ຜ່ານ​ເວ​ລາ​ກວ່າ 3 ທົດ​ສະ​ວັດ ນັບ​ແຕ່​ເມື່ອ​ໄດ້ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບສິ​​ດທິ​ຂ​ອງ​ເດັກ, ຍາ​ມ​ໃດ ​ຫວຽດ​ນາມ ກໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ມາ​ຊີກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ຈາກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ບົນ​ເວ​ທີ​ສາ​ກົນ ຕະຫຼອດ​ຮອດ​ບັນ​ດາ​ການ​ກະ​ທຳ​ນິຕິບັນຍັດ​ອັນ​ລະ​ອຽດ​ຢູ່​ພາຍ​ໃນ​ປະ​ເທດ, ຍາມ​ໃດ ຫວຽດ​ນາມ ກໍ່​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ, ຍຸດ​ຕິ​ທຳ ແລະ ພັດ​ທະ​ນາ​ຮອບ​ດ້ານ​ໃ​ຫ້​ແກ່​ເດັກ​ນ້ອຍ​ຕໍ່​ກັບ​ບັນ​ດາ​ການ​ຜັນ​ແປ​ຂອງ​ຍຸກ​ສະ​ໄໝ.

ປະ​ກອບ​ສ່ວນສ້າງ​ບັນ​ດາ​ມາດ​ຖານ​ທົ່ວ​ໂລກ

ທີ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ.

ຄຽງ​ຂ້າງ​ບັນ​ດາ​ເວ​ທີ​ປາ​ໄສ​ທົ່ວ​ໂລກ, ຢູ່​ລະ​ດັບ​ພາກ​ພື້ນ, ຫວຽດ​ນາມ ກໍ່​ແມ່ນ​ຕາ​ໂສ້​ທີ່​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ຂອງ ອາ​ຊຽນ. ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ສ້າງ​ບັນ​ດາ​ໂຄງ​ການ​ບຸ​ລິ​ມະ​ສິດ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ (AICHR); ເປັນ​ເຈົ້າ​ພາບຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ພາກ​ພື້ນ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ການ​ຄ້າ​ແມ່​ຍິງ ແລະ ເດັກ​ນ້ອຍ (ປີ 2016) ກໍ່​ຄື​ເພີ່ມ​ທະ​ວີ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ໃຫ້​ສຳລັບເດັກ​ພິ​ການ (ປີ 2017)….

ຫັນບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງໃຫ້ປະກົດຜົນເປັນຈິງ

ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ ແມ່ນ​ວິ​ວັດ​ການ 25 ປີ​ແຫ່ງ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ເລກ​ທີ 182 ຂອ​ງ​ອົງ​ການ​ແຮງ​ງານ​ສາ​ກົນ (ILO). ຫວຽດ​ນາມ ໄດ້​ຫລຸດ​ອັດ​ຕາ​ສ່ວນ​ເດັກ​ນ້ອຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຢ່າງ​ແຮງ, ຈາກ 9.1% ໃນ​ປີ 2018 ລົງ​ເຫຼືອ​ພຽງ 3.5% ໃນ​ປີ 2023. ຜົນ​ງານນີ້​ໄດ້​ຢັ້ງ​ຢືນ​ປັດ​ຊະ​ຍາ​ການ​ພັດ​ທະ​ນາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ທີ່​ວ່າ: ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຕ້ອງ​ໄປ​ຄ​ຽງ​ຄູ່​ກັບ​ຄວາມ​ຍຸດ​ຕິ​ທຳ​ໃນ​ສັງ​ຄົມ ແລະ ປົກ​ປ້ອງ​ກຸ່ມ​ເປົ້າ​ໝາຍ​ມີ​ຄວາມ​ສ່ຽງ​ສູງ​ກວ່າເພີ່ນ. ໂດຍ​ໄດ້​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ, ທ່ານ​ນາງ Silvia Danailov, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ກອງ​ທຶນ​ເພື່ອ​ເດັກ ສ​ປ​ຊ ປະ​ຈຳ ຫວຽດ​ນາມ (UNICEF) ຖື​ວ່າ:

ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ເດີນ​ຢ່າງ​ແຮງ. ເລື່ອງ​ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ການ​ປົກ​ປ້ອງ ໄດ້​ປົວ​ແປງ​ອັດ​ຕາ​ລອດ​ຕາຍ​ຂອງ​ເດັກ​ນ້ອຍຫຼາຍ​ພໍ​ສົມ​ຄວນ ພ້ອມ​ທັງ​ຍົກ​ສູງ​ຄວາມ​ອາດ​ສາ​ມາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຂອງ​ພວກ​ນ້ອງ, ນັບ​ທັງ​ຢູ່​ບັນ​ດາ​ເຂດ​ຫ່າງ​ໄກ​ສອກຫຼີກ. ຄຽງ​ຂ້າງນັ້ນ, ປະ​ເທດ ຫວຽດ​ນາມ ກໍ່​ຍັງປັບ​ປຸງ​ຂອບ​ນິ​ຕິ​ກຳ ລວມມີບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ເດັກ​ນ້ອຍ​ໃນ​ທາງ​ໄຊ​ເບີ.

