ເພື່ອ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໃຫ້​ແກ່​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ທົ່ວ​ປະ​ເທດ, ແຕ່​ລະ​ປີ ຫວຽດ​ນາມ ຕ້ອງ​ການ​ແຫຼ່ງ​ທຶນ​ຕື່ມ​ອີກ​ແຕ່ 70 – 80 ຕື້ USD. ປັດ​ຈຸ​ບັນ, ນະ​ຄອນ ໂຮ່​ຈີ​ມິນ ພວມ​ຜັນ​ຂະ​ຫຍາຍ 8 ໂຄງ​ການ​ລົງ​ທຶນ​ສາ​ທ​າ​ລະ​ນະທີ່ມີຂອບຂະໜາດ​ໃຫຍ່ ແລະ ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຕ້ອງ​ການ​ທຶນ​ທີ່​ສຸດ. ມີຫຼາຍ​ວິ​ສາ​ຫະ​ກິດ​ຢາກ​ລະ​ດົມ​ແຫຼ່ງ​ທຶນ​ຜ່ານ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນໂຮ່​ຈີ​ມິນ, ຍ້ອນ​ວ່າ ​ ​ວິ​ສາ​ຫະ​ກິດສ່ວນຫຼາຍ​ພວມ​ລະ​ດົມ​ທຶນ​ຈາກ​ທະ​ນາ​ຄານ.

ຕາມ​ທ່ານ ຫງວຽນ​ງອກ​ຮວ່າ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, VIFC-HCMC ຕ້ອງ​ມີ​ຍຸດ​ທ​ະ​ສາດ​ເພື່ອ​ຊ່ວຍໃຫ້​ວິ​ສາ​ຫະ​ກິດ​ລະ​ດົມ​ແຫຼ່ງ​ທຶນ​ຈາກ​ພາຍນອກໃຫ້​ໄດ້. ໃນ​ຂະ​ນະ​ນັ້ນ, ​ວິ​ສາ​ຫະ​ກິດຂະໜາດຍ່ອຍ ແລະ ​ຂະ​ໜາດນ້ອຍສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນເພື່ອ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໄດ້ງ່າຍ​ກວ່າ. ເພາະ​ສະ​ນັ້ນ, ຫຼາຍ​ວິ​ສາ​ຫະ​ກິດ​ຢູ່ ​ນະ​ຄອນໂຮ່​ຈີ​ມິນ ພວມ​ມີ​ຄວ​າມ​ຫ​ວັງ​ວ່າ VIFC-HCMC ຈະ​ກາຍ​ເປັນ​ຊ່ອງ​ທາງ​ລະ​ດົມ​ທຶນ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

“ພວກ​ເຮົາ​ຄວນ​ກຳ​ນົດ​ລະ​ອຽດ​ກ່ຽວກັບຂົງ​ເຂດ, ຂະ​ແໜງ​ອາ​ຊີບ​ໃດ ຈະ​ໄດ້​ລະ​ດົມ​ທຶນ, ມີຂອບ​ຂະ​ໜາດ,ຄວາມ​ສາ​ມາດ​ຄືແນວ​ໃດ ຈະໄດ້​ລະ​ດົມ​ທຶນ, ນີ້​ແມ່ນ​ສິດ​ອຳ​ນາດ​ຂອງ​ລັດ. ພວກ​ເຮົາ​ຕ້ອງ​ມີ​ອົງ​ການ​ສະ​ເພາະ​ຂະ​ແໜງ ເຂົ້າ​ຮ່ວມ​ເພື່ອ​ປະ​​ສານສົມ​​ທົບກັນ​ຢ່າງ​ກົມ​ກຽວລະ​ຫວ່າງ ການ​ຄວບ​ຄຸມ​ຂອງ​ລັດ, ພ້ອມ​ທັງ​ເປີດ​ໂອ​ກາດ​ເພື່ອໃຫ້​ວິ​ສາ​ຫະ​ກິດ​ລະ​ດົມ​ທຶນ”.

