ແບັກດັ່ງ II ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ໂຄງການດັ່ງກ່າວມີຂອບຂະໜາດກວ່າ 420 ເຮັກຕາ, ດ້ວຍຍອດຈຳນວນທຶນ 4.800 ຕື້ດົ່ງ (ປະມານ 185 ລ້ານ USD). ທ່ານນາງ ຫງວຽນທິຮວາ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຂດອຸດສາຫະກຳ ແບັກດັ່ງ II ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຕັດສິນໃຈພັດທະນາເຂດອຸດສາຫະກຳ ແບັກດັ່ງ II ໃຫ້ກາຍເປັນເຂດອຸດສາຫະກຳແບບຢ່າງໃນເຂດເສດຖະກິດແຄມທະເລ ກ໋ວາງອຽນ, ມີການພັດທະນາແບບຍືນຍົງ, ໝູນໃຊ້ບັນດາມາດຕະການອັດສະລິຍະ ແລະ ສ້າງກຳລັງກະໂດດຂັ້ນໃໝ່ໃຫ້ແກ່ນະຄອນກ໋ວາງນິງໃໝ່.
ໃນເຂດເສດຖະກິດແຄມທະເລກ໋ວາງອຽນ, ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ VB ກ໋ວາງອຽນກໍ່ເລີ່ມລົງມືກໍ່ສ້າງ, ໃນນັ້ນ 53% ຂອງເນື້ອທີ່ທັງໝົດ ແມ່ນສະຫງວນ ໃຫ້ແກ່ການພັດທະນາ ແລະ ສາງສິນຄ້າ; ກວ່າ 21% ຂອງເນື້ອທີ່ແມ່ນສະຫງວນໃຫ້ແກ່ການເຄື່ອນໄຫວຢູ່ທ່າກຳປັ່ນ, ການບໍລິການທ່າກຳປັ່ນ ແລະ logistics. ນີ້ແມ່ນອັດຕາສ່ວນທີ່ຫາຍາກ ຢູ່ບັນດາເຂດອຸດສາຫະກຳໃນປັດຈຸບັນ ແລະ ອາດສາມາດຮັບກຳປັ່ນທີ່ມີນ້ຳໜັກ 30.000 ໂຕນ. ຜ່ານນັ້ນ, ສ້າງເປັນຕ່ອງໂສ້ເຄື່ອນໄຫວຄົບວົງຈອນ ຈາກໂຮງຈັກໂຮງງານ ໄປສູ່ສາງສິນຄ້າ ແລະທ່າກຳປັ່ນແລ້ວ ອອກສູ່ຕະຫຼາດ ຕ່າງໆ. ທ່ານ ໂດວັນບິ່ງ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນ VB Holdings ແມ່ນນັກລົງທຶນໂຄງການ, ໃຫ້ຮູ້ວ່າ:
ນີ້ເປັນຄັ້ງທຳອິດທີ່ພວກຂ້າພະເຈົ້າ ມາລົງທຶນຢູ່ກ໋ວາງນິງ . ດ້ວຍກະແສການລົງທຶນຢ່າງແຮງເຂົ້າ ຫວຽດນາມເວົ້າລວມ ແລະ ກ໋ວາງນິງ ເວົ້າສະເພາະ ຄືໃນປະຈຸບັນນັ້ນ, ໂດຍແມ່ນນັກລົງທຶນ, ພວກຂ້າພະເຈົ້າກໍ່ ປາດຖະໜາຢາກໝູນໃຊ້ໂອກາດເວລາຫຼາຍທີ່ສຸດເພື່ອຜັນຂະຫຍາຍໂຄງການໂດຍໄວ. ຂ້າພະເຈົ້າຈະຜັນຂະຫຍາຍໃນໄລຍະ 48 ເດືອນ.
