ປະ​ຊາ​ຊົນ​ ຫວຽດ​ນາມ ພວມ​ຢູ່ໃນ​ຊຸມ​ວັນ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ ປະ​ສົບ​ຜົນ​ສຳ​ເລັດ (19/8/1945 - 19/8/2026). ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ ບໍ່​ພຽງ​ແຕ່​ຢຸດ​ຕິ​ແອກປົກ​ຄອງ​ຂອງ​ພ​ວ​ກ​ຫົວ​ເມືອງ​ຂຶ້ນ - ສັກ​ດີ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ປະ​ຕິ​ວັດ​ເພື່ອ​ມະ​ນຸດ - ເພື່ອ​ສິດມີ​ຊີ​ວິດ, ສິດ​ເສ​ລີ, ສິດ​ມີ​ຄວາມ​ຜາ​ສຸກອີກ​ດ້ວຍ. ນັບ​ແຕ່​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ນັ້ນ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ໄດ້​ກາຍ​ເປັນ​ເປົ້າ​ໝາຍກຳ​ນົດ​ໃນ​ລັດ​ຖະ​ທຳ​ມະ​ນູນ​ໃນ​ທຸກ​ໄລ​ຍະ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ການ​ປະ​ຕິ​ວັດເດືອນ​ສິງ​ຫາ ບໍ່​ພຽງ​ແຕ່​ມີ​ລັກ​ສະ​ນະ​ຊົນ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ, ສິດ​ທິ​ມະ​ນຸດ​ອີກ​ດ້ວຍ.

ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຸນ​ຄ່າ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ

ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ​ແມ່ນ​ໄດ້​ແກ້​ໄຂ​​ສິດ​ໄດ້​ມີ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ​ຫວຽດ​ນາມ ໂດຍ​ພື້ນ​ຖານ ແລະ ເຖິງຖອງ. ແຕ່​ປະ​ເທດ​ຖືກ​ຍູ້ໃຫ້ຕົກເຂົ້າເຫວດັບ​ສູນ​ຍ້ອນ​ໄພ​ອຶດ​ຫິວ​ເມື່ອ​ປີ 1945 ໂດຍ​ລະ​ບອບ​ຟາດ​ຊິດ ​ຍີ່​ປຸ່ນ ແລະ ຫົວ​ເມືອງ​ຂຶ້ນ​ ພ້ອມ​ກັບ​ໄພ​ທຳ​ມະ​ຊາດ, ລະ​ດູ​ການ​ເກັບ​ກ່ຽວ​ບໍ່​ໄດ້​ຮັບ​ຜົນ​ດີ​ສ້າງ​ຂຶ້ນ, ເຮັດ​ໃຫ້​ມີ​ຄົນ​​ເສຍ​ຊີ​ວິດ ກວ່າ 2 ລ້ານ​ຄົນ, ປະ​ຊາ​ຊົນ ​ຫວຽດ​ນາມ ຍາດ​ໄດ້​ສິດ​ເປັນ​ເຈົ້າ​ຂອງ​ປະ​ເທດ​, ສິດ​ໄດ້​ມີ​ຊີ​ວິດ, ສິດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັງ​ຄົມ​ແຫ່ງ​ຄວາມ​ຍຸ​ຕິ​ທຳຄືນມາ. ການ​ປະ​ຕິ​ວັດ​ບໍ່​ພຽງ​ແຕ່​ປ່ຽນ​ແປງຊາ​ຕາ​ກຳ​ຂອງ​ຊາດເທົ່າ​ນັ້ນ ຫາກ​ຍັງ​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ແຕ່​ລະ​ຄົນ​ອີກ​ດ້ວຍ. ພາຍ​ໃຕ້​ຮູບ​ການປົກຄອງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕທຳ​ອິດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເປັນຄັ້ງທຳ​ອິດທີ່​ປະ​ຊາ​ຊົນ​ຫວຽດ​ນາມ​ ໄດ້​ເອີ້ນ​ວ່າ “ພົນ​ລະ​ເມືອງ”, ໄດ້​ຮັບ​ສິດ ແລະ ພັນ​ທະ​ເທົ່າ​ທຽມ​ກັນ​ຕໍ່​ໜ້າ​ກົດ​ໝາຍ.