ຕາມ​ທັດ​ສະ​ນະຂອງ​ນັກ​ລົງ​ທຶນ​, ທ່ານ ລຶວ​ຈ້ອງ​ອານ​ຮ່ວາ, ຜູ້​ອຳ​ນວຍ​ການ​ໃຫຍ່ Lotus Investment Group, ຜູ້​ຕາງ​ໜ້າ​ກຸ່ມ​ນັກ​ລົງ​ທຶນ​ຮ່ວມ​ທຸ​ລະ​ກິດ​ເຂົ້າ VIFC ຖື​ວ່າ ​ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນນຳທຶນເຂົ້າ VIFC-HCMC ນັ້ນ, ນອ​ກ​ຈາກ​ການ​​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​, ກະ​ກຽມ​ລະ​ບົບ​ນິ​ຕິ​ກຳໃຫ້​ສົມ​ບູນ​ແບບແລ້ວ, VIFC ຕ້ອງ​ມີ​ກົນ​ໄກ​ຄວບ​ຄຸມ​ຄວາມ​ສ່ຽງ​ຢ່າງ​ໂປ່ງ​ໃສ​ຕາມ​ທຳ​ນຽມ​ສາ​ກົນ. ດ້ວຍ​ບັນ​ດາ​ໂຄງ​ການ​ໃຫຍ່, ນັກ​ລົງ​ທຶນ​ຢາກ​ມີ​ການ​ລົງ​ທຶນ​ຂອງ​ລັດ ດ້ວຍ​ອັດ​ຕາ​ສ່ວນທີ່ເໝາະ​ສົມ. ທ່ານ ລຶວ​ຈ້ອງ​ອານ​ຮ່ວາ ສະ​ເໜີວ່າ:

“ຖ້າ​ຖື​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ມີ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ຄືເປັນຕະຫຼາດ​ທຸລະກຳຊື້ຂາຍແລ້ວ ພວກ​ເຮົາຈະ​ສາ​ມາດ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ ຫວຽດ​ນາມ ພວກ​ເຮົາ​ຍັງຕ້ອງ​ການ ແລະ ຍັງຂາດ​ສິ່ງ​ໃດ? ຕະຫຼາດທຸລະກຳ​ຕ້ອງ​ການສິນ​ຄ້າຫຼາຍ ແລະ ມີ​ກົນ​ໄກ​ປົກ​ປ້ອງທັງ​ຜູ້​ຊື້ ແລະ ຜູ້​ຂາຍ. ນັ້ນ​ແມ່ນ​ບັນ​ຫາ​ສຳ​ຄັນ​ເຊິ່ງ​ພວກ​ເຮົາ​ຕ້ອງ​ແກ້​ໄຂ​ເພື່ອ​ໃຫ້ VIFC-HCMC ລະ​ດົມ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