ບັນດາໂຄງການພື້ນຖານໂຄງລ່າງເຂດອຸດສາຫະກຳ, ກຸ່ມອຸດສາຫະກຳທີ່ໄດ້ລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາ ແມ່ນນອນໃນທິດທາງປັບປຸງແຜນຜັງນະຄອນ ກ໋ວາງນິງໄລຍະ 2021 – 2030, ວິໄສທັດຮອດປີ 2050. ໃນນັ້ນ, ອຸດສາຫະກຳໄດ້ສ້າງໂຄງປະກອບຄືນໃໝ່ຕາມທິດທັນສະໄໝ, ໃຫ້ບຸລິມະສິດອຸດສາຫະກຳພື້ນຖານ, ອຸດສາຫະກຳຫາກໍ່ພົ້ນເດັ່ນ, ການປຸງແຕ່ງ, ການຜະລິດສີຂຽວ, ສະອາດ ແລະ ເຕັກໂນໂລຢີສູງ; ເປົ້າໝາຍຮອດປີ 2030, ອຸດສາຫະກຳປຸງແຕ່ງ, ຜະລິດກວມເອົາປະມານ 18% GRDP.
ຕາມການກຳນົດທິດນີ້, ບັນດາເຂດອຸດສາຫະກຳບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມໂຮງຈັກໂຮງງານເທົ່ານັ້ນ, ຫາກໄດ້ຈັດຕັ້ງຕາມລະບົບນິເວດ ລວມມີພື້ນຖານໂຄງລ່າງການຜະລິດ, ພະລັງງານ, logistics, ຂໍ້ມູນ, ການບໍລິການ ແລະ ຊັບພະຍາກອນມະນຸດ, ຜ່ານນັ້ນ, ກໍ່ເພີ່ມຄວາມສາມາດເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າໃຫ້ເລິກກວ່າ.
ໂດຍກາຍເປັນນະຄອນ, ກ໋ວາງນິງກ້າວເຂົ້າໄລຍະພັດທະນາດ້ວຍຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບການຈັດພື້ນທີ່ເສດຖະກິດ ແລະ ການເຊື່ອມຕໍ່ລະຫວ່າງບັນດາເຂດ. ມາດຕະການແກ້ໄຂຂອງທ້ອງຖິ່ນແມ່ນຫັນປ່ຽນຈາກການພັດທະນາຕາມເຂດແດນການປົກຄອງບໍລິຫານ ໄປສູ່ພື້ນທີ່ຕາມພາລະບົດບາດ, ກຳນົດຖານະບບົດບາດແຕ່ລະເຂດຕາມຂະແໜງການທີ່ເປັນເອກະລັກສະເພາະ, ຈາກນັ້ນ ສ້າງເປັນບັນດາຕ່ອງໂສ້ການຜະລິດ, logistics, ການຄ້າ ແລະ ການບໍລິການທີ່ຕິດພັນກັບທ່າໄດ້ປຽບຂອງແຕ່ລະເຂດ.
