ນະ​ຄອນ​ໂຮ່​ຈີ​ມິນ ພວມມ​າ​ນະ​ພະ​ຍາ​ຍາມ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດຖະ​ກິດ​​ບັນ​ລຸ​ລະ​ດັບ​ກວ່າ 10% ໃນ​ປີ 2026 ໃຫ້ປະກົດຜົນເປັນຈິງ. ໃນ​ສະ​ພາບ​ທີ່ໝາກ​ຜົນ​ຂອງ 9 ເດືອນ​ຕົ້ນ​ປີນີ້​ມີຫຼາຍ​ສັນ​ຍານ​ທີ່​ຕັ້ງ​ໜ້າ ​ແຕ່​ຄວາມ​ກົດ​ດັນຕໍ່ກ​ານ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ IV ຍັງ​ໃຫຍ່ຫຼວງ​ທີ່​ສຸດ, ທາງ​ນະ​ຄອນ​ໄດ້​ສຸມ​ໃສ່​ເສີມ​ຂະ​ຫຍາຍແຮງ​ຂັບເຄື່ອນ​ແບບເກົ່າ, ປົດ​ລັອກຊັບ​ພະ​ຍາ​ກອນ​ການ​ລົງ​ທຶນ, ແກ​້​ໄຂ​ຂໍ້​ຕິດຂັດກ່ຽວ​ກັບ​ທີ່​ດິນ, ສິນ​ເຊື່ອ ແລະ ຊຸກ​ຍູ້​ການ​ບໍ​ລິ​ໂພກ. ປະ​ສິດ​ທິ​ຜົນ​ຂອງການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ນີ້​ຈະ​ມີ​ຄ​ວາມ​ໝາຍ​ຕັດ​ສິນ​ຕໍ່​ການ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ເຕີ​ບ​ໂຕ​ທັງ​ປີ, ພ້ອມ​ທັງ​ປັບ​ປຸງ​ບົດ​ບາດ​ນຳໜ້າ​ເສດ​ຖະ​ກິດ​ຂອງ​ນະ​ຄອນ.

ຕາມຕົວ​ເລກທີ່ໄດ້ປະ​ກາດ, 9 ເດືອນ​ຕົ້ນ​ປີ 2026, GRDP ຂອງ​ນະ​ຄອນ​ເພີ່ມ​ຂຶ້ນ 9,06% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​; ສະ​ເພາະ​ໄຕ​ມາດ III ເພີ່ມ​ຂຶ້ນ 9,86%, ລະ​ດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ໄລ​ຍະ 10 ປີ​ມາ​ນີ້. ອັດ​ຕາ​ການປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ ບັນ​ລຸກວ່າ 75%, ໃນ​ຂະ​ນະ​ທີ່​ເງິນ​ລົງ​ທຶ​ນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ບັນ​ລຸ 17,8 ຕື້ USD, ລື່ນ​ກາຍ ​62% ແຜນ​ການ​ທັງ​ປີ. ບັນ​ດາ​ໝາກ​ຜົນ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ພວມ​​ຮັກ​ສາ​ທ່າ​ເຕີບ​ໂຕ, ສ້າງ​ພື້ນ​ຖ​ານ​ເພື່ອ​ໃຫ້​ນະ​ຄອນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍຂອງປີ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອບ​ັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສອ​ງ​ຕົວ​ເລກ, ເສດ​ຖະ​ກິດ​ນະ​ຄອ​ນໃນໄຕ​ມາດ​ທີ IV ຕ້ອງ​ເພີ່ມ​ຢ່າງ​ໜ້ອຍ​ສຸດ 13,23%. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່, ເຖິງວ່າ​ໄລ​ຍະ​ທ້າຍ​ປີ​ມີ​ທ່າ​ໄດ້​ປຽບ​ຈາກ​ການ​ເຄື່ອນ​ໄຫວ​ຜະ​ລິດ, ການ​ບໍ​ລິ​ໂພກ, ການ​ທ່ອງ​ທ່ຽວ ແລະ ການກະ​ກຽມ​ສິນ​ຄ້າ​ຮັບ​ໃຊ້ງານ​ບຸນ, ບຸນ​ເຕັດ(ບຸນ​ປີ​ໃໝ່). ທ່ານ ຫງວຽນ​ຄັກ​ຮ​ວ່າງ, ຫົວ​ໜ້າ​ພະ​ແນກ​ສະ​ຖິ​ຕິ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຂໍ້​ສັງ​ເກດ​ວ່າ:

​ຕາມ​ປົກ​ກະ​ຕິ​ແລ້ວ, ລະ​ດັບການ​ເຕີບ​ໂຕ​ຂອງ​ໄຕ​ມາດ​ທີ IV ແມ່ນ​ສູງກວ່າ​ໄຕ​ມາດ​ທີ III ປະ​ມານ 1,5%. ສິ່ງ​ນີ້​ສ່ອງແສງໃຫ້​ເຫັນ​ລັກ​ສະ​ນະ​ລະ​ດູ​ການ​ຂອງ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ເມື່ອ​ໄຕ​ມາດ​ທີ IV ແມ່ນ​ໄລ​ຍະເລັ່ງ​ລັດ​​ການ​ຜະ​ລິດ, ​ບໍ​ລິ​ໂພກ, ການ​ທ່ອງ​ທ່ຽວ ແລະ ກະ​ກຽມ​ສິນ​ຄ້າ​ຮັບ​ໃຊ້​ບຸນ​ເຕັດ(ບຸນ​ປີ​ໃໝ່​ປະ​ຈຳ​ຊາດ). ນີ້​ແມ່ນ​ຂໍ້​ສະ​ດວກ ເພື່ອ​ໃຫ້​ທາງ​ນະ​ຄອນ​ຂຸດ​ຄົ້ນ, ຊຸກ​ຍູ້​ການ​ເຕີບ​ໂຕ​ໃນ​ຊຸມ​ເດືອນ​ທ້າຍ​ປີ.

ເພື່ອ​ນຳ​ໃຊ້​ທ່າ​ແຮງ​ບົ່ມ​ຊ້ອ​ນ​ນີ້, ທາງ​ນະ​ຄອນ​ໄດ້​ກຳ​ນົດ​ຍູ້​ໄວ​ການ​ປ່ອຍ​ເງິນ​ລົງ​ທຶນ​ສ​າ​ທາ​ລະ​ນະ ແລະ ແກ້​ໄຂ​ຂໍ້​ຕິດ​ຂັດ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ແມ່ນ​ໜຶ່ງ​ໃນບັນ​ດາ​ໜ້າ​ທີ່​ຈຸດ​ສຸມ. ດ້ວຍ​ແຜນ​ເງິນລົງ​ທຶນ​ສາ​ທາ​ລະ​ນະ​ໃນ​ປີ 2026 ເກືອບ 147.600 ຕື້​ດົ່ງ (ເກືອບ 5,7 ຕື້ USD), ຄຳ​ຮຽກ​ຮ້ອງ​ຕ້ອງ​ການທີ່​ວາງ​ອອກ ບໍ່​ພຽງ​ແຕ່ແມ່ນ​ການ​ປ່ອຍ​ເງິ​ນ​ລົງ​ທຶນ​ຢ່າງ​ໄວ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ນຳ​ແຫຼ່ງ​ທຶນ​ນັ້ນ​ເຂົ້າໃນ​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ທີ່​ມີ​ຄ​ວາມ​ສາ​ມາດ​ສ້າງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ. ທ່ານ ເຈິ່ນກວາງ​ເລິມ, ຫົວ​ໜ້າ​ພະ​ແນກ​ກໍ່​ສ້າງ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ:

