ມະຕິເລກທີ 20 ຂອງກອງປະຊຸມສູນກາງຄັ້ງທີ 3 ຊຸດທີ XIV ໄດ້ວາງອອກຄວາມຮຽກຮ້ອງຕ້ອງການພັດທະນາຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ, ໃນນັ້ນ, ການພັດທະນາພື້ນຖານໂຄງລ່າງທະເລ, logistics, ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ການເປີດກວ້າງພື້ນທີ່ພັດທະນາອອກສູ່ທະເລ ແມ່ນໜ້າທີ່ສຳຄັນ. ໃນລະບົບພື້ນຖານໂຄງລ່າງນັ້ນ, ທ່າກຳປັ່ນທະເລຮັກສາບົດບາດເປັນຂົວເຊື່ອມຕໍ່ທະເລກັບເຂດດິນຕໍ່ແຜ່ນ, ການຜະລິດກັບຕະຫຼາດ. ຢູ່ທ່າກຳປັ່ນທະເລ ເຕິນກາງກາດລ້າຍ, ບໍລິສັດໃຫຍ່ ເຕິນກາງໄຊງ່ອນ, ວິວັດການຫັນປ່ຽນຈາກທ່າກຳປັ່ນທັນສະໄໝ ໄປສູ່ທ່າກຳປັ່ນອັດສະລິຍະ ພວມສ້າງຄວາມສາມາດໃຫ້ແກ່ການຂຸດຄົ້ນທ່າກຳປັ່ນ ແລະ ເປີດກວ້າງພື້ນທີ່ເສດຖະກິດທະເລຕື່ມອີກ.
ເຖິງວ່າວັນພັກ ຫຼືວັນເຮັດວຽກ, ກາງຄືນ ຫຼືກາງເວັນ, ທ່າກຳປັ່ນ ເຕິນກາງກາດລ້າຍ ຍັງຄົງຮັກສາການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ. ກະແສກຳປັ່ນ, ລົດ ແລະ ສິນຄ້າໄດ້ຮັບການບໍລິຫານຢ່າງຕໍ່ເນື່ອງ. ດ້ວຍທ່າກຳປັ່ນທີ່ມີປະລິມານການຂົນສົ່ງສິນຄ້າຂະໜາດໃຫຍ່, ຄຳຮຽກຮ້ອງທີ່ວາງອອກບໍ່ພຽງແຕ່ແມ່ນຂຸດຄົ້ນຢ່າງວ່ອງໄວເທົ່ານັ້ນ, ຫາກຍັງຕ້ອງມີການຈັດຕັ້ງຢ່າງຖືກຕ້ອງແຕ່ລະຂັ້ນຕອນໃນຕ່ອງໂສ້ການເຄື່ອນໄຫວ. ທ່ານ ເຈິ່ນງອກຕິ່ງ, ຮອງຜູ້ອຳນວຍການສູນຄວບຄຸມບໍລິຫານທ່າກຳປັ່ນ, ບໍລິສັດໃຫຍ່ ເຕິນກາງໄຊງ່ອນ ໃຫ້ຮູ້ວ່າ:
ການເຄື່ອນໄຫວຜະລິດຂອງທ່າກຳປັ່ນ, ຍາມໃດກໍ່ຢູ່ລະດັບສູງ. ບັນດາມາດຕະການຂອງພວກຂ້າພະເຈົ້າຕ້ອງສຸມໃສ່ເພື່ອເຮັດແນວໃດໃຫ້ການປະຕິບັດໜ້າທີ່ໄດ້ຮັບຄຸນນະພາບ. ໃນນັ້ນ, ລະອຽດ ສຳລັບທ່າກຳປັ່ນ, ບໍ່ມີການພັກຜ່ອນ. ພວກຂ້າພະເຈົ້າຮັບກຳປັ່ນ, ບໍລິຫານກະແສສິນຄ້າ, ກຳປັ່ນ ແລະ ພາຫະນະຢ່າງຕໍ່ເນື່ອງ; ຢັ້ງຢືນບົດບາດຂອງເຕັກໂນໂລຢີ, ຂໍ້ມູນໃນການຮັບປະກັນ ໃຫ້ທ່າກຳປັ່ນເຄື່ອນໄຫວຢ່າງລຸລ່ວງ.