ປີ 2020, ກ໋ວາງນິງປະກາດໃຊ້ມະຕິຫົວເລື່ອງສະເພາະເລກທີ 01 ວ່າດ້ວຍການພັດທະນາອຸດສາຫະກຳປຸງແຕ່ງ, ຜະລິດ. ພາຍຫຼັງ 5 ປີ, ຂົງເຂດນີ້ບັນລຸລະດັບເຕີບໂຕສະເລ່ຍ 22,6%/ປີ, ດຶງດູດທຶນກວ່າ 346.000 ຕື້ດົ່ງ (ກວ່າ 13,3 ຕື້ USD). 8 ເດືອນຕົ້ນປີ 2026, ອຸດສາກະກຳປຸງແຕ່ງ, ຜະລິດ ສືບຕໍ່ສວມບົດບາດເປັນກຳລັງໜູນ ເມື່ອການເຕີບໂຕບັນລຸເກືອບ 32%. ພ້ອມກັບການເປີດກວ້າງຂອບຂະໜາດ, ຄຳຮຽກຮ້ອງສຳລັບບັນດາໂຄງການອຸດສາຫະກຳກໍ່ໄດ້ຍົກສູງຂຶ້ນ. ທ່ານ ເຈືອງແມັ້ງຮຸ່ງ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດນະຄອນ ກ໋ວາງນິງ ໃຫ້ຮູ້ວ່າ:
ນັບແຕ່ນີ້ເປັນຕົ້ນໄປ ເມື່ອບັນດາເຂດອຸດສາຫະກຳໃນບໍລິເວນແຂວງກ໋ວາງນິງ ດຶງດູດການລົງທຶນຕ້ອງເປັນເຂດອຸດສາຫະກຳດີຈີຕອນ, ອຸດສາຫະກຳສີຂຽວ, ອຸດສາຫະກຳຊີວະພາບ, ຕອບສະໜອງມາດຖານກ່ຽວກັບສິ່ງແວດລ້ອມ, ນຳໃຊ້ຊັບພະຍາກອນທຳມະຊາດແບບໝູນວຽນ ແລະ ພິເສດຕ້ອງມີອັດຕາສ່ວນກ່ຽວກັບການນຳໃຊ້ພະລັງງານທົດແທນຢ່າງແນ່ນອນ.
ບັນດາມາດຖານນີ້ໄດ້ນຳເຂົ້າວິວັດການສ້າງເປັນບັນດາເຂດອຸດສາຫະກຳໃໝ່, ນັບແຕ່ການວາງແຜນກຳນົດພື້ນຖານໂຄງລ່າງ, ການເລືອກເຟັ້ນຂະແໜງອາຊີບຕະຫຼອດຮອດການຈັດຕັ້ງການຜະລິດ. ຢູ່ເຂດເສດຖະກິດແຄມທະເລ ກ໋ວາງອຽນ, ທ່າໄດ້ປຽບຂອງທ່າກຳປັ່ນທະເລ ແລະ logistics ໄດ້ໂຮມໃນແຜນກຳນົດເຂດອຸດສາຫະກຳ; ຢູ່ວຽດຮຶງ, ບັນດາໂຄງການອຸດສາຫະກຳໜູນຊ່ວຍຕິດພັນກັບລະບົບຕ່ອງໂສ້ການຜະລິດລົດໂອໂຕ; ສ່ວນຫ໋າຍຮ່າ ສືບຕໍ່ເພີ່ມເຕີມບັນດາຂັ້ນຕອນໃນລະບົບຕ່ອງໂສ້ຕ່ຳແຜ່ນຕັດຫຍິບ. ຜ່ານນັ້ນ, ແຕ່ລະພື້ນທີ່ອຸດສາຫະກຳຈະໄດ້ຮັບການພັດທະນາຕາມທ່າໄດ້ປຽບສະເພາະ ແລະ ເພີ່ມຄວາມສາມາດເຊື່ອມຕໍ່ລະຫວ່າງບັນດາໂຄງການ.
ເພາະສະນັ້ນ, ບັນດາໂຄງການໃໝ່ບໍ່ພຽງແຕ່ເປີດກວ້າງເນື້ອທີ່ດິນໃຫ້ອຸດສາຫະກຳເທົ່ານັ້ນ ຫາກຍັງສ້າງບັນດາຕາໂສ້ຕື່ມອີກໃຫ້ແກ່ລະບົບຕ່ອງໂສ້ການຜະລິດ, logistics ແລະ ການສະໜອງຂອງ ກ໋ວາງນິງ. ນີ້ແມ່ນພື້ນຖານເພື່ອໃຫ້ທ້ອງຖິ່ນຫັນປ່ຽນຈາກການພັດທະນາອຸດສາຫະກຳຕາມລວງກວ້າງ ໄປສູ່ຮູບແບບອຸດສາຫະກຳທັນສະໄໝ, ສີຂຽວ ແລະ ນຳໃຊ້ເຕັກໂນໂລຢີສູງກວ່າ.
