ຈາກມະຕິເລກທີ 36 ລົງວັນທີ 26 ມີນາ ປີ 2004 ຮອດມະຕິເລກທີ 23 ລົງວັນທີ 2 ສິງຫາ 2026 ຂອງກົມການເມືອງ, ຈິນຕະນາການກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີບາດກ້າວພັດທະນາສຳຄັນ. ຖ້າມະຕິເລກທີ 36 ໄດ້ວາງພື້ນຖານໃຫ້ແກ່ການປັບປຸງກຸ່ມກ້ອນມະຫາສາມັກຄີ, ເອົາໃຈໃສ່ເບິ່ງແຍງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕິດພັນກັບບ້ານເກີດເມືອງນອນນັ້ນ, ມະຕິເລກທີ 23 ສືບຕໍ່ຍົກລະດັບວິທິການເຂົ້າເຖິງ; ບໍ່ພຽງແຕ່ໄດ້ສ້າງຄວາມສະໜິດຕິດພັນເທົ່ານັ້ນ, ຫາກຍັງໄດ້ເປັນເຈົ້າການເສີມຂະຫຍາຍແຫຼ່ງກຳລັງ, ສ້າງຂອບເຂດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດພ້ອມກັນເຂົ້າຮ່ວມ ແລະ ພັດທະນາປະເທດຊາດອີກດ້ວຍ.
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດດ້ວຍກ່ວາ 6.5 ລ້ານຄົນທີ່ພວມດຳລົງຊີວິດຢູ່ກວ່າ 130 ປະເທດ ແລະ ເຂດດິນແດນ, ໃນນັ້ນມີປະມານ 80% ແມ່ນຢູ່ບັນດາປະເທດພັດທະນາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບມີກຳລັງບົ່ມຊ້ອນດ້ານພູມປັນຍາ, ເຕັກໂນໂລຊີ, ການດຳເນີນທຸລະກິດ, ການເງິນ ແລະ ການຮ່ວມມືສາກົນ. ນີ້ແມ່ນແຫຼ່ງກຳລັງສຳຄັນເພື່ອໃຫ້ ຫວຽດນາມ ເຊື່ອມໂຍງ ແລະ ເຊື່ອມຕໍ່ກັບໂລກ.
ແຫຼ່ງກຳລັງຍຸດທະສາດ
ມະຕິເລກທີ 23 ໄດ້ເປີດບາດກ້າວພັດທະນາໃໝ່, ຈາກການຕິດພັນ, ຂົນຂວາຍ, ເອົາໃຈໃສ່ເບິ່ງແຍງ, ໄປເປັນການຮ່ວມເດີນທາງ, ສ້າງສັນ ແລະ ເສີມຂະຫຍາຍແຫຼ່ງກຳລັງ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ກຳນົດວ່າ ບໍ່ພຽງແຕ່ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາດໄດ້ເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງຍຸດທະສາດ, ແມ່ນຂົວຕໍ່ລະຫວ່າງ ຫວຽດນາມ ກັບໂລກ, ນັບມື້ນັບເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງໃນວິວັດການພັດທະນາປະເທດຊາດອີກດ້ວຍ. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ຈຸດໃໝ່ອ່ຽມແມ່ນແນວຄິດກວມລວມຂອງມະຕິເລກທີ 23, ຍົກລະດັບຈິນຕະນາການ, ຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ເບິ່ງແຍງ ໄປເປັນການຮ່ວມເດີນທາງ, ສ້າງສັນ. ນີ້ແມ່ນການສ້າງສັນເພື່ອລະດົມແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດໃນສັງກາດໃໝ່. ພ້ອມກັນນັ້ນ, ຕ້ອງສ້າງບັນດານະໂຍບາຍບຸລິມະສິດ, ສ້າງສະພາບແວດລ້ອມການເຮັດວຽກທີ່ຈະແຈ້ງໂປ່ງໃສ, ແກ່ງແຍ້ງ, ມອບສິດ ແລະ ຮັບປະກັນເງື່ອນໄຂເຂົ້າຮ່ວມການປະກອບສ່ວນໄລຍະຍາວນານ, ມີໄຫວພິບ.
ມະຕິເລກທີ 23 ເນັ້ນໜັກເຖິງເລື່ອງສ້າງບັນດາກົນໄກບຸກທະລຸເພື່ອດຶງດູດ ແລະ ເສີມຂະຫຍາຍບົດບາດຂອງບັນດາກຳລັງຫຼັກແຫຼ່ງຄື: ນັກຊ່ຽວຊານ, ປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດ, ນັກສິລະປິນ ແລະ ລຸ້ນໜຸ່ມ.