ນັບແຕ່ປີ 2008, ເຕິນກ໋າງໄຊງ່ອນ ເລີ່ມກໍ່ສ້າງທ່າກຳປັ່ນອັດສະລິຍະ. ເຕັກໂນໂລຢີໄດ້ນຳເຂົ້າໃຊ້ໃນຫຼາຍຂັ້ນຕອນ, ຈາກການຄຸ້ມຄອງ container, ການຈົດທະບຽນສິນຄ້າ, ການມອບຮັບແບບເອເລັກໂຕນິກ ຕະຫຼອດຮອດການຄວບຄຸມພາຫະນະ… ອັນໄດ້ຊ່ວຍຫຼຸດຜ່ອນການເຮັດວຽກດ້ວຍມື. ເວລາມອບຮັບ container ໄດ້ຫຼຸດແຕ່ 2 – 3 ຊົ່ວໂມງລົງເຫຼືອປະມານ 30 ນາທີ. ສຳລັບລູກຄ້າ ແລະ ບໍລິສັດກຳປັ່ນ, ປະສິດທິຜົນແມ່ນໄດ້ສະແດງອອກ ຜ່ານໄລຍະເວລາ, ສະມັດຕະພາບ ແລະ ຄຸນນະພາບການບໍລິການໂດຍກົງ. ທ່ານນາງ ຟານທິທູຮ່າ, ຜູ້ອຳນວຍການໃຫຍ່ ບໍລິສັດກຳປັ່ນ RCL ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ມີລູກຄ້າຫຼາຍຄົນ ແລະ ບໍລິສັດກຳປັ່ນຫຼາຍແຫ່ງ ລ້ວນແຕ່ຕີລາຄາສູງຄວາມສາມາດຂຸດຄົ້ນຂອງ ກາດລ້າຍ ແລະ ການລົງທຶນເຂົ້າເຕັກໂນໂລຢີກ້າວໜ້າ. ບັນດາລະບົບຄື: ePort, eDO ແລະ ແອັບໃນ ePort ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ລູກຄ້າ. ການບໍລິຫານກຳປັ່ນເຂົ້າອອກທ່າກຳປັ່ນໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ, ພ້ອມກັບຂັ້ນຕອນຈະແຈ້ງ ແລະ ຖັນແຖນພະນັກງານທີ່ສຸດຈິດສຸດໃຈ, ຊ່ວຍໃຫ້ການເຄື່ອນໄຫວຂຸດຄົ້ນໄດ້ປະຕິບັດຢ່າງມີປະສິດທິຜົນ.
ຢູ່ກາດລ້າຍ, ເຕັກໂນໂລຢີໄດ້ຊ່ວຍຍົກສູງຄວາມສາມາດຂຸດຄົ້ນຈາກລະດັບອອກແບບ ປະມານ 3 ລ້ານ container ຂຶ້ນເຖິງ ປະມານ 6 ລ້ານ container /ປີ. ທ່ານ ຫງວຽນຮຶວຝຸກ, ຮອງຫົວໜ້າຫ້ອງເຕັກໂນໂລຢີຂໍ້ມູນຂ່າວສານ, ບໍລິສັດໃຫຍ່ ເຕິນກາງໄຊງ່ອນ ແບ່ງປັນວ່າ:
ທຸກໆຂໍ້ມູນກ່ຽວກັບບ່ອນວາງ container, ກໍ່ຄືເມື່ອ container ເຂົ້າມາ ຍາມໃດກໍ່ມີທີ່ຕັ້ງທີ່ຊັດເຈັນເພື່ອສາມາດໂຮມສິນຄ້າ, ແລະເອົາສິນຄ້າອອກຈາກ container . ດັ່ງນັ້ນ, ສາມາດຫຼຸດຫຼາຍຂັ້ນຕອນທີ່ເຮັດດ້ວຍມື. ຍົກຕົວຢ່າງ, ຖ້າພວກເຮົາບໍ່ມີລະບົບບໍລິຫານທ່າກຳປັ່ນ, ພວກເຮົາຈະບໍ່ສາມາດຮູ້ໄດ້ວ່າ container