ຕໍ່​ກັບບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ຂອງ​ສັງ​ກາດ​ດີ​ຈີ​ຕອນ, ຫວຽດ​ນາມ ໄດ້​ຍົກ​ອອກ​​ບັນ​ຫາ​ປົກ​ປ້ອງ​ເດັກ​ນ້ອຍທາງ​ໄຊ​ເບີ ເຂົ້າ​ໃນ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ ໂດຍ​ໄວ. ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກໃຫ້ພົ້ນອອກ​ຈາກ​ບັນ​ດາ​ຮູບ​ແບບ​ກົດ​ຂີ່​ຂູດ​ຮີດ ແລະ ສວຍ​ໃຊ້​ທາງ​ໄຊ​ເບີ ​ປີ 2019, ພ້ອມ​ທັງ​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ດຳ​ເນີນ​ງານ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ປົກ​ປ້ອງ​ເດັກ​ທາງ​ໄຊ​ເບີ. ທີ່​ພິ​ທີ​ປຸກ​ລະ​ດົມ​ເດືອນ​ກະ​ທຳ​ເພື່ອ​ເດັກ​ປີ 2026 ດ້ວຍ​ຫົວ​ຂໍ້ “ເດັກ​ນ້ອຍ​ມີ​ຄວາມ​ຜາ​ສຸກ, ປອດ​ໄພ, ກ້າວ​ເຂົ້າ​ສັງ​ກາດ​ດີ​ຈີ​ຕອນ​ຢ່າງ​ໝັ້ນ​ຄົງ”, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ບໍ່​ອາດປະໃຫ້​ເດັກ​ນ້ອຍ ຫວຽດ​ນາມ 26 ລ້ານ​ຄົນ ກ້າວ​ເຂົ້າ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ ແຕ່​ຂາດການ​ຮ່ວມ​ເດີນ​ທາງ​, ການ​ກຳ​ນົດ​ທິດ ແລະ ການ​ປົກ​ປ້ອງຢ່າງ​ປອດ​ໄພຕໍ່​ບັນ​ດາ​ການ​ກະ​ທົບ​ອັນ​ຫຍໍ້​ທໍ້. ດັ່ງ​ນັ້ນ, ການ​ສອນ​ທັກ​ສະ​ດີ​ຈີ​ຕອນ, ທັກ​ສະ​ການ​ດຳ​ລົງ​ຊີ​ວິດ​ທາງ​ໄຊ​ເບີ​ໃຫ້​ແກ​ເດັກ​ແມ່ນ​​ຈຳ​ເປັນ​ທີ່​ສຸດ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຄວນ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ເດັກ​ນ້ອຍ​ໃນ​ທາງ​ໄຊ​ເບີ, ຂະ​ແໜງ​ການ​ສຶກ​ສາຢ່າງ​ຄົບ​ຊຸດ ແລະ ບັນ​ດາ​ອົງ​ການ​ທີ່ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຕ້ອງ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ທັກ​ສະ​ດີ​ຈີ​ຕອນ, ທັກ​ສະ​ປົກ​ປ້ອງ​ດ້ວຍ​ຕົນ​ເອງ ແລະ ຫຼີກລ່ຽງ​ບັນ​ດາ​ຄວາມ​ສ່ຽງ​ທາງ​ໄຊ​ເບີ​ໃຫ້​ແກ່​ເດັກ​ນ້ອຍ.

ໃນສະ​ພາບ​ການ​ໂລກທີ່ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ແບບ​ໃໝ່ຫຼາຍ​ຢ່າງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປະ​ທະ​ກັນ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍໃນ​ການ​ຮັບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ ລ້ວນ​ແຕ່​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ປອດ​ໄພ, ໄດ້​ຮັບ​ການ​ປົກ​ປ້ອງ ແລະ ມີ​ໂອ​ກາດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ./.