ດ້ວຍ​ຂໍ້​ສະ​ຫລຸບນີ້, ຫວຽດ​ນາມ ສືບ​ຕໍ່​ສົ່ງ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສະ​ໝີ​ຕົ້ນ​ສະ​ເໝີ​ປາຍ​ຄື: ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແມ່ນ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ສິດ​ໄດ້​ດຳ​ລົງ​ຊີ​ວິດ, ສິດ​ໄດ້​ຮັບ​ຄວາມ​ປອດ​ໄພ ແລະ ສິດ​ພັດ​ທະ​ນາ​ຂອງ ປ​ຊ​ຊ ທຸກ​ຄົນ.

ຕາມ ສ​ປ​ຊ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ສົ່ງ​ຜົນ​ກະ​​ທົບ​ຫຍໍ້​ທໍ້​​ໂດຍ​ກົງເຖິງ​ການ​ຊົ​ມໃຊ້ສິດ​ທິ​ມະ​ນຸດ, ລວມ​ທັງ​ສິດ​ໄດ້​ດຳ​ລົງ​ຊີ​ວິດ, ສິດ​ສົ່ງ​ເສີມ​ສຸ​ຂະ​ພາບ, ສິດ​ມີ​ສະ​ບຽງ​ອາ​ຫານ, ສິດ​ໃຊ້​ນ້ຳ​ສະ​ອາດ, ສິດ​ມີ​ເຮືອນ​ຢູ່ ແລະ ສິດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສິ່ງ​ແວດ​ລ້ອມ​ປອດ​ໂປ່ງ.

ສະ​ພາບ​ແວດ​ລ້ອມ​ດຳ​ລົງ​ຊີ​ວິດ​ທີ່ປອດ​ໄພ ແມ່ນ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ

ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດບໍ່​ພຽງ​ແຕ່ແມ່ນ​ການ​ແກ້​ໄຂ​ດ້ານ​ເຕັກ​ນິກ ຫຼື​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ການ​ເມືອງ​ສູງ​ສຸດຂອງ​ພັກ ແລະ ລັດ ໃນ​ການ​ຮັກ​ສາ​ບັນ​ດາ​ສິດ​ທິ​ສ່ວນ​ບຸກ​ຄົນ, ສິດ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ພົນ​ລະ​ເມືອງ​ແຕ່​ລະ​ຄົນ. ທີ່ກອງ​ປະ​ຊຸມ​ທົ່ວ​ປະ​ເທດຊາບ​ຊືມ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3, ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ການ​ຮັບ​ມື​ກັບປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແມ່ນ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ ປ​ຊ​ຊ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ, ແມ່ນ​ພັນ​ທະ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ຂອງ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ປະ​ຊາ​ຄົມ​ພົນ​ລະ​ເມືອງ ແລະ ປ​ຊ​ຊ ແຕ່​ລະ​ຄົນ. ຖື​ ປ​ຊ​ຊ ແລະ ຄຸນ​ນະ​ພາບ​ຊີ​ວິດຂອງ ປ​ຊ​ຊ ເປັນ​ໃຈ​ກາງ​ຂອງ​ທຸກ​ການຕັດ​ສິນ​ພັດ​ທະ​ນາ.

ການ​ຫັນ​ປ່ຽນ​ນີ້ ສະ​ແດງ​ໃຫ້​ເຫັນ​ມູມມອງ​ໃກ້ກັບ​ບັນ​ດາ​ມາດ​ຖານ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ນີ້​ອາດ​ຈະ​ຖື​ວ່າ​ແມ່ນ​ການຢັ້ງ​ຢືນ​ຄືນ​ຢ່າງ​ແຮງ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​​ທິ​ມະ​ນຸດ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ອັນ​ຂ້​ຽວ​ຂາດ​ຂອງ​ຕົວ​ຈິງ. ເລື່ອງ​ຂໍ້​ສະ​ຫລຸບ​ເລກ​ທີ 75 ​ຮຽກ​ຮ້ອງ​ໃຫ້​ສະ​ຫງວນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 2% ຍອດ​ລາຍ​​ຈ່າຍ​ງົບ​ປະ​ມານ​ຂອງ​ແຕ່​ລະ​ປີ​ໃຫ້​ແກ່​ບັນ​ຫາ​ສິ່ງ​ແວດ​ລ້ອມ, ເດັດ​​ດ່ຽວ​ຄວບ​ຄຸມ​ບັນ​ດາ​ແຫຼ່ງ​ເສດ​ເຫຼືອ​ໃຫ່​ຍ ຫຼື​ແກ້​ໄຂ​ມົນ​ລະ​ພິດ​ຢູ່​ບັນ​ດາ​ຕົວ​ເມືອງ​ພິ​ເສດ ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ເຕັກ​ນິກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ກະ​ທຳ​ຮັກ​ສາ​ສິດ​ສົ່ງ​ເສີມ​ສຸ​ຂະ​ພາບ​ອັນ​ຊອບ​ທຳ​ຂອງພົນ​ລະ​ເມືອງ​ອີກ​ດ້ວຍ.

ຮັກ​ສາ​ການ​ທຳ​ມາ​ຫາ​ກິນ ແລະ ຫັນ​ປ່ຽນ​ຢ່າງ​ຍຸດ​ຕິ​ທຳ

ການ​ກະ​ທົບ​ຂອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດມີ​ລັກ​ສະ​ນະ​ຂາດ​ຄວາມ​ຍຸດ​ຕິ​ທຳ​ຢ່າງ​ເລິກ​ເຊິ່ງ. ບັນ​ດາ​ຜູ້​ຮັບ​ຄວາມ​ສ່ຽງຫຼາຍ​ກ່​ວາ​ໝູ່, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ດອຍ, ເຂດ​ແຄມ​ທະ​ເລ, ຄົນ​ທຸກ​ຍາກ​ໃນ​ຕົວ​ເມືອງ….ພັດ​ແມ່ນ​ຜູ້​ທີ່​ຖືກ​ຜົນ​ສະ​ທ້ອນ​ອັນ​ໜັກ​ໜ່ວງ​ທີ່​ສຸດ.

ຈາກ​ແງ່​ມູມ​ສິດ​ທິ​ມະ​ນຸດ, ເລື່ອງ​ລັດ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ປົກ​ປ້ອງ​ກຸ່ມ​ຄົນ​ໄດ້​ຮັບ​ຄວາມ​ສ່ຽງຫຼາຍ ແມ່ນ​ໄມ້ຫຼາ​ວັດ​ແທກ​ຂອງ​ຄວາມ​ຍຸດ​ຕິ​ທຳ​ໃນ​ສັງ​ຄົມ. ຂໍ້​ສະ​ຫລຸບ​ເລກ​ທີ 75 ໄດ້​ຊີ້​ແຈ້ງ​ທິດ​ທາງ​ກະ​ທຳ​ແມ່ນ “ວາງ​ແຜນ​ຜັງ​ຄືນ​ໃໝ່​ບັນ​ດາ​ເຂດ​ຊຸມ​ຊົນ, ປະ​ຕິ​ບັດ​ການ​ຍົກ​ຍ້າຍ ປ​ຊ​ຊ ອອກ​ຈາກ​ບັນ​ດາ​ເຂດ​ຖືກ​ຄວາມ​ສ່ຽງ​ສູງ, ສົມ​ທົບ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ແບບ​ຍືນ​ຍົງ​ໃຫ້​ແກ່ ປ​ຊ​ຊ”

ຄວາມ​ຈິງ​ໃນ​ໄລ​ຍະ​ຜ່ານ​ມາ: ​ນັບ​​ຫມື່ນໆ ຄອບ​ຄົວ​ໄດ້​ຍົກ​ຍ້າຍ​ອອກ​ຈາກ​ເຂດ​ອັນ​ຕະ​ລາຍ, ເນື້ອ​ທີ່​ປູກ​ເຂົ້າ​ນັບ​ແສນ​ເຮັກ​ຕາ​ໄດ້​ຫັນ​ໄປ​ສູ່​ຮູບ​ແບບລ້ຽງກຸ້ງປະ​ສົມ​ກັບ​ປູກເຂົ້າ​ ຫຼື​ກະ​ສິ​ກຳ​ຮັບ​ມື ເພື່ອ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ.

ສິດ​ໄດ້​ອອກ​ແຮງ​ງານ ແລະ ທຳ​ມາ​ຫາ​ກິນ​ຂອງ ປ​ຊ​ຊ ໄດ້​ຮັບ​ການ​ປົກ​ປ້ອງ​ນັບ​ທັງ​ໃນ​ບັນ​ດາ​ການ​ຜັນ​ແປ​ຄັ້ງ​ໃຫ່​ຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ດ່າວ​ຊັວນ​ລາຍ, ຜູ້​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫັນ​ປ່ຽນ​ພະ​ລັງ​ງານ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຕີ​ລາ​ຄາ​ວ່າ:

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຢູ່ ຫວຽດ​ນາມ , ການ​​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມບໍ່​ພຽງ​ແຕ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ໃນ​ອະ​ນາ​ຄົດ, ແກ້​ໄຂການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດອີກ​ດ້ວຍ.

ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ ພວມ​ນາບ​ຂູ່​ສິດ​ທິ​ມະ​ນຸດ​ພື້ນ​ຖານ, ພິ​ເສດ​ແມ່ນ​ສິດ​ໄດ້​ດຳ​ລົງ​ຊີ​ວິດ. ຂໍ້​ສະ​ຫລຸບ​ເລກ​ທີ 75 ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄ​ັ້ງ​ທີ 3 ຊຸດ​ທີ 14 ໄດ້​ສ້າງ​ນະ​ໂຍ​ບາຍ​ແມ່​ທີ່​ຮອບ​ດ້ານ, ມີ​ລັກ​ສະ​ນະ​ວິ​ໄສ​ທັດ​ຮອດ​ປີ 2030 ແລະ 2045. ເລື່ອງ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ຈາກ​ຊີ​ວິດ​ອິນ​ຊີ, ສຸ​ຂະ​ພາບ​ຕະຫຼອດ​ຮອດ​ການ​ທຳ​ມາ​ຫາ​ກິນ ເປັນ​ແກ່​ນສານ​ໃຫ້​ແກ່​ທຸກ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້ກໍ່​ແມ່ນ​ໄມ້ຫຼາ​ວັດ​ແທກ​ສູງ​ທີ່​ສຸດ​ໃຫ້​ແກ່​ຮູບ​ແບບ​ພັດ​ທະ​ນາ​ໄວ, ສີ​ຂຽວ ແລະ ຍືນ​ຍົງ ຊື່ງ​ ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ./.