ນັບ​ແຕ່​ວັນ​ທີ 1 ຕຸ​ລາ, ພວກ​ເຮົາ​ມີ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ບັນ​ດາ​ສິ່ງທີ່​ຍັງ​ຄົງຄ້າງ​ຈະ​ນຳ​ໃຊ້​ກົດ​ໝາຍ​ນີ້​ເພື່ອ​ແກ້​ໄຂ. ບັນ​ດາ​ມາດ​ຕະ​ການ​ນີ້​, ໃນ​ວິ​ວັດ​​ແຫ່ງການ​ປະ​ຕິ​ບັດ​ຕາມ​ຈິດ​ໃຈຂອງ​ບັນ​ດາ​ການ​ນຳ​ນະ​ຄອນ, ແມ່ນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ແຕ່​ຕ້ອງຄຸ້ມຄອງບໍລິຫານແບບ​ເອ​ກະ​ຊົນ. ແລະ ພວກ​ເຮົາ​ຈະ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ວຽກ​ງານ​ນີ້.

ພ້ອມ​ກັບ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ກົນ​ໄກ, ທາງ​ນະ​ຄອນຍັງວ​າງ​ເປົ້າ​ໝາຍ​ແກ້​ໄຂ​ບັນ​ດາ​ໂຄງ​ການ​ທີ່ຍັງ​ຄົງ​ຄ້າງ, ຫັນ​ປ່ຽນ​ແຫຼ່ງ​ກຳ​ລັງ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ກາຍ​ເປັນ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຜ​ະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເທື່ອ​ລະ​ກ້າວ. ຢູ່ກອງ​ປ​ະ​ຊຸມ​ສະຫຼຸບວຽກ​ງານ 9 ເດືອນ​ຕິດ​ພັນ​ກັບ​ການ​ຊຸກ​ຍູ້​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ໃຫ້​ບັນ​ລຸສອງ​ຕົວ​ເລກ, ທ່ານ ຫງວຽນ​ວັ​ນ​ເດືອກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເນັ້ນຫ​ນັກ​ຄຳ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ, ນຳ​ໂຄງ​ການ​ເຂົ້າ​ໃນ​ການ​ຂຸດ​ຄົ້ນ ແລະ ມີ​ຜະ​ລິດຕະພັນ​ອອກ​ສູ່​ຕະຫຼາດ.

ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ, ວຽກ​ງານ​ທີ່​ວາງ​ອອກ​ແມ່ນ​ຕ້ອງ​ແກ້​ໄຂ 100% ໂຄງ​ການ, ໝາຍ​ຄວາມ​ວ່າ​ມີ​ໂຄງ​ການ ປະ​ຕິ​ບັດ​ສຳ​ເລັດ ແລະ ມີ​ໂຄງ​ການ​ທີ່ໄດ້​ກຳ​ນົດ​ທິດ​​ທາງແກ້​ໄຂ, ໃນ​ນັ້ນ​ກວ່າ 50% ຕ້ອງກ້າວເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ແທ້​ຈິງ. ໝາຍ​ຄວາມ​ວ່າ ​ໂຄງ​ການ​ເຄື່ອນ​ໄຫວ ແລະ ຂຸດ​ຄົ້ນ​ໄດ້, ນຳ​​ທີ່ດິນເຂົ້າໃຊ້​ ແລະ ນຳ​ຜະ​ລິດ​ຕະ​ພັນ​ອອກ​ສູ່​ຕະຫຼາດ.

ຖ້າ​ການລົງ​ທຶນ​ສາ​ທາ​ລະ​​ນະ​ສ້າງ​ກຳ​ລັງ​ໜູນ​ໃຫ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ປົດ​ລັອກຊັບ​ພະ​ຍາ​ກອນແລ້ວ, ການ​ບໍ​ລິ​ໂພກ​ພາຍ​ໃນ ແລະ ການ​ສົ່ງ​ອອກ​ຈະສວມ​ບົດ​ບາດ​ຊຸກ​ຍູ້​ການ​ຜະ​ລິດ, ເປີດ​ກ້​ວາງ​ຕະຫຼາດ. ໃນ​ໄຕ​ມາດ​ທີ IV, ນະ​ຄອນ​ໂຮ່​ຈີ​ມິນ ສືບ​ຕໍ່ຍູ້​ແຮງ​ບັ​ນ​ດາ​ໂຄງ​ການ​ກະຕຸ້ນຄວາມ​ຕ້ອງ​ການ, ສູ້​ຊົນ​ເພື່ອໃຫ້​ລາຍ​ຮັບ​​ຈາກ​ການຄ້າ​ຂາຍເພີ່ມ​ຂຶ້ນ 17%, ພ້ອມ​ທັງ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍ​າກ, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ຂອງ​ບັນ​ດາ​ໂຄງ​ການ​ເພື່ອ​ນຳ​ເຂົ້າເຄື່ອນ​ໄຫວ​ໂດຍ​ໄວ. ຍັງ​ມີ​ສັນ​ຍາ​ນ​ຕັ້ງ​ໜ້າ​ໜຶ່ງ​ອີກ​ນັ້ນ​ແມ່ນ ປະ​ລິ​ມານ​ໄຟ​ຟ້າ​ຮັບ​ໃຊ້​ການ​ຜະ​ລິດ​ໃນ 9 ເດືອນ​ເພີ່ມ​ຂຶ້ນ 7,9%, ລະ​ດັບ​ສູງ​ສຸດ​ໃນ 5 ປີຜ່ານ​ມາ, ​ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ເຄື່ອນ​ໄຫວ​ຜະ​ລິດ​​ມີ​ສັນ​ຍານ​ດີ​ຂຶ້ນ. ທ່ານ​ ຫງວຽນ​ວັນ​ເດືອກ ປະ​ທານຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ:

ຈາກກຳ​ລັງກົດ​ດັນ​ຂອງ​ໄຕ​ມາດ IV, ທາງ​ນະ​ຄອນ​ຕ້ອ​ງ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​​ສູງ​ທີ​ສຸດແມ່ນ 13,23% ຈຶ່ງ​ສາ​ມາດ​ບັນ​ລຸ​ໄດ້​ລະ​ດັບ​ການ​ເຕີບ​ໂຕ​ຄື​ແຜນ​ການ​ໄດ້ວາງ​ອອກ. ເພື່ອ​ສຳ​ເລັດ​​ໜ້າ​ທີ່​ນີ້, ເສັ້ນ​ທາງ​ຢູ່ຂ້າງ​ໜ້າຍັງທຸ​ລະ​ກັນ​ດານຫຼາຍ, ແຕ່​ດ້ວຍ​ມູນ​ເຊື້ອ​ຂອງ​ນະ​ຄອນ ເຖິງວ່າຈະ​ຫຍຸ້ງ​ຍາກ​ແນວ​ໃດ, ກໍ່​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໃຫ້​ໄດ້.

ດ້ວຍ​ບົດ​ບາດ​​ນຳ​ໜ້າ​ເສດ​ຖະ​ກິດ, ທາງ​ນະ​ຄອນ​ໂຮ່​ຈີ​ມິນ ພວມ​ສຸມ​ໃສ່​ເສີມ​ຂະ​ຫຍາຍບັນ​ດາ​ແຮງ​ຂັບ​ເຄື່ອນການ​ເຕີບ​ໂຕ, ນັບ​ແຕ່​ການ​ລົ​ງ​ທຶນ, ການ​ຊົມ​ໃຊ້​ຕະຫຼອດ​ຮອດ​ການ​ຜະ​ລິດ ແລະ ສົ່ງ​ອອກ. ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ຊຸມ​ເດືອນ​ທ້າຍ​ປີ ບໍ່​ພຽງ​ແຕ່​ຕັດ​ສິນ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍປີ 2026 ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ເປີດກວ້າງ​ພື້ນ​ທີ່​ພັດ​ທະ​ນາ ແລະ ສ້າງ​ກຳ​ລັງ​ແຜ່​ກະ​ຈາຍ​ໃນ​ທົ່ວເຂດ​ເສດ​ຖະ​ກິດ​ທາງ​ພາກ​ໃຕ້​ກໍ່​ຄື​ພື້ນ​ຖານ​ເສດ​ຖະ​ກິດ​​ທົ່ວ​ປະ​ເທດ.