ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ແມ່ນ​ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ ແລະ ​ການປ່ຽນ​ແປງ​​ວຽກ​ງານ​ພະ​ນັກ​ງານໂດຍ​ພື້ນ​ຖານ, ຮອບ​ດ້ານ​. ລັດ​ຖະນະ​ໂຍ​ບາຍ​​ທຸກ​ຢ່າງ​ຈະ​ປະ​ກົດ​ຜົນ​ເປັນ​ຈິງ​​ກໍ່​ຕໍ່ເມື່ອ​ມີ​ຖັນ​ແຖວ​ພະ​ນັກ​ງານ​ມີ​ຄຸນ​ນະ​​ທາດ, ຄວາມ​ສາ​ມາດ ແລະ ຄວາມ​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ຢ່າງ​ພຽງ​ພໍ.

ວຽກ​ງານ​ພະ​ນັກ​ງານ, ຖື​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເປ​ັນ​ສຳ​ຄັນບໍ່​ພຽງ​ແຕ່​ແມ່ນ​ການ​ເຊື່ອມ​ຕໍ່​ແຜນ​ນະ​ໂຍ​ບາຍ​ທະ​ລຸ​ລ່ວງ​ຂອງ​ພັກ​ເທົ່າ​ນັ້ນ. ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄຳ​ຮຽກ​ຮ້ອງ​ທີ່​ພວມ​ກາຍ​ເປັນ​ຄວາມ​ຈຳ​ເປັນ​ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ: ຢາກ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃຫຍ່, ຕ້ອງ​ມີ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ເໝາະ​ສົມ; ຢາກ​ລຸ​ລ່ວງ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສັງ​ຄົມ, ຕ້ອງ​ຮູ້​ຄົ້ນ​ພົບ, ນຳ​ໃຊ້ ແລະ ແລະ ​ຖື​ເປັນ​ສຳ​ຄັນ​ໃນ​ການ​ນຳ​ໃຊ້ບັນ​ດາ​ຜູ້​ມີ​ຄວາມ​ສາ​ມາດ​ທີ່​ແທ້​ຈິງ.

ຄຳ​ຮຽກ​ຮ້ອງພັດ​ທະ​ນາ​ໄດ້​ວາງ​ອອກ​ມາດ​ຖານ​ໃໝ່​ກ່ຽວ​ກັບ​ພະ​ນັກ​ງານ

ເລື່ອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ພັກ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ພະ​ນັກ​ງານ​ຢ່າງ​ຮອບ​ດ້ານ​ໃຫ້​ເຫັນ​ວ່າ ຄຳ​ຮຽກ​ຮ້ອງນີ້​ພວມ​ໄດ້​ຈັດ​ວາງ​ໃນ​ວິ​ໄສ​ທັດ​ອັນ​ຍາວ​ນານກວ່າ. ການ​ສະ​ຫລຸບ, ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ເຫັນໄດ້​ບັນ​ດາ​ຂໍ້​ຈຳ​ກັດ ແລະ ຊອກ​ຫາ​ວິ​ທິ​ເຮັດ​ທີ່​ເໝາະ​ສົມ ເພື່ອ​ສືບ​ຕໍ່​ສຳ​ລັດ​ວິ​ທີ​ຄົ້ນ​ພົບ, ຄັດ​ເລືອກ, ບຳ​ລຸງ​ສ້າງ, ຊັບ​ຊ​້ອນ ແລະ ນຳ​ໃຊ້​ຄົນ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່​ໃຫ້​ເປັນ​ຢ່າງ​ດີ.