ທ່ານ ຮສ.ປອ ຫງວຽນ​ຮຶວ​ຮວນ, ຮອງ​ປະ​ທານ​ອົງ​ການ​ບໍ​ລິ​ຫານ VIFC-HCMC ໃຫ້​ຮູ້​ວ່າ ຕໍ່​ໜ້າຄວາມ​ຕ້ອງ​ການ​ທຶນ​ຫຼາຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສູນ​ໄດ້​ສ້າງ​ແຜນ​ຮ່າງ​ພັດ​ທະ​ນາ​ຕະຫຼາດ​ທຶນ​ໃນ​ສູນ, ເພື່ອ​ສ້າງ​ຕັ້ງຕະຫຼາດຫຼັກ​ຊັບ ແລະ ຫຼັງ​ຈາກ​ນັ້ນ​ຈະ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຕະຫຼາດຫຼັກ​ຊັບ​ສາ​ກົນ. ຕະຫຼາດ​ນີ້​ຈະ​ລະ​ດົມ​ທຶນ​ໃຫ້​ວິ​ສາ​ຫະ​ກິ​ດ​ພາຍ​ໃນ​ປະ​ເທດ ແລະ ພາກ​ພື້ນ. ສູນ​ໄດ້​ລົງ​ນາມ​ບົດ​ບັນ​ທຶກການ​ຮ່ວມ​ມື​ກັບ Nasdaq (ອາ​ເມ​ລິ​ກາ), ຕະຫຼາດຫຼັກ​ຊັບ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ໂລກ ເພື່ອ​ຜັນ​ຂະ​ຫຍາຍ​ການ​ສ້າງ​ຕັ້ງ​ຕະຫຼາດ​ນີ້. ຕາມ VIFC-HCMC ແລ້ວ, ປັດ​ຈຸ​ບັນ​ວຽກ​ງານ​ກະ​ກຽມທັງ​ໝົດ​ໃຫ້​ແກ່​ການ​ສ້າງ​ຕະຫຼາດ​ຄື: ເຕັກ​ໂນ​ໂລ​ຢີ, ທຶນ ແລະ ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ໄດ້​ກຽມ​ພ້ອມ​ແລ້ວ ແລະ ພຽງ​ແຕ່​ລໍ​ຖ້າ​ໃຫ້ລັດ​ຖະ​ບານ​ອະນຸມັດຜ່ານ​ແຜນ​ຮ່າງເທົ່າ​ນັ້ນ. ທ່ານ​ ຫງວຽນ​ຮຶວ​ຮວນ ຮອງ​ປະ​ທານ​ອົງ​ການ​ບໍ​ລິຫານ VIFC-HCMC ໃຫ້​ຮູ້​ວ່າ:

“ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ສ້າງ​ຕະຫຼາດ Crowdfunding (ລະ​ດົມ​ທຶນ​ຈາກ​ຊຸມ​ຊົນ) ຕະຫຼາດ​ລະ​ດົມ​ທຶນຈາກ​ຊຸມຊົນ ເພື່​ອ​ລະ​ດົມ​ທຶນໃຫ້​ແກ່​ບັນ​ດາ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ບໍ​ລິ​ສັດ Start-up. ຕະຫຼາດ Crowdfunding ​ນ້ອຍ​ກວ່າ​ຕະຫຼາດ​ຫຼັກ​ຊັບ​ສາ​ກົນ ກ່ຽວ​ກັບ​ຂອບ​ຂະ​ໜາດ, ແຕ່​ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍຫຼາຍກວ່າ. ມະ​ຕິ​ເລກ​ທີ 323 ຂອງ​ລັດ​ຖະ​ບານ​ ວ່າດ້ວຍ​ນະ​ໂຍ​ບາຍ​ການ​ເງິນ​ໃນ​ສູນ​ກາ​ນ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ ກໍ່​ອະ​ນຸ​ຍາດໃຫ້ວິ​ສ​າ​ຫະ​ກິດຂະ​ໜາດຍ່ອຍ, ນ້ອຍ​ ແລະ ບໍ​ລິ​ສັດ Start-up ລະ​ດົມ​ທຶນ​ປະ​ມານ 700.000 USD/ປີ (ເທົ່າກັບເກືອບ 20 ຕື້ ດົ່ງ)”.

ທີ່​ການ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ພ້ອ​ມ​ກັບ​ການ​ນຳ ​ນະ​ຄອນໂຮ່​ຈີ​ມິນ ແລະ ນະ​ຄອນ​ດ່າ​ນັ້ງ ຫວ່າງ​ແລ້ວ​ນີ້ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍວຽກ​ງານ​ກໍ່​ສ້າງ, ເຄື່ອນ​ໄຫວ ແລະ ພັດ​ທ​ະ​ນາ​ສູນ​ການ​ເງິນ​ສາ​ກົນ ຢູ່ ຫວຽດ​ນາມ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ຮຽກ​ຮ້ອງ​ໃຫ້​ກະ​ຊວ​ງ​ການ​ເງິນ ແລະ ທະ​ນາ​ຄານ​ແຫ່ງ​ລັດ ປະ​ຕິ​ບັດ​ສຳ​ເລັດຂໍ້ກຳນົດ​ກົດ​ລະ​ບຽບການ​ເຄື່ອ​ນ​ໄຫວ​ຂອງ VIFC ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ແລະ ດ່າ​ນັ້ງ​ ໃນ​ເດືອນ​ມິ​ຖຸ​ນາ​ນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