ໃນສະພາບການນັ້ນ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຢູ່ຕ່າງປະເທດກໍ່ເປັນເຈົ້າການກວ່າໃນການເຊື່ອມຕໍ່, ຮັບຟັງ ແລະ ຮ່ວມເດີນທາງພ້ອມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຈາກພຶດຕິກຳຕົວຈິງຂອງ ສິງກະໂປ, ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ:
ສຳລັບສະຖານທູດແລ້ວ, ບົດບາດກ່ຽວກັບການເຊື່ອມຕໍ່ໃນການທູດວິທະຍາເສດ ເຕັກໂນໂລຊີ ແມ່ນໜ້າທີ່ທີ່ຕ້ອງວາງຢູ່ຈຸດສຸມອັນດັບຕົ້ນໆ. ພວກຂ້າພະເຈົ້າໄດ້ສົມທົບກັບນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ບໍລິເວນ ແລະ ຜ່ານຄະນະຕິດຕໍ່ພົວພັນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ, ຜ່ານອົງການກ່ຽວກັບ ວິທະຍາເສດ ເຕັກໂນໂລຊີ ແລະ ບັນດານັກຊ່ຽວຊານ, ນັກປັນຍຊົນແຖວໜ້າ. ມີນັກຊ່ຽນຊານທີ່ເປັນຊາວ ຫວຽດນາມ ແຖວໜ້າຢູ່ບັນດາຂົງເຂດແຕກຕ່າງກັນຄື: ກວນຕຳ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, blockchain ແລະ ວັດສະດຸທີ່ກ້າວໜ້າ…, ມີຫຼາຍຄົນທີ່ມີຊື່ສຽງລະດັບພາກພື້ນ ແລະ ສາກົນ. ນີ້ແມ່ນບັນດາຂົວຕໍ່ຊື່ງສະຖານທູດພວກຂ້າພະເຈົ້າໄດ້ຂຸດຄົ້ນ, ເຊື່ອມຕໍ່ເພື່ອນຳມາເຊິ່ງປະສິດທິຜົນລະອຽດ.
ຮ່ວມແຮງຮ່ວມໃຈເພື່ອການພັດທະນາຂອງປະເທດຊາດ
ເລື່ອງຂອງ ສິງປະໂປ ໃຫ້ເຫັນວ່າ ຂອບເຂດການອຸທິດສ່ວນບໍ່ພຽງແຕ່ໄດ້ເປີດກວ້າງດ້ວຍບັນດານະໂຍບາຍໃໝ່ເທົ່ານັ້ນ, ຫາກຍັງດ້ວຍບັນດາວິທີເຊື່ອມຕໍ່ໃໝ່ອີກດ້ວຍ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ຢືນຢັນວ່າ:
ຂ້າພະເຈົ້າເຊື່ອໝັ້ນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະມີກາລະໂອກາດຫຼາຍຢ່າງເພື່ອປະກອບສ່ວນເປັນຢ່າງດີກວ່າ, ບັນລຸປະສິດທິຜົນກວ່າ, ແທດຈິງກວ່າເຂົ້າໃນວິວັດການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ພິເສດ, ຢູ່ຫຼາຍປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີທີ່ຕັ້ງບົດບາດສຳຄັນທັງໃນຊີວິດດ້ານການເມືອງ, ເສດຖະກິດ, ວັດທະນະທຳ ກໍ່ຄືກິລາ. ຂ້າພະເຈົ້າເຊື່ອໝັ້ນວ່າ ຖັນແຖວປັນຍາຊົນ, ນັກຊ່ຽວຊານນີ້ ຈະປະກອບຢ່າງຫຼວງຫຼາຍໃຫ້ແກ່ປະເທດຊາດ, ໃນສະພາບການທີ່ ຫວຽດນາມ ພວມມຸ່ງໄປສູ່ເປົ້າໝາຍປີ 2030 ແລະ 2045 ກາຍເປັນປະເທດພັດທະນາຢ່າງວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ເຂັ້ມແຂງ.
ມະຕິເລກທີ 23 ຍັງໄດ້ກຳນົດບົດບາດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກາຍເປັນບັນດາທູດວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ ຢູ່ປະເທດທີ່ເຂົາເຈົ້າໄດ້ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ. ນີ້ແມ່ນບາດກ້າວຫັນປ່ຽນໃນຈິນຕະນາການກ່ຽວກັບກຳລັງແຮງດຶງດູດພາຍໃນ, ເມື່ອວັດທະນະທຳບໍ່ພຽງແຕ່ເພື່ອອະນຸລັກຮັກສາເທົ່ານັ້ນ, ຫາກຍັງກາຍເປັນແຫຼ່ງກຳລັງໂຄສະນາພາບພົດຂອງປະເທດຊາດ, ເປີດກວ້າງການເຊື່ອມຕໍ່ ແລະ ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ອີກດ້ວຍ.
ຈາກ “ການອວ່າຍໜ້າເມືອຫາບ້ານເກີດເມືອງນອນ” ໄປສູ່ການ “ພ້ອມກັບບ້ານເກີດເມືອງນອນພັດທະນາ” ນັ້ນ, ຊ່ອງຫວ່າງດ້ານພູມສາດ ບໍ່ແມ່ນຮົ້ວກີດຂວາງອີກແລ້ວ. ມະຕິເລກທີ 23 ພວມເປີດກ້ວາງຂອບເຂດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນຈະສາມາດປະກອບພູມປັນຍາ, ເຕັກໂນໂລຊີ, ບົດຮຽນປະສົບການ, ແຫຼ່ງກຳລັງ, ວັດທະນະທຳ ແລະ ຄວາມສາມາດເຊື່ອມຕໍ່ກັບໂລກ./.