ໃນ​ຊຸມ​ວັນ​ທຳ​ອິດ​ຍາດ​ທີ່ໄດ້​ເອ​ກະ​ລາດ, ເຖິງວ່າ​ປະ​ເທດ​ຊາດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່ລັດ​ຖະ​ບານ​ຊົ່ວ​ຄາວ ​ຍັງ​ປະ​ກາດ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​ຄື: ລົບ​ລ້າງ​ການສ່ວຍສາ​ອາ​ກອນ, ຈັດ​​ການ​ກູ້​ໄພ​​ອຶດ​ຫິວ, ປະ​ຕິ​ບັດວຽກງານບຳເທົາ​ຄວາມລຳ​ບາກ​ຂອງ​ປະ​ຊາ​ຊົນ. ​ນັບ​ແຕ່​ປີ 1946, ເມື່ອຫຼາຍ​ປະ​ເທດ​ຍັງ​ພວມໂຕ້​ຖຽງ​ກັນ​ກ່ຽວ​ກັບ​ສິດ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ແມ່​ຍິງ, ​ໃນການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດຢູ່ ຫວຽດ​ນາມ ໄດ້​ຮັບ​ຮູ້​ສິດ​ເລືອກ​ຕັ້ງ ແລະ ອອກ​ສະ​ໝັກ​ຮັກ​ເລືອກ​ຕັ້ງ​ຂອງ​ແມ່​ຍິງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບາດ​ກ້າວປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ: ຫວຽດ​ນາມ ບໍ່​ຢືນ​ຢູ່ນອກ ຫຼື ໄປຕາມຫຼັງ​ບັນ​ດາ​ຄຸນ​ຄ່າທີ່​ກ້າວ​ໜ້າ​ຂອງມ​ວນ​ມະ​ນຸດ, ຫາກ​ຍັງ​ມີ​ຄວາມ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຄຸນ​ຄ່າ​ນັ້ນ​ນັບ​ແຕ່​ຊຸມ​ວັນ​ຫາ​ກໍ່​ສະ​ຖາ​ປະ​ນາ​ປະ​ເທດ​ຊາດໃນທັນທີ.

ຢຶດ​ໝັ້​ນ​ກັບ​ເປົ້າ​ມາຍ​ພັດ​ທະ​ນາ​ເພື່ອມະ​ນຸດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ

ໂດ​ຍ​ສືບ​ຕໍ່​ບັນ​ດາ​ຄຸນ​ຄ່າທີ່​ກ້າວ​ໜ້າ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ກຳ​ນົດ​ມະ​ນຸດ​ແມ່ນ​ພື້ນ​ຖານ, ແມ່ນເປົ້າ​ໝາຍ, ກຳ​ລັງ​ໜູນ​ຂອງ​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ທີ່ບໍ່​ໄດ້​​ເລືອກ​ຕັ້ງ​ຄືນ​ໃນ​ຊຸດ​ທີ XIV (ວັນ​ທີ 18 ສິງ​ຫາ), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ແຕ່​ລະ​ລຸ້ນ​ຄົນ​ມີ​ສະ​ພາບ​ການ, ໜ້າ​ທີ່​ແຕກ​ຕ່າງ​ກັນ, ແຕ່​ລ້ວນ​ແຕ່​ມີ​ເປົ້​າ​ໝາຍ​ລວມ​ແມ່ນ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ. ປະ​ຫວັດ​ສາດ​ບໍ່​ຮຽກ​ຮ້ອງ​ຄົນ​ລຸ້ນ​ຫຼັງ​ເຮັດ​​ວິ​ທີ​ການ​ຂອງ​ຄົນ​ລຸ້ນ​ກ່ອນຄືນອີກ, ແຕ່​ຮຽກ​ຮ້ອງ​ໃຫ້ແຕ່​ລະ​ລຸ້​ນຄົນ ​ຕ້ອງ​ມີ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ອຸ​ດົມ​ການ, ເປົ້າ​ໝາຍ​ຂອງ​ພັກ, ຮູ້​ສືບ​ທອດ ແລະ ມີ​ຄຸນ​ນະ​ທາດປ່ຽ​ນ​ແປງໃໝ່​ຢ່າງ​ພຽງ​ພໍ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ຍຸກ​ສະ​ໄໝ​ຂອງ​ຕົນ.

ໃນ​ຕົວ​ຈິງ, 81 ປີ​ຜ່ານ​ມາ, ໃນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້ສົມ​ບູນ​ແບບ, ການຮັບ​ປະ​ກັນ​ສິດ ແລະ ຜົນ​ປະ​ໂຫຍດອັນຖືກ​ຕ້ອງ​ກັນ​ກົດ​ໝາຍ, ອັນ​ຊອບ​ທຳຂອງ​ປະ​ຊາ​ຊົນ ຍາມ​ໃດ​ກໍ່​ແມ່ນ​ວຽກ​ງານ​ຈຸດ​ສຸມ. ກົດ​ໝາຍ​ວິ​ຊາ​ການຫຼາຍ​ສະ​ບັບ​ຄື: ​ກົດ​ໝາຍ​ແພ່ງ, ກົດ​ໝາຍ​ອາ​ຍາ, ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ, ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ກົດ​ໝ​າຍ​ວ່າ​ດ້ວຍ​ຄົນ​ພິ​ການ… ໄດ້​ຮັບ​ການ​ປະ​ກາດ​ໃຊ້ ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ສິດ​ຕາມ​ທິດ​ນັບ​ມື້​ນັບ​ຮອບ​ດ້ານ, ສອດ​ຄ່ອງ​ກັບ​ສະ​ພ​າບ​ການ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ ແລະ ມາດ​ຖານ​ສາ​ກົນ.

ໃນ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ, ປັດ​ໄຈ “ມະ​ນຸດ” ຍາມ​ໃດ​ກໍ່​ໄດ້​ຕັ້ງ​ຢູ່​ທີ່​ຕັ້ງ​ໃຈ​ກາງ. ສິ່ງ​ນີ້​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ລະ​ອຽດ. ຫວ່າງ​ແລ້ວ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ສະ​ເໜີ​ຮູບ​ແບບ​ເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ​ຢູ່​ຊຸມ​ຊົນ, ເມື່ອ​ຂະ​ແໜງ​ການ​ສຶກ​ສາ​ມຸ່ງ​ໄປ​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່​ຳ​ຮຽນ​ວັດທະນະທຳມະ​ນຸດ​, ເມື່ອ​ບັນ​ດາ​ທ້ອງ​ຖິ່ນ ລົງ​ທຶນ​ກໍ່​ສ້າງ​ສະ​ຖານ​ທີ່​ສີ​ຂຽວ, ລະ​ບົບ​ລະ​ບຽບ​ການ​ວັດ​ທະ​ນະ​ທຳ, ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ… ທ່ານ ​ຫວູ​ດ້າຍ​ທັ້ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ປັດ​ຈຸ​ບັນ, ກຳ​ລັງ​ໜູນ​ຫຼັກ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຍັງ​ແມ່ນ​ຂະ​ແໜງ​ການ​ບໍ​ລິ​ການ, ແຕ່​ວ່າ ນັບ​ແຕ່​ປີ 2027 – 2028 ບັນ​ດາ​ຂະ​ແໜງ​ອາ​ຊີບ​ໃໝ່, ດ້ວຍ​ມູນ​ຄ່າ​ເພີ່ມ​ສູງ, ເຕັກ​ໂນ​ໂລ​ຢີ​ສູງ, ບັນ​ດາ​ຂະ​ແໜງ​ໄດ້ນຳ​ມາ​ເຊິ່ງ​ຄວາມ​ໝາຍ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ສັງ​ຄົມ​ຄື: ການ​ແພດ, ສັງ​ຄົມ​ ຈະ​ແມ່ນ​ກຳ​ລັງ​ໜູນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

81 ປີ​ຜ່ານ​ມາ, ວິ​ວັດ​ການ​ຂອງ ຫວຽດ​ນາມ ພິ​ສູດໃຫ້ເຫັນ​ວ່າ: ປະ​ເທດ​ເຄົາ​ລົບ​ສິດ​ທິ​ມະ​ນຸດ​ ແມ່ນ​ປະ​ເທດ​ມາ​ນະ​ພະ​ຍາ​ຍາມ​ທີ່​ສຸດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ໄດ້​ດຳ​ລົງ​ຊີ​ວິດໃນ​ທ່າມ​ກາງ​ສັນ​ຕິ​ພາບ, ມີ​ສະ​ຫວັດ​ດີ​ການ​ທີ່​ໝັ້ນ​ແກ່ນ ແລະ ມີ​ໂອ​ກາດ​ພັດ​ທະ​ນາ​ຢ່​າງ​ຮອບ​ດ້ານ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ໝາກ​ຜົນ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຫຼັກ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ໃນ​ໂລກແຫ່ງ​ການ​ເຊື່ອມ​ໂຍງ​ອີກ​ດ້ວຍ./.