ດັດຊະນີທຶນມະນຸດເປີດກ້ວາງ (HCI+) ໄດ້ສ່ອງແສງຢ່າງຄົບຖ້ວນກ່ວາ ລະດັບການລົງທຶນ ແລະ ປະສິດທິຜົນການນຳໃຊ້ທຶນມະນຸດຂອງແຕ່ລະປະເທດ, HCI+ ບໍ່ພຽງແຕ່ໄດ້ວັດແທກກຳລັງຄວາມສາມາດບົ່ມຊ້ອນມະນຸດ ທີ່ໄດ້ສ້າງຂຶ້ນຜ່ານການສຶກສາ ແລະ ສາທາລະນະສຸກເທົ່ານັ້ນ, ຫາກຍັງໄດ້ພິຈາລະນາລະດັບການຫັນ ກຳລັງຄວາມສາມາດບົ່ມຊ້ອນນັ້ນ ກາຍເປັນໝາກຜົນເສດຖະກິດແທ້ຈິງ, ພິເສດແມ່ນວຽກເຮັດງານທຳ ແລະ ລາຍຮັບອີກດ້ວຍ.
ສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ກຳລັງຄວາມສາມາດແກ່ງແຍ້ງ
ຫວຽດນາມ ໄດ້ຮັບການຕີລາຄາຈາກທະນາຄານໂລກ ວ່າມີຄວາມພົນເດັ່ນຢູ່ບັນດາດ້ານ: ການສຶກສາ, ວຽກເຮັດງານທຳ ແລະ ປະສິດທິຜົນໃນການນຳໃຊ້ທຶນມະນຸດ. ລະອຽດຄື: ຫວຽດນາມ ມີໝາກຜົນການສຶກສາທີ່ພົ້ນເດັ່ນ. ຫວຽດນາມ ໄດ້ຮັກສາຜົນງານສູງໃນບັນດາການຕີລາຄາສາກົນກ່ຽວກັບຄວາມສາມາດຂອງນັກຮຽນ, ສະແດງໃຫ້ເຫັນວ່າ ຄຸນນະພາບການສຶກສາພື້ນຖານ ໄດ້ຮັບການປັບປຸງແບບຍືນຍົງ ແລະ ສະໝ່ຳສະເໝີ. ຫວຽດນາມ ມີການປັບປຸງຢ່າງແຮງກ່ຽວກັບດ້ານວຽກເຮັດງານທຳ. ບົດລາຍງານ HCI+ ຮັບຮູ້ວ່າ ຫວຽດນາມ ມີລະດັບເພີ່ມຂຶ້ນຫຼາຍພໍສົມຄວນ ກ່ຽວກັບວຽກເຮັດງານທຳເອົາເງິນເດືອນ ຊື່ງສະແດງໃຫ້ເຫັນການຫັນປ່ຽນທີ່ຕັ້ງໜ້າຈາກການອອກແຮງງານບໍ່ເປັນທາງການ ໄປສູ່ເຂດວຽກເຮັດງານທຳທີ່ມີສະມັດຕະພາບສູງກ່ວາ.
ເລື່ອງ ຫວຽດນາມ ໄດ້ຮັບການເຊີດຊູຈາກທະນາຄານໂລກ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລັດຖະບານ ພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໃນຄວາມຕັດສິນໃຈປະຕິບັດສຳເລັດມະຕິເລກທີ 72 ຂອງກົມການເມືອງ (ມະຕິ 72-NQ/TW) ກ່ຽວກັບບາງມາດຕະການບຸກທະລຸ, ເພີ່ມທະວີການຮັກສາ, ສົ່ງເສີມ ແລະ ຍົກສູງສຸຂະພາບ, ພ້ອມກັບມະຕິເລກທີ 71 ຂອງກົມການເມືອງ (ມະຕິ 71-NQ/TW) ກ່ຽວກັບການສຸມໃສ່ບຸກທະລຸພັດທະນາການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງຮອດປີ 2030. ກ່ຽວກັບການຜັນຂະຫຍາຍການປະຕິບັດມະຕິເລກທີ 72 ຂອງກົມການເມືອງ (ມະຕິ 71-NQ/TW), ທ່ານນາງ ດ່າວທິຮົ່ງລານ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:
ກະຊວງສາທາລະນະສຸກ ໄດ້ສົມທົບກັບກະຊວງຕຳຫຼວດ ແລະ ອົງການປະກັນສັງຄົມ ຫວຽດນາມ ຜັນຂະຫຍາຍ ປື້ມຄູ່ມືສຸຂະພາບເອເລກໂຕນິກ34.3 ລ້ານຫົວໃນໂປຼແກຼມ VNeID. ບົນພື້ນຖານນັ້ນ, ໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງມະຕິເລກທີ 72 ແມ່ນສ້າງແຜນຮ່າງຜັນຂະຫຍາຍປະຕິບັດການກວດສຸຂະພາບເປັນປະຈຳ, ມຸ່ງໄປເຖິງການຍົກເວັ້ນຄ່າໂຮງໝໍຢູ່ໃນລະດັບພື້ນຖານ. ປະຈຸບັນ, ກະຊວງສາທາລະນະສຸກໄດ້ນຳທຸກພື້ນຖານນິຕິກຳສຳລັບການຜັນຂະຫຍາຍການກວດສຸຂະພາບເປັນປະຈຳ ເຂົ້າໃນດຳລັດວ່າດ້ວຍການແນະນຳການປະຕິບັດກົດໝາຍວ່າດ້ວຍການປ້ອງກັນພະຍາດແລ້ວ.
ທຶນມະນຸດ: ປັດໄຈຕັດສິນຄວາມສາມາດແກ້ງແຍ້ງແຫ່ງຊາດ
ຈາກແງ່ມູມນະໂຍບາຍ, ໝາກຜົນ HCI+ 2026 ໄດ້ເປີດເຈາະຈີ້ມໃຫ້ ຫວຽດນາມ ບາງເນື້ອໃນສຳຄັນ. ນັ້ນແມ່ນການລົງທຶນເຂົ້າໃນຂົງເຂດສາທາລະນະສຸກ ແລະ ການສຶກສາ ຍັງຕ້ອງໄດ້ຮັກສາໄວ້ ແຕ່ຈຸດສຸມແມ່ນຕ້ອງຫັນໄປສູ່ຄຸນນະພາບ ແລະ ລັກສະນະເໝາະສົມກັບຕະຫຼາດແຮງງານ.
ໃນສະພາບການທີ່ ຫວຽດນາມ ພວມມຸ່ງໄປສູ່ບັນດາຂະແໜງເຕັກໂນໂລຊີສູງ ແລະ ເສດຖະກິດດີຈີຕອນ, ຄວາມສາມາດຂອງວິສາຫະກິດ ໃນການຮັບ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ຈະຕັດສິນລະດັບໝູນໃຊ້ທ່າໄດ້ປຽບ HCI+.
ເລື່ອງ ຫວຽດນາມ ນອນໃນກຸ່ມບັນດາປະເທດນຳໜ້າ HCI+ ໄດ້ນຳມາເຊິ່ງສານທີ່ສຳຄັນ ກ່ຽວກັບຮູບແບບພັດທະນາ. ຫວຽດນາມ ພວມຄ່ອຍໆພິສູດວ່າ ການລົງທຶນເຂົ້າມະນຸດ ອາດຈະສ້າງທ່າໄດ້ປຽບການແກ່ງແຍ້ງແບບຍືນຍົງ. ນີ້ແມ່ນເສັ້ນທາງທີ່ຍາກ, ຮຽກຮ້ອງໃຫ້ມີເວລາຍາວນານ ແລະ ມີນະໂຍບາຍສະເໝີຕົ້ນສະເໝີປາຍ ແຕ່ໄດ້ນຳມາເຊິ່ງປະສິດທິຜົນອັນຍາວນານ ແລະ ມີຄວາມສ່ຽງໜ້ອຍ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງຂອງປະເທດຊາດ./.
