ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 (ຈັດ​ຂຶ້ນ​ແຕ່​ວັນ​ທີ 5-10 ສິງ​ຫາ ​ປີ 2026) ໄດ້​ເປັນ​ເອ​ກະ​ພາບ ປະ​ກາດ​ຂໍ້​ກຳ​ນົດ​ເລກ​ທີ 224 ກ່ຽວ​ກັບ​ເລື່ອງສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ປ່ຽນແທນ​ໃຫ້​ຂໍ້​ກຳ​ນົດເລກທີ 15 ກ່ຽວ​ກັບເລື່ອງສະ​ມາ​ຊິກ​ພັກເຮັດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ດ້ວຍ​ເນື້ອ​ໃນທີ່​ກ​ວ້າງ​ກ​ວ່າ, ຕິດ​ພັນ​ກັບການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດໃນ​ຕົວ​ຈິງ​ກວ່າ ແລະ ສອດ​ຄ່ອງກັບ​ຂໍ້​ກຳ​ນົດທຳນຽມ​ສາ​ກົນ.

ຫຼາຍການ​ປະ​ກອ​ບ​ສ່ວນ​ກ່ຽວ​ກັບ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ

ຕາມຕ​ົວ​ເລກ ແລະ ການ​ຕີ​ລາ​ຄາ​ຂອງ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ, ໂດຍມີ​ສະ​ມາ​ຊິກ​ພັກ​ກວ່າ 5.6 ລ້ານ​ສະຫາຍ​​ຂອງ​ທົ່ວ​ພັກ​ປະ​ຈຸ​ບັນ, ລະ​ດັບ​ການ​ເຂົ້າ​ຮ່ວມ​ຂອງສະ​ມາ​ຊິກ​ພັກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ ຍັງ​ບໍ່​ທັນ​ໄດ້ຫຼາຍ​ຄືຄວາມ​ຄາດ​ຫວັງ​ເທື່ອ. ໃນ​ຈຳ​ນວນສະ​ມາ​ຊິກ​ພັກ 5.6 ລ້ານ​ສະຫາຍໃນ​ທົ່ວ​ປະ​ເທດ, ອັດ​ຕາ​ສ່ວນສະ​ມາ​ຊິກ​ພັກເຮັດ​ເສດ​ຖະ​ກິດ​ເອ​ກະ​ຊົນ​ກວມ​ເອົາ​ແຕ່ 3.31% ເທົ່າ​ນັ້ນ.

ຕໍ່ໜ້າ​ຄຳ​ຮຽກ​ຮ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່, ຂໍ້​ກຳ​ນົດ​ເລກ​ທີ 224 ຂອງ​ສູນ​ກາງ ສະ​ບັບ​ລົງ​ວັນ​ທີ 14 ຕຸ​ລາ ​ປີ 2026 ກ່ຽວ​ກັບ​ເລື່ອງສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດທີ່ໄດ້​ປະ​ກາດ​ໃຊ້​ນັ້ນ, ທ່ານ ຫງວຽນ​ແທັງ​ງິ, ຫົວ​ໜ້າ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ​ພັກ ໃຫ້​ຮູ້​ວ່າ:

ຂໍ້​ກຳ​ນົດກ່ຽວ​ກັບ​ເລື່ອງສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ຂອບ​ເຂດ​ເນື້ອ​ໃນ​ທີ່ກວ້າງ​ກວ່າ, ຕິດ​ພັນ​ກັບ​ຕົວ​ຈິງ ແລະ ສອດ​ຄ່ອງ​ກັບ​ກົດ​ບັດ​ສາ​ກົນ. ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ, ເປັນ​ແບບ​ຢ່າງ​ຂອງສະ​ມາ​ຊິກ​ພັກ​ໃນ​ການ​ພັດ​ທະ​ນາ​ເ​ສດ​ຖະ​ກິດ. ສະ​ມາ​ຊິກ​ພັກບໍ່​ພຽງ​ແຕ່​ໄດ້​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ນຳ​ໜ້າ, ເປັນ​ແບບ​ຢ່າງ​ໃນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ອອກ​ແຮງ​ງານ, ທຳ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ຄວາມ​ຮັ່ງ​ມີ​ອັນ​ຊອບ​ທຳ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ກັບ​ສັງ​ຄົມ, ສະ​ພາບ​ແວດ​ລ້ອມ ແລະ​ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່​ອີກ​ດ້ວຍ.

ບາດ​ກ້າວຫັນປ່ຽນ​ທີ່​ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ

ຂໍ້​ກຳ​ນົດກ່ຽວ​ກັບ​ເລື່ອງສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ປະ​ກາດ​ໃຊ້​ໃນ​ຈຸດ​ເວ​ລາ​ທີ່​ປະ​ເທດ​ຊາດ​ພວມ​ຢືນ​ຢູ່​ບາດ​ລ້ຽວ​ປະ​ຫວັດ​ສາດ: ສັງ​ກາດ​ໃໝ່​ຂອງ​ຊາດ. ເລື່ອງ​ປ່ຽນ​ແປງ​ໃໝ່​ຈີນ​ຕະ​ນາ​ການ, ຫັນ​ຈາກການ “ອະ​ນຸ​ຍາດ” ໄປ​ສູ່ການ “ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະ​ດວກ” ເພື່ອ​ໃຫ້ສະ​ມາ​ຊິກ​ພັກສ້າງຄວາມ​ຮັ່ງ​ມີ​ອັນ​ຊອບ​ທຳ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ, ໄດ້​ເປີດ​ກວ້າງ​ການ​ເຂົ້າ​ຮ່ວມ​ຂອງສະ​ມາ​ຊິກ​ພັກໃນ​ພາກ​ລັດ; ເສີມ​ຂະ​ຫຍາຍ​ບົດ​ບາດສະ​ມາ​ຊິກ​ພັກໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ… ທ່ານ​ ໝາກກວັກ​ແອັງ ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ​ນະ​ຄອນ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

ສຳ​ລັບ​ແຜນ​ນະ​ໂຍ​ບາຍ​ຄັ້ງ​ນີ້, ສິ່ງ​ທີ່​ພວກ​ເຮົາ​ມຸ່ງ​ໄປ​ເຖິງ​ແມ່ນສະ​ມາ​ຊິກ​ພັກສາ​ມາດ​ປະ​ກອ​ບ​ສ່ວນ​ລະ​ອຽດ​ກວ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່ໄດ້​ຮັບ​ຄວາມຄອງ​ຄອຍ​ມາ​ແຕ່​ດົນ​ນານ​ຢ່າງ​ແທ້​ຈິງ, ຊື່ງ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ສະ​ມາ​ຊິກ​ພັກປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ມີ​ການ​ກະ​ທຳ​ຢ່າງ​ມີ​ຫົ​ວ​ຄິດ​ປະ​ດິດ​ສ້າງ. ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ, ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່, ສະ​ມາ​ຊິກ​ພັກແຕ່​ລະ​ຄົນ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ, ປະ​ກອບ​ສ່ວນ​ດ້ວຍ​ບັນ​ດາ​ວຽກ​ເຮັດ​ທີ່​ແທດ​ຈິງ. ເມື່ອ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປະ​ຕິ​ບັດ​ສິ່ງ​ທີ່​ຕົນ​ເອງ​ມີ​ຄວາມ​ປາດ​ຖະ​ໜາ, ສະ​ມາ​ຊິກ​ພັກຈະ​ມີ​ກຳ​ລັງ​ໜູນ​​ອຸ​ທິດ​ສ່ວນຕື່ມ​ອີກ, ຮ່ວມ​ແຮງ​ຮ່ວມ​ໃຈ​ນຳ​ປະ​ເທດ​ຊາດ​ໃຫ້ພັດ​ທະ​ນາ, ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ.

ການຮັບ​ຮູ້ເລື່ອງສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ຖືກ​ຕ້ອງ ໄດ້​ຊ່ວຍ​ສ້າງ​ກຳ​ລັງ​ດຶງ​ດູດ​ຢ່າງ​ແຮງ ເພື່ອ​ຮັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ເກັ່ງ, ບັນ​ດາ​ປັນ​ຍາ​ຊົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເຂົ້າ​ເປັນສະ​ມາ​ຊິກ​ພັກ​. ເຂົາ​ເຈົ້າ​ທັງ​ໄດ້​ສ້າງ​ມູນ​ຄ່າ​ດ້ານ​ວັດ​ຖຸ, ທັງ​ແຜ່​ກະ​ຈາຍ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ ແລະ ວັດ​ທະ​ນະ​ທຳ​ດຳ​ເນີນ​ທຸ​ລະ​ກິດທີ່ຊື່ກົງບໍລິສຸດ, ພ້ອມ​ກັນ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່./.