ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA) ຫາກໍ່ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) ພາຍຫຼັງທີ່ໄດ້ເຈລະຈາມາເປັນເວລາກວ່າ 14 ປີ. ນີ້ບໍ່ພຽງແຕ່ແມ່ນເພີ່ມ FTA ຕື່ມອີກໜຶ່ງສະບັບໜຶ່ງໃນເຄືອຂ່າຍເຊື່ອມໂຍງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສັນຍາທີ່ປະກົດຕົວກົງກັບຈຸດເວລາທີ່ພື້ນຖານເສດຖະກິດ ພວມຊອກຫາບັນດາກຳລັງຜັກດັນ ເຕີບໂຕໃໝ່ ປະກອບສ່ວນຫັນເປົ້າໝາຍ ບັນລຸລະດັບການເຕີບໂຕສອງຕົວເລກຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງໃນຊຸມປີຈະມາເຖິງ.
ເຖິງວ່າມີປະຊາກອນພຽງປະມານ 15 ລ້ານຄົນເທົ່ານັ້ນ, ແຕ່ EFTA ປະກອບມີ 4 ປະເທດຄື:ສະວິດ, ນອກແວ, ອຽກລັງ ແລະ ເລັກເຕນສະເຕນ ກໍ່ລ້ວນແຕ່ແມ່ນບັນດາພື້ນຖານເສດຖະກິດທີ່ມີລາຍຮັບສະເລ່ຍຕໍ່ຫົວຄົນຈັດໃນກຸ່ມສູງທີ່ສຸດໃນໂລກ, ມີພື້ນຖານອຸດສາຫະກຳທັນສະໄໝ, ເຕັກໂນໂລຢີກ້າວໜ້າ ແລະ ລະບົບນິເວດນະວັດຕະກຳພັດທະນາ. ເພາະສະນັ້ນ, ຄຸນຄ່າຂອງສັນຍາແມ່ນຄຸນນະພາບຂອງພື້ນຖານເສດຖະກິດ. ບໍ່ພຽງແຕ່ສ້າງກາລະໂອກາດສົ່ງອອກຕື່ມອີກໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ສັນຍາຍັງສ້າງຄວາມສາມາດເຂົ້າຮ່ວມຕ່ອງໂສ້ມູນຄ່າທົ່ວໂລກທີ່ມີປະລິມານເຕັກໂນໂລຢີສູງຢ່າງເລິກເຊິ່ງກວ່າ. ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ:
ສັນຍາໄດ້ຮັບຄວາມຫວັງຈະດຶງດູດບັນດາແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງຈາກບັນດາປະເທດ EFTA ເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດຄື: ເຕັກໂນໂລຢີສູງ, ອຸດສາຫະກຳປຸງແຕ່ງ, ພະລັງງານສະອາດ, ຫັນເປັນສີຂຽວ, ນະວັດຕະກຳ ແລະ ພັດທະນາຊັບພະຍາກອນມະນຸດ. ນີ້ບໍ່ພຽງແຕ່ແມ່ນແຫຼ່ງທຶນເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດຮັບເອົາເຕັກໂນໂລຢີທີ່ກ້າວໜ້າ, ປະສົບການໃນການຄຸ້ມຄອງບໍລິຫານ ແລະ ບັນດາຮູບແບບພັດທະນາແບບຍືນຍົງ.
ໃນດ້ານເສດຖະກິດ, ຄຸນຄ່າໃຫຍ່ສຸດຂອງສັນຍາຍັງແມ່ນການສ້າງກຳລັງຜັກດັນໃໝ່ໃຫ້ພື້ນຖານເສດຖະກິດ ຫວຽດນາມ. ໃນໄລຍະມຸ່ງໄປເຖິງເປົ້າໝາຍເຕີບໂຕບັນລຸລະດັບເຕີບໂຕສອງຕົວເລກ, ຫວຽດນາມ ຕ້ອງການແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ, ເຕັກໂນໂລຢີທັນສະໄໝ ແລະ ບັນດາຮູບແບບຄຸ້ມຄອງບໍລິຫານທີ່ກ້າວໜ້າເພື່ອຍົກສູງສະມັດຕະພາບໃນການອອກແຮງງານ ແລະ ຄວາມສາມາດໃນການແກ້ງແຍ້ງ. ນີ້ກໍ່ແມ່ນທ່າແຮງຂອງບັນດາປະເທດ EFTA. ເພາະສະນັ້ນ, ສັນຍາໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ພວມໃຫ້ບຸລິມະສິດ.
ສິ່ງສຳຄັນກ່ວານັ້ນແມ່ນ, ບັນດາມາດຕະຖານທີ່ເຄັ່ງຂັດຂອງ EFTA ໄດ້ສ້າງກຳລັງຜັກດັນເພື່ອໃຫ້ວິສາຫະກິດ ຫວຽດນາມ ຍົກສູງຄຸນນະພາບຜະລິດຕະພັນ, ປັບປຸງການຄຸ້ມຄອງບໍລິຫານ ແລະ ເພີ່ມຄວາມສາມາດແກ້ງແຍ້ງໃນຕະຫຼາດສາກົນ. ທ່ານ Julien Guerrie ເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ຫວຽດນາມ ພວມເປີດບັນດາການເຄື່ອນໄຫວດຳເນີນທຸລະກິດ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ບໍ່ແມ່ນວ່າຍາມໃດຄວາມໄວກໍ່ມີໝາຍຄວາມຄືກັນກັບຄຸນນະພາບສູງ. ຖ້າເພື່ອນສາມາດສົ່ງອອກໄປຍັງ ເອີລົບ, ເພື່ອນກໍ່ສາມາດສົ່ງອອກໄປຍັງທຸກປະເທດໃນໂລກ ຍ້ອນວ່າ ມາດຕະຖານຂອງພວກຂ້າພະເຈົ້າ ເຄັ່ງຂັດທີ່ສຸດ.
ກົງກັນຂ້າມ, EFTA ກໍ່ໄດ້ເຫັນຫຼາຍໂອກາດຢູ່ ຫວຽດນາມ. ດ້ວຍສະພາບແວດລ້ອມດ້ານການເມືອງເປັນປົກກະຕິ, ລະດັບເຕີບໂຕສູງ ແລະ ມີທີ່ຕັ້ງສຳຄັນໃນຕ່ອງໂສ້ການສະໜອງຢູ່ພາກພື້ນ, ຫວຽດນາມ ພວມກາຍເປັນສະຖານທີ່ດຶງດູດຂອງບັນດາວິສາຫະກິດ ເອີລົບ. ຄືດັ່ງການແບ່ງປັນຂອງບັນດາສະມາຊິກລັດຖະສະພາ EFTA ພາຍຫຼັງສັນຍາໄດ້ຮັບການເຈລະຈາສຳເລັດ.
ຂ້າພະເຈົ້າຄິດວ່າ ມີຫຼາຍຂົງເຂດທີ່ພວກເຮົາອາດສາມາດຮ່ວມມືນຳກັນໄດ້. ບັນດາບໍລິສັດມີວິຊາການ, ຄັດເລັບຈາກ ເອີລົບ ຈະຊ່ວຍ ຫວຽດນາມ ພັດທະນາໃນຂົງເຂດພະລັງງານທົດແທນ ຫຼື ເຕັກໂນໂລຢີໄຟຟ້າແຮງລົມຢູ່ນອກຝັ່ງ. ຫຼືໃນຂົງເຂດສິນໃນນ້ຳ, ກະສິກຳ, ມີຫຼາຍວິສາຫະກິດ ເອີລົບ ພວມມີໜ້າຢູ່ ຫວຽດນາມ ແລະ ພວກເຮົາສາມາດເປີດກວ້າງການພົວພັນນັ້ນ.
ຂ້າພະເຈົ້າຄິດວ່າ ມີຫຼາຍກາລະໂອກາດຮ່ວມມືນຳກັນ, ຕົວຢ່າງຄືໃນຂົງເຂດຜະລິດລົດໄຟຟ້າ. ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມເອົາໃຈໃສ່ທີ່ສຸດເຖິງເງື່ອນໄຂການເມືອງເປັນປົກກະຕິ, ການຫຼຸດຜ່ອນລະບຽບການບໍລິຫານ, ການເພີ່ມລັກສະນະໂປ່ງໃສ ແລະ ການປັບປຸງຂັ້ນຕອນການເຮັດວຽກຢູ່ ຫວຽດນາມ, ສິ່ງນີ້ມີຄວາມຈຳເປັນທີ່ສຸດ, ພິເສດແມ່ນສຳລັບບັນດາບໍລິສັດຂະໜາດນ້ອຍ. ລັດຖະບານ ຫວຽດນາມ ພວມມານະພະຍາຍາມ ສ້າງລະບົບຍືນຍົງ, ໃນນັ້ນທັງສອງຝ່າຍລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງສະບັບນີ້. ຫວັງວ່າ ຂໍ້ຕົກລົງສະບັບນີ້ຈະສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍໄດ້.
ບໍ່ພຽງແຕ່ເຂົ້າເຖິງຕະຫຼາດທີ່ມີປະຊາກອນເກືອບ 110 ລ້ານຄົນເທົ່ານັ້ນ, ວິສາຫະກິດ EFTA ຍັງສາມາດໝູນໃຊ້ ຫວຽດນາມ ຄືດັ່ງປະຕູເຊື່ອມຕໍ່ກັບ ອາຊຽນ ແລະ ເຄືອຂ່າຍສັນຍາການຄ້າເສລີ 17 ສະບັບ ເຊິ່ງ ຫວຽດນາມ ເຂົ້າຮ່ວມ. ເມື່ອການຄ້າທົ່ວໂລກ ພວມສ້າງເປັນຮູບເປັນຮ່າງດ້ວຍເຕັກໂນໂລຢີ, ການຫັນເປັນສີຂຽວ ແລະ ການສ້າງໂຄງປະກອບຕ່ອງໂສ້ການສະໜອງຄືນໃໝ່, ສັນຍາຈະຊ່ວຍໃຫ້ ຫວຽດນາມ ບໍ່ພຽງແຕ່ເປີດກວ້າງຕະຫຼາດ, ດຶງດູດແຫຼ່ງກຳລັງທີ່ມີຄຸນນະພາບສູງເທົ່ານັ້ນ ຫາກຍັງຍົກສູງຖານະບົດບາດ ຈາກປະເທດຜະລິດກາຍເປັນຄູ່ຮ່ວມມືທີ່ມີມູນຄ່າສູງໃນຕ່ອງໂສ້ການສະໜອງທົ່ວໂລກເທື່ອລະກ້າວ. ນັ້ນກໍ່ແມ່ນພື້ນຖານສຳຄັນເພື່ອສ້າງກຳລັງຜັກດັນການເຕີບໂຕໃໝ່ໃຫ້ແກ່ພື້ນຖານເສດຖະກິດໃນຊຸມປີຈະມາເຖິງ.