ຕາມນັ້ນ​ແລ້ວ, ວຽກ​ງານ​ພະ​ນັກ​ງານບໍ່​ພຽງ​ແຕ່​ຢຸດ​ຢູ່​ເລື່ອງ​ຄັດ​ເລືອກ​ຖືກ​ຄົນ, ຖືກ​ທີ່​ຕັ້ງເທົ່າ​ນັ້ນ, ແຕ່​ສຳ​ຄັນ​ກວ່ານັ້ນ​ແມ່ນ​ຕ້ອງ​ສ້າງ​ບັນ​ດາ​ກົນ​ໄກ​ເພື່ອ​ໃຫ້​ຜູ້​ມີ​ຄວາມ​ສາ​ມາດ​ທີ່​ແທ້ຈິງ ໄດ້​ມອບ​ວຽກ​ທີ່ໃຫຍ່ກວ່າ, ມອບ​ສິດ ແລະ ມີ​ແຫຼ່ງ​ກຳ​ລັງ​ຢ່າງ​ພຽງ​ພໍ ເພື່ອ​ຫັນ​ແນວ​ຄວາມ​ຄິດ​ເປັນ​ໝາກ​ຜົນ. ທ່ານ​ພົນ​ຈັດ​ຕະ​ວາ, ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຫງວຽນ​ວັນ​ເຊົາ, ຮອງ​ຫົວ​ໜ້າ​ວິ​ທະ​ຍາ​ຄານ​ຍຸດ​ທະ​ສາດ ແລະ ປະ​ຫວັດ​ສາດ​ປ້ອງ​ກັນ​ຊາດ ຫວຽດ​ນາມ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ) ຖື​ວ່າ:

ຂ້າພະເຈົ້າຕັ້ງ​ຄວາມ​ຫວັງ​ຕໍ່​ວຽກ​ງານ​ພະ​ນັກ​ງານ​ຈະ​ຫັນ​ປ່ຽນ​ແຮງ​ຈາກ​ການ​ຄຸ້ມ​ຄອງ​ຄົນ ໄປ​ສູ່​ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ຄົນ. ຈາກ​ການ​ກະ​ກຽ​ມ​ພະ​ນັກ​ງານ​ຕາມ​ແຕ່​ລະ​ອາ​ຍຸ​ການ, ຫັນ​ໄປ​ສູ່​ການ​ກະ​ກຽ​ມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ການ​ນຳ​ໃຫ້​ແກ່​ບັນ​ດາ​ໜ້າ​ທີ່​ຍຸດ​ທະ​ສາດ, ຍາວ​ນານ​ຂອງ​ປະ​ເທດ​ຊາດ. ແລະສິ່ງ​ສຳ​ຄັນ ນັ້ນ​ແມ່ນ ຕ້ອງ​ສ້າງ​ກົນ​ໄກ​ເພື່ອ​ໃຫ້​ຜູ້​ມີ​ຄວາມ​ສາ​ມາດ​ໄດ້​ມອບ​ບັນ​ດາ​ວຽກ​ໃຫ່​ຍ, ຜູ້​ເຮັດ​ໄດ້​ວຽກ​ໄດ້​ຮັບການມອບ​ສິດ​ໃຫ່​ຍ. ຜູ້​ສ້າງ​​ເປັນຄຸນ​ຄ່າ​ໄດ້​ຮັບ​ກາ​ນ​ຮັບ​ຮູ້​ທີ່​ເໝາະ​ສົມ. ພ້ອມ​ກັນ​ນັ້ນ, ຜູ້ບໍ່​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ໄດ້ກໍ່​ຕ້ອງ​​ຖືກປ່ຽນ​ແທນ​ຢ່າງ​ທັນ​ການ.

ຖັນ​ແຖວພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ​ຕ້ອງ​ໄດ້​ມອບ​ບັນ​ດາ​ໜ້າທີ່​ໃຫຍ່, ວຽກ​ຍາກ

ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ເລ​ວັນ​ເກື່ອງ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ກໍ່​ສ້າງ​ພັກ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມິນ ຖື​ວ່າ: ຄຳ​ຮຽກ​ຮ້ອງວາງ​ອອກ​ໃ​ຫ້​ແກ່​ວຽກ​ງານ​ພະ​ນັກ​ງານ​ໃນ​ປະ​ຈຸ​ບັ​ນ ນັ້ນ​ແມ່ນ​ຕ້ອງ​ຖື​ເປັນ​ສຳ​ຄັນ​ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ. ຍ້ອນ​ວ່າ ຖັນ​ແຖວນີ້​ແມ່ນ “ນັກ​ສະ​ຖາ​ປານ​ິກ”, ແມ່ນ​ກຳ​ລັງ​ຮັກ​ສາ​ບົດ​ບາດ​ວາງ​ແຜນ​, ​ນຳ​ພາ, ສ້າງ​ສັນ ແລະ ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ:

ພະ​ນັກ​ງານ​ແຕ່​ລະ​ຄົນ, ນັບ​ທັງ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ, ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ, ຕ້ອງ​ຊາບ​ຊືມ​ຄຳ​ສັ່ງ​ສອນ​ຂອງ​ລຸງ ໂຮ່ ທີ່​ວ່າ “ວຽກ​ໃດ​ມີ​ຜົນປະ​ໂຫຍດ​ຕໍ່ ປ​ຊ​ຊ ຕ້ອງ​ເຮັດ​ຈົນ​ສຸດ​ຄ​ວາມ​ສາ​ມາດ​ຂອງ​ຕົນ, ວຽກ​ໃດ​ສ້າງ​ຜົນ​ຮ້າຍ​ໃຫ້​ແກ່ ປ​ຊ​ຊ ຕ້ອງ​ຫລີກ​ລ່ຽງ”. ເຮັດ​ໄດ້​ຄື​ແນວນັ້ນ, ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ ​ຄັ້ງ​ທີ 4 ຈຶ່ງ​ຈະ​ມີ​ກຳ​ລັງ​ແຜ່​ກະ​ຈາຍ, ເຂົ້າ​ສູ່​ຄຳ​ເວົ້າ ວຽກ​ເຮັດ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ. ເວ​ລານັ້ນ ຈະກາຍ​ເປັນ​ຂະ​ບວນ​ການ “ສະ​ມາ​ຊິກ​ພັກ​ໄປ​ກ່ອນ, ປ​ຊ​ຊ ໄປ​ຕາມ”.

ນອກ​ຈາກນັ້ນ​ແລ້ວ, ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ຖັນ​ແຖວ​ພະ​ນັກ​ງານ​ຮາກ​ຖານຢ່າງ​ເໝາະ​ສົມ. ໃນ​ສະ​ພາບ​ການ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ, ຫຼາຍ​ໜ້າ​ທີ່​ໃນ​ເມື່ອ​ກ່ອນຂຶ້ນ​ກັບ​ຂັ້ນ​ເມືອງ, ພ້ອມ​ກັບ​ບາງ​ໜ້າ​ທີ່​ໄດ້​ແບ່ງ​ຂັ້ນ​ຈາກ​ຂັ້ນ​ແຂວງ​ໃນ​ປະ​ຈຸ​ບັນ ໄດ້​ສົ່ງ​ໄປ​ຂັ້ນ​ຕາ​ແສງ-ຂັ້ນ​ອຳ​ນາດ​ການ​ປົກ​ຄອງ​ໃກ້​ຊິດ​ກັບ ປ​ຊ​ຊ ກວ່າ.

ຈາກການ​ຕີ​ລາ​ຄາ​ພະ​ນັກ​ງານ​ໃຫ້​ຖືກ​ຕ້ອງ, ນຳ​ໃຊ້​​ຖືກຄົນ, ມອບ​ໜ້າ​ທີ່​ສົມ​ກັບ​ຄວາມ​ສາ​ມາດ, ໄປ​ເຖິງ​ການ​ສ້າງ​ກົນ​ໄກ​ຄົ້ນ​ພົບ, ດຶງ​ດູດ ແລະ ຖື​ຜູ້ມ​ີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເປັນ​ສຳ​ຄັນ​ນັ້ນ, ທຸກ​ຢ່າງ​ລ້ວນ​ແຕ່​ເພື່ອ​ແນ​ໃສ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ມີ​ຄຸນ​ນະ​ທາດ, ຄວາ​ມ​ສາ​ມາດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຄາດ​ຫວັງ​ອຸ​ທິດ​ສ່ວນ​ຢ່າງ​ພຽງ​ພໍ. ນີ້ກໍ່​ແມ່ນ​ເງື່ອນ​ໄຂ​ສຳ​ຄັນ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ປະ​ຕິ​ບັດ, ນຳ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ພັກ ກາຍ​ເປັນ​ບັນ​ດາ​ໝາກ​ຜົນ​ອັນ​ລະ​ອ​ຽດ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍ​ນະ​ໃໝ່./.