ວາງຢູ່ໃສໃນເດີນນີ້ຢ່າງວ່ອງໄວ. ທຸກສິ່ງນັ້ນ, ພວກຂ້າພະເຈົ້າເຮັດແບບອັດຕະໂນມັດ, ການແຈ້ງເຕືອນໃຫ້ລູກຄ້າ ກໍ່ຄືການຄຸ້ມຄອງທຸກສິ່ງທຸກຢ່າງໃນລະບົບ ກຽມພ້ອມຈະແບ່ງປັນຂໍ້ມູນເພື່ອຫຼຸດຜ່ອນຂັ້ນຕອນເຮັດດ້ວຍມື, ປະກອບສ່ວນເພີ່ມສະມັດຕະພາບໃຫ້ແກ່ລູກຄ້າ ກໍ່ຄືບໍລິສັດກຳປັ່ນ. ນີ້ແມ່ນພື້ນຖານເພື່ອໃຫ້ພວກຂ້າພະເຈົ້າສ້າງທ່າກຳປັ່ນອັດສະລິຍະ.
ຕາມທິດທາງຂອງມະຕິເລກທີ 20, ການພັດທະນາພື້ນທີ່ທະເລຕ້ອງຕິດພັນກັບການຫັນພື້ນຖານໂຄງລ່າງເປັນທັນສະໄໝ,ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. ນີ້ກໍ່ແມ່ນທິດທາງ ທີ່ເຕິນກາງໄຊງ່ອນ ພວມສືບຕໍ່ປະຕິບັດ. ທ່ານ ຫງວຽນນັງຕວານ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ ເຕິນກາງໄຊງ່ອນ, ຢັ້ງຢືນວ່າ:
ອາດເວົ້າໄດ້ວ່າເຕັກໂນໂລຢີ, ພິເສດແມ່ນເຕັກໂນໂລຢີຂໍ້ມູນຂ່າວສານ, ໄດ້ສ້າງບາດກ້າວຫັນປ່ຽນຢ່າງແຮງ ແລະ ສ້າງໄດ້ຖານະບົດບາດຂອງ ເຕິນກາງ ຄືໃນປັດຈຸບັນ. ເພື່ອສືບຕໍ່ພັດທະນາແບບຍືນຍົງນັ້ນ ແມ່ນຕ້ອງຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີໃນຊຸມປີຈະມາເຖິງສຳລັບ ເຕິນກາງ. ພວກຂ້າພະເຈົ້າຈະສືບຕໍ່ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ພິເສດແມ່ນໝູນໃຂ້ເຕັກໂນໂລຢີຂໍ້ມູນຂ່າວສານ ໃນວຽກງານຄຸ້ມຄອງ, ຈັດຕັ້ງ ແລະ ຂຸດຄົ້ນທ່າກຳປັ່ນ.
ປັດຈຸບັນ, ບໍລິສັດໃຫຍ່ ເຕິນກ໋າງໄຊງ່ອນ ແມ່ນບໍລິສັດຂຸດຄົ້ນທ່າກຳປັ່ນແຖວໜ້າ ຫວຽດນາມ, ຂຶ້ນກັບກຸ່ມ 20 ທ່າກຳປັ່ນ container ທີ່ມີປະລິມານການຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ສຸດໃນໂລກ. ຈາກຜົນສຳເລັດຂອງ ທ່າກຳປັ່ນ ກາດລ້າຍ ອາດເຫັນໄດ້ວ່າ ການພັດທະນາທ່າກຳປັ່ນອັດສະລິຍະ, ເພີ່ມຄວາມສາມາດເຊື່ອມຕໍ່ກໍ່ແມ່ນວິທີການຂຸດຄົ້ນພື້ນທີ່ທະເລຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດເປົ້າໝາຍສ້າງ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງໃຫ້ເປັນຮູບປະທຳ.