“ກ່ອນ​ອື່ນ​ໝົດ, ຄວາມ​ຕ້ອງ​ການ​ລະ​ດົມ​ທຶນ​ຂອງ​ສອງ​ນະ​ຄອນ​​ຄື​ແນວ​ໃດ, ຕ້ອງ​ສະ​ເໜີ​ຢ່າງ​ຈະ​ແຈ້ງ​ກັບ​ກະ​ຊວງ​ການ​ເງິນ ແລະ ທະ​ນາ​ຄານ​ແຫ່ງລັດ ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ການ​ເງິນ, ຜະ​ລິດ​ຕະ​ພັນ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ຍົກ​ຕົວ​ຢ່າງ​ຄື​ເຄື່ອງ​ມື​ການ​ເງິນ​ເພື່ອ​ລະ​ດົມ​ທຶນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ຄື ​ພັນ​ທະ​ບັດ​ລັດ​ຖະ​ບານ, ພັນ​ທະ​ບັດກິດ​ຈະ​ກຳ, ພັນ​ທະ​ບັດ​ລັດ​ຖະ​ບານ​ຕິດ​ພັນ​ກັບ​ບາງ​ກິດ​ຈະ​ກຳ​ລະ​ອຽດ​. ປັດ​ຈຸ​ບັນ, ສອງ​ນະ​ຄອນ​ລ້ວນ​ແຕ່​ມີຫຼາຍ​ໂຄງ​ການ​ຈຸດ​ສຸມ ກ່ຽວ​ກັບ​ພື້ນ​ຖານ​ໂຄງລ່າງ​ຄົມ​ມະ​ນາ​ຄົມ, ທ່າ​ກຳ​ປັ່ນ​ທະ​ເລ, ສະ​ໜາ​ມ​ບິນ, ພະ​ລັງ​ງານ”.

ປັດ​ຈຸ​ບັນ, ມີຫຼາຍ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຫັນ​ໄດ້​ຈຸດ​ພົ້ນ​ເດັ່ນ ແລະ ຄວາມ​ສາ​ມາດບົ່ມຊ້ອນ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ. ນັ້ນ​ແມ່ນ​ປະ​ຊາ​ກອນ​ໜຸ່ມ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ແຮງ, ດັ່ງ​ນັ້ນ ມີຫຼາຍ​ນັກ​ລົງ​ທຶນ​ຢາກ​ລົງ​ທຶນ​ເຂົ້າ VIFC. ເພື່ອໃຫ້ VIFC-HCMC ກາຍ​ເປັນ​ຊ່ອງ​ທາງ​ນຳ​ທຶນ​ເຂົ້າ ​ຫວຽດ​ນາມ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບັນ​ດາ​ນັກ​ລົງ​ທຶນ​​ປາດ​ຖະ​ໜາວ່າ ຈະມີຫຼາຍ​ຂໍ້​ກຳ​ນົດ​ທີ່​ເໝາະ​ສົມ, ໃນ​ນັ້ນ​ມີ​ກົນ​ໄກຢ່າງ​ໂປ່ງ​ໃສ​ເພື່ອຄວບ​ຄຸມ​ຄວາມ​ສ່ຽງໃຫ້​ແກ່​ນັກ​ລົງ​ທຶນ​ຕາມ​ທຳ​ນຽມ​ສາ​ກົນ​.