ໜ້າ​ສົນ​ໃຈ​ແມ່ນ ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ ໄດ້​ມີ​ການ​ບຸກ​ທະ​ລຸ​ຢ່າງ​ແຮງ, ຜ່ານນັ້ນ ກໍ່​ໄດ້​ປ່ຽນ​ແປງ​ອັນ​ດັບ​ກ່ຽວ​ກັບ​ການ​ເຕີບ​ໂຕ GRDP ພໍ​ສົມ​ຄວນ ເມື່ອ​ໄລ່​ລວມ 9 ເດືອນ ທຽບ​ກັບ​ໝາກ​ຜົນ​ໃນ 6 ເດືອນ​ຕົ້ນ​ປີ. ໝາກ​ຜົນ​ນີ້​ໃຫ້​ເຫັນ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ສູງ ໄດ້​ກະ​ທົບ​ຕໍ່​ການ​ບໍ​ລິ​ຫານ, ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ແຂວງ, ນະ​ຄອນ ແລະ ອຳ​ນາດ​ການ​ປົກ​ຄອງ​ແຕ່​ລະ​ຂັ້ນ ​ນັບ​ມື້​ນັບ​ຈະ​ແຈ້ງ​ກກວ່າ.

ສະ​ພາບ​ການ​ເຕີບ​ໂຕ​ສັງ​ລວມ​ໃນ 9 ເດືອນ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ການ​ບຸກ​ທະ​ລຸ​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຈະ​ແຈ້ງ.

ທ່າ​ເຕີບ​ໂຕ​ຈາກ​ບັນ​ດາ​ທ້ອງ​ຖິ່ນ

Top 5 ແຂວງ, ​ນະ​ຄອນ ທີ່ມີ​ລະ​ດັບ​ການ​ເຕີບ​ໂຕ GRDP ສູງ​ກວ່າ​ໝູ່​ໃນ 9 ເດືອນ​ຂອງ​ປີ 2026 ຍັງ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ທີ່ມີ​ໜ້າ​ໃນ Top 10 ແຂວງ, ​ນະ​ຄອນທີ່ມີ​ລະ​ດັບ​ການ​ເຕີບ​ໂຕ GRDP ສູງ​​ທີ່​ສຸດໃນ 6 ເດືອນຕົ້ນ​ປີ. ຢືນອັນ​ດັບ​ທີ 1 ​ແມ່ນ​ນະ​ຄອນ ກວາງນິງ ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ GRDP ໃນ 9 ເດືອນບັນ​ລຸ 12,54%. ທ່ານ​ນາງ ຫງວຽນ​ຖຸ່ຍ​ອ່ຽນ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ນະ​ຄອນ ກວາງ​ນິງ ໃຫ້​ຮູ້​ວ່າ:

ທາງ​ພະ​ແນກ​ໄດ້ມີບັນດາມາດຕະການຢ່າງ​ຄົບ​ຊຸດ​ ຈາກ​ຂໍ້​ມູນ​ຂ່າວ​ການໂຄ​ສະ​ນາ​ສື່​ສານ ຕະຫຼອດ​ຮອດ​​ການສ້າງ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ບັນ​ດາ​ເນື້ອ​ໃນ​ອື່ນໆ ເພື່ອ​ສາ​ມາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ກວາງ​ນິງ ໃຫ້ນັບ​ມື້​ນັບ​ທັນ​ສະ​ໄໝ​ ແລະ ດີກວ່າ.

ຖັດ​ຈາກ​ນະ​ຄອນ ກວາງ​ນິງ ແມ່ນ​ແຂວງ ຫ່າ​ຕິ້ງ, ນະ​ຄອນ ຫາຍ​ຟ່ອງ, ນະ​ຄອນ ບັກ​ນິງ ແລະ ແຂວງ ນິງ​ບິ່ງ. Top 5 ທ້ອງ​ຖິ່ນທີ່ມີ​ລະ​ດັບ​ການ​ເຕີບ​ໂຕ GRDP ສູງ​ກວ່າໝູ່​ໃນ 9 ເດືອນ​ຂອງ​ປີ 2026 ລ້ວນ​ແຕ່​ບັນ​ລຸ​ກ່​ວາ 11%. ນີ້​ແມ່ນ​ທ່າ​ເຕີບ​ໂຕຢ່າງ​ແຮງ​ເມື່ອ​ທຽບ​ໃສ່​ກັບ​ເຄິ່ງ​ຕົ້ນ​ປີ.

ບັນ​ດາ​ບ່ອນ​ອີງ​ໃໝ່

ສິ່ງ​ທີ່​ໜ້າ​ສົນ​ໃຈໃນ​ສະ​ພາບ​ການ​ເຕີບ​ໂຕ ແມ່ນ​ແຜນ​ທີ່ການ​ເຕີບ​ໂຕ​ພວມ​ມີ​ບັນ​ດາ​ບ່ອນ​ອີງ​ໃໝ່​ຕື່ມ​ອີກ. ຄວາມ​ສາ​ມາດ​ຜະ​ລິດ​ໄດ້​ເພີ່ມ​ເຕີມ, ບັນ​ດາ​ໂຄງ​ການ​ໃຫຍ່​ໄດ້​ເລີ່ມ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ, ການ​ບໍ​ລິ​ການ​