ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ການຄຸ້ມ​ຄອງ, ​ນຳ​ໃຊ້ທີ່​ດິນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ແກ້​ໄຂ​ຢ່າງ​ກົມ​ກຽວ ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ລ​ັດ ແລະ ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຜູ້​ນຳ​ໃຊ້​ທີ່​ດິນ​ອີກ​ດ້ວຍ. ນີ້ກໍ່​ແມ່ນ​ບັນ​ດາ​ເນື້ອ​ໃນ​​ທີ່ໄດ້​ວາງ​ອອກ​ໃນ​ວິ​ວັດ​ການ​ສະ​ພາ​ແຫ່ງ​ຊ​າດ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ສະ​ບັບ​ປັບ​ປຸງ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16.

ຕົວ​ຈິງ​ໃນການ​ຜັນ​ຂະ​ຫຍາຍກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນປີ 2024 ໃຫ້​ເຫັນ​ວ່າ ຍັງ​ມີ​ບັນ​ດາ​ບັນ​ຫາ​ທີ່​ຕ້ອງ​ສືບ​ຕໍ່​ສ້າງ​ໃຫ້​ສຳ​ເລັດ, ຈ​າກ​ກົນ​ໄກ​ກຳ​ນົດ​ລາ​ຄາ​ທີ່​ດິນ, ການ​ເກັບ​ຄືນ​ທີ່​ດິນ, ​ການຊົດ​ເຊີຍ, ໜູນ​ຊ່ວຍ, ການ​ຕັ້ງ​ຖີ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ຕະຫຼອດ​ຮອດ​ລະ​ບຽບ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລົງ​ທຶນ. ທີ່​ດິນ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບຫຼາຍ​ຂົງ​ເຂດ​ຄື: ການ​ວາງ​ແຜນ​ຜັງ, ການ​ລົງ​ທຶນ, ການກໍ່​ສ້າງ, ເຮືອນ​ຢູ່ ແລະ ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ.

ນະ​ໂຍ​ບາຍ​ຄົບ​ຊຸດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ ປ​ຊ​ຊ

ທີ່ວາ​ລະ​ປະ​ຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ຕຸ​ລາ, ທ່ານ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເນັ້ນ​ໜັກ​ເຖິງຄຳ​ຮຽກ​ຮ້ອງ​ດ​ຸ່ນ​ດ່ຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ ແລະ ນັກ​ລົງ​ທຶນ; ພ້ອມ​ກັນ​ນັ້ນງກໍ່ຕ້ອງ​ສ້າງ​ກົນ​ໄກ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້​ສຳ​ເລັດ​ຜົນຕາມ​ທິດ​ຈະ​ແຈ້ງ, ມີ​ພື້ນ​ຖານ​ຂໍ້​ມູນ ແລະ ວິ​ທີ​ການ​ທີ່ເໝາະ​ສົມ:

ເພີ່ມຫຼັກ​ການດຸ່ນ​ດ່ຽງ​ຜົນ​ປະ​ໂຫຍດ​ຂອງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ, ນັກ​ລົງ​ທຶນ; ມີ​ດັດ​ຊະ​ນີ​ປັບ​ປຸງ​ເຂດ​ມູນ​ຄ່າ​ຂອງ​ທີ່​ດິນ​ຕາມ​ມາດ​ຖານ​ຢ່າງ​ຈະ​ແຈ້ງ. ຕາ​ຕະ​ລາງທີ່​ດິນ​ຕ້ອງ​​ປະ​ກາດ 5 ປີ/ເທື່ອ​, ຫຼື​ມີ​ໄຫວ​ພິບ​ກວ່າ​ແມ່ນ​ປະ​ກາດ​ໂດຍ​ໄວກ່ຽວ​ກັບກົນ​ໄກ​ປັບ​ປຸງ​ໃນໄລ​ຍະ ເມື່ອ​ເກີດ​ການ​ຜັນ​ແປ​ໃຫຍ່. ບັງ​ຄັບ​ໃຫ້​ການກວດ​ກາ​ແມ່ນ​ຕ້ອງ​ເປັນ​ເອ​ກະ​ລາດ, ເປີດ​ເຜີຍ​ແບບ​ວິ​ທີ​ການ ແລະ ຂໍ້​ມູນ​ສົ້ນ​ເຂ​ົ້າ.

ນະ​ໂຍ​ບາຍ​ຄົບ​ຊຸດບໍ່​ພຽງ​ແຕ່​ຢຸດ​ຢູ່​ຄວາມເປັນ​ເອກ​ະ​ພາບ​ການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ເທົ່າ​ນັ້ນ, ຫາກ​ຍັງ​​ຕ້ອງຮັບ​ປະ​ກັນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ເກັບ​ຄືນ​ທີ່​ດິ​ນ​, ​ການຊົດ​ເຊີຍ, ໜູນ​ຊ່ວຍ​ການ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄ​ືນ​ໃໝ່ ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເປີດ​ເຜີຍອ​ີກດ​້ວຍ. ທ່ານ ຫງວຽນ​ດິ່ງ​ຊວັນ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ໄຕ​ນິງ, ຍົກ​ອອກ​ຄຳ​ເຫັນ​ວ່າ:

“ຫັນ​ບັນ​ດາ​ລະ​ບຽບ​ການ​ກ່ຽວ​ກັບ​ທີ່​ດິນ​ເປັນ​ງ່າຍ​ດາຍ. ທີ 2 ແມ່ນ​ການຈັດ​ແບ່ງ​ສິດ, ຈັດ​ແບ່ງ​ຂັ້ນ. ທີ 3 ແມ່ນ​ລັ​ກ​ສະ​ນະ​ໂປ່ງ​ໃສ ແລະ ພວກ​ເຮົາ​ສາ​ມາດ​ຫຼຸດ​ຜ່ອນ​ການ​ຈັດ​ແບ່ງ​​ທີ່​ດິນເປັນ​ຫຼາຍ​ປະ​ເພດ​ຄື​ແນວນັ້ນ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເພດທີ່​ດິນ​​ທີ່ນອນ​ໃນ​ກຸ່ມ​​ດຽວ​ກັນ, ຕົວ​ຢ່າງ​ຄື, ດິນ​ປະ​ຈ​ຳ​ປີ, ດິນ​ປູກ​ຕົ້​ນ​ໄມ້​ໄລ​ຍະ​ຍາວ, ດິນ​ທີ່​ເສຍ​ອາ​ກອນ​ທີ່​ດິນກະ​ສິ​ກຳ​ທີ່​ຂຸດ​ຄົ້ນ​ມູນ​ຄ່າ​ທຽບ​ເທົ່າ​ກັນ… ເພື່ອ​ຊ່ວຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ວຽກ​ງານ​ຄຸ​້ມ​ຄອງ”.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​

ເຖິງວ່າ​ນະ​ໂຍ​ບາຍ​ໄດ້​ສ້າງ​ຂຶ້ນ​ຢ່າງ​ຄ​ົບ​ຖ້ວນ ກໍ່​ຍາກ​ທີ່​ຈະ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ໄດ້​ຖ້າ​ຂາດ​ການ​ແນະ​ນຳ​ລະ​ອຽດ, ການ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ ແລະ ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ. ສະ​ນັ້ນ, ພ້ອມ​ກັບ​ການ​ສ້າງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບນັ້ນ, ຕ້ອງ​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ເພີ່ມ​ທະ​ວີ​ການກວດ​ກາ, ຕິ​ດ​ຕາມກວດ​ກາ ແລະ ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຄັດ​ທີ່​ເກີດ​ຂຶ້ນຢ່າງ​ທັນ​ການ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ, ຖື​ວ່າ:

ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ຕ້ອງ​ເຮັດ​ຢ່າງ​ເຄັ່ງ​ຂັດ, ລະ​ອຽດ. ພວກ​ເຮົາ​ຕ້ອງ​ຖື​ການ​ສ້າງ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸ​ມ​ທີ່​ສຸດ, ຍ້ອນ​ວ່າ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ກ່ຽວ​ຂ້ອງ​ເຖິງ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ, ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ຄັນ​ເພື່ອ​ແນ​ໃສ່​ປຸກ​ລຸກ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ພັດ​ທະ​ນາ ແລະ ຍົກ​ສູງປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​​ແຫ່ງ​ລັດ. ແຕ່​ເພື່ອ​ໃຫ້​ແຫຼ່ງ​ກຳ​ລັງ​ນັ້ນ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາຢ່າງ​ແທ້​ຈິງ, ນະ​ໂຍ​ບາຍ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ໂປ່ງ​ໃສ ແລະ ມີ​ຄວາມ​ຍຸ​ຕິ​ທຳ; ໃນ​ນັ້ນ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ຕ້ອງ​ໄດ້​ຮັບ​ການຮັບ​ປະ​ກັນ​ດ້ວຍ​ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ລະ​ອຽດ ແລະ ກົນ​ໄກ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ນະ​ໂຍ​ບາຍ​ຄົບ​ຊຸດ​ແມ່ນ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂ​ຈຸດ​ອຸດ​ຕັນ, ​ການຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ຄວາ​ມ​ເຫັນ​ດີ​ເຫັນ​ພ້ອມ. ປະ​ສານ​ສົມ​ທົບ​ສອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນີ້​ໄດ້​ຈະ​ຊ່ວຍ​​ໃຫ້ທີ່​ດິນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ, ກົມ​ກຽວກວ່າ​ລະ​ຫວ່າງ ລັດ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ- ​ສັງ​ຄົມ ແບບ​ຍືນ​ຍົງ./.