​ ລັດ​ຖະ​ບານວາງ​ອອກຍຸດ​ທະ​ສາດ​ດັ່ງ​ກ່າວໃນ​ສະ​ພາບ​ການ​ທົ່ວໂລກ​ມີ​ການ​ຫັນ​ປ່ຽນ​ແຫຼ່ງ​ເງິນ​ລົງ​ທຶນ ແລະ ປ່ຽນ​ແປງ​ພູມ​ສາດ​ການ​ເມືອງ​ຢ່າງ​ແຮງ, ຊື່ງ​ໄດ້​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ອັນ​ຈຳ​ເປັນ​ໃຫ້​ແກ່ ຫວຽດ​ນາມ ໃນ​ການ​ກຳ​ນົດ​ຄືນ​ຍຸດ​ທະ​ສາດ start up ເພື່ອສ້າງ​ທ່ວງ​ທ່າ​ບຸກ​ທະ​ລຸ

ນຳ start up ປະ​ດິດ​ຄິດ​ສ້າງ​ ກາຍ​ເປັນ​​ກຳ​ລັງ​ໜູນ​ເຕີບ​ໂຕ​ເສດ​ຖະ​ກິດ​ແກ່ນ​ສານ

ລະ​ບົບ​ຊີ​ວະ​ພາບ start up ປະ​ດິດ​ຄິດ​ສ້າງ​ຂອງ ​ຫວຽດ​ນາມ ໄດ້​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ. ພື້ນ​ຖານ​ໂຄງ​ລ່າງ​ໜູນ​ຊ່ວຍການ​ພັດ​ທະ​ນາ​ທີ່​ມີຫຼາຍ​ຮູບ​ແບບ ດ້ວຍ​ບັນ​ດາ​ຕາ​ໜ່າງກອງ​ທຶນລົງທຶນທີ່ມີຄວາມສ່ຽງ​ໄພ, ສວນປູກ​ລ້ຽງ, ພ້ອມ​ກັບ​ບັນ​ດາ​ສູນ​ໜູນ​ຊ່ວຍ start up ຈາກ​ທ້ອງ​ຖິ່ນ​ຕ່າງໆ ຕະຫຼອດ​ຮອດ​ລະ​ດັບ​ຊາດ. ຕາມ​ການ​ສະ​ຖິ​ຕິ, ປີ 2025, ດັດ​ຊະ​ນີ​ລະ​ບົບ​ຊີ​ວະ​ພາບ start up ທົ່ວ​ໂລກຂອງ ຫວຽດ​ນາມ ໄດ້​ບືນ​ຕົວ​ຂຶ້ນຈັດຢູ່​ອັນ​ດັບ​ທີ 55 ໃນ​ໂລກ. ໜ້າ​ສົນ​ໃຈ​ແມ່ນ ນະ​ຄອນ ໂຮ່​ຈິ​ມິນ ເປັນ​ຄັ້ງ​ທຳ​ອິດ​ໄດ້​ນອນ​ໃນ top 5 ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ຢືນ​ຢັນ​ດັບ​ທີ 110 ທົ່ວ​ໂລກ.

ໃນ​ຂະ​ນະ​ນັ້ນ, ນະ​ຄອນ ຮ່າ​ໂນ້ຍ ກໍ່​ເລື່ອນ​ຂຶ້ນ​ອັນ​ດັບ​ທີ 148, ສ່ວນ​ນະ​ຄອນ ດ່າ​ນັງ ເລື່ອນຂຶ້ນ 130 ຂັ້ນ, ຢຶນ​ອັນ​ດັບ​ທີ 766. ທ່ານ ຮວ່າງ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ຢືນ​ຢັນ​ວ່າ:

ຫວຽດ​ນາມ ຕ້ອງ​ອີງ​ຕາມ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ຫັນ​ປ່ຽນ​ພື້ນ​ຖານ​ເສດ​ຖະ​ກິດ. ປັດ​ໄຈ​ຕົ້ນ​ຕໍ​ເພື່ອ​ປະ​ຕິ​ບັດ​ວຽກ​ງານນີ້ກໍ່ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຈະ​ເປັນກຳ​ລັງ​ໜູນ ເພື່ອ​ນຳ​ເຕັກ​ໂນ​ໂລ​ຊີ, ວິ​ທະ​ຍາ​ສາດ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ສິ່ງທີ່ໜ້າ​ສົນ​ໃຈ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ກວ່າ​ຂອງ​ຍຸດ​ທະ​ສາດ ແມ່ນ​ບັນ​ດາ​ເປົ້າ​ໝາຍ​ລະ​ອຽດ​ໃນ​ປີ 2045. ໃນຄົນ ຫວຽດ​ນາມ 10 ຄົນ​ ຈະ​ມີຄົນ​ໜຶ່ງ​ດຳ​ເນີນການ start up, 35 ຄົນ​ຈະ​ມີ​ວິ​ສາ​ຫະ​ກິດ​ແຫ່ງ​ໜຶ່ງ ແລະ ປະ​ມານ 5.000 ຄົນ​ຈະ​ມີ​ວິ​ສາ​ຫະ​ກິດ start up ປະ​ດິດ​ຄິດ​ສ້າງ​ແຫ່ງ​ໜຶ່ງ.

ໃນຈຸດ​ເວ​ລານັ້ນ, ຫວຽດ​ນາມ ຈະ​ນອນ​ໃນ top 30 ປະ​ເທດ​ໃນໂລກກ່ຽວ​ກັບ start up ປະ​ດິດ​ຄິດ​ສ້າງ, ມີວິ​ສາ​ຫະ​ກິດ start up ​ກວ່າ 100 ແຫ່ງໄດ້​ກຳ​ນົດ​ມູນຄ່າ​ແຕ່ 100 ລ້ານ USD ຂື້ນ​ໄປ. ຕະຫຼາດ​ເງິນ​ລົງ​ທຶນທີ່ມີຄວາມສ່ຽງ ​ບັນ​ລຸ​ຂອບ​ຂະ​ໜາດ 10 ຕື້ USD. ນີ້ບໍ່ພຽງ​ແຕ່​ແມ່ນ​ບັນ​ດາ​ຕົວ​ເລກຢ່າງດຽວເທົ່ານັ້ນ, ຫ​າກ​ຍັງ​ແມ່ນ​ວິ​ໄສ​ທັດ​ກ່ຽວ​ກັບ​​ການ​ສ້າງໂຄງ​ປະ​ກອບ​ພື້ນຖານເສດ​ຖະ​ກິດ​ຄືນ​ໃໝ່, ແຫ່ງ​ທີ່ຈິດໃຈຂອງ​ນັກ​ທຸ​ລະ​ກິດ ແລະ ການປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ​ສັງ​ຄົມ.

ບັນ​ດາ​ມາດ​ຕະ​ການ​ຄົບ​ຊຸດ

ດ້ວຍທັດ​ສະ​ນະທີ່​ວ່າ ​ປະ​ເທດ start up ແມ່ນແຫ່ງ​ທີ່​ພົນ​ລະ​ເມືອງ​ທຸກ​ຄົນ​ລ້ວນ​ແຕ່​ສາ​ມາດ start up ບົນພື້ນ​ຖານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນ​ດີ​ຈີ​ຕອນນັ້ນ, ຍຸດ​ທະ​ສາດ ໄດ້​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ນະ​ວັດ​ຕະ​ກຳ​ທີ່ເລິກ​ເຊິ່ງ​ກ້​ວາງ​ຂວາງ: ກ້າ​ຄິດ, ກ້າ​ທຳ, ຍອມ​ຮັບ​ຄວາມ​ສ່ຽງ. ລັດ​ຖະ​ບານ​ຈະ​ຊີ້​ນຳ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ຢ່າງ​ຄົບ​ຊຸດ. ​ສ້າງລະ​ບອບ​ລະ​ບຽບ​ການ​ບໍ​ລິ​ຫານດີ​ຈີ​ຕອນ​ທັງ​ໝົດ​ໃຫ້​ສົມ​ບູນ​ແບບ​.

ກ່ຽວ​ກັບດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ສຶກ​ສາ start up ຈະ​ຖືກນຳ​ເຂົ້າລົງເລິກໃນ​ລະ​ບົບ​ການ​ສຶກ​ສາ​ແຫ່ງຊາດ, ຈາກ​ຂັ້ນ​ສາ​ມັນ​ຮອດ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ. ພ້ອມ​ກັນ​ນັ້ນ, ຕາ​ໜ່າງ​ພື້ນ​ຖານ​ໂຄງ​ລ່າງ​ໃຊ້​ລວມ, ສູນ​ນະ​ວັດ​ຕະ​ກຳ ແລະ ພື້ນ​ທີ່ start up ປະ​ຊາ​ຄົມຈະ​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

ສຸດ​ທ້າຍ, ຫວຽດ​ນາມ ຈະ​ຕັ້ງ​ໜ້າ​ເຊື່ອມ​ຕົວ, ດຶງ​ດູດ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ ເພື່ອ​ນຳ​ບັນ​ດາ start up ພາຍ​ໃນບືນ​ຕົວ​ຂຶ້ນ ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລ​ກ. ຫວຽດ​ນາມ​ ກຳ​ນົດ​ວ່າ start up ປະ​ດິດ​ຄິດ​ສ້າງ ແມ່ນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ອັນ​ຍາວ​ນານ ເພື່ອ​ຫັນ​ເປັນ​ດີ​ທີ່ສຸດ, ບຸກເບີກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ລະ​ດົມ​ແຫຼ່ງ​ກຳ​ລັງ. Start up ປະ​ດິດ​ຄິດ​ສ້າງຢ່າງ​ມີ​ປະ​ສິດ​ທິ​ຜົນ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ມຸ່ງ​ໄປ​ສູ່​ເປັນ​ເຈົ້າ​ຂອງ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ ແລະ ສ້າງ​ທ່າ​ບຸກ​ທະ​ລຸ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ-ສັງ​ຄົມ​ແບບ​ຍືນ​ຍົງ​ໃນ​ສັງ​ກາດ​ດີ​ຈີ​ຕອນ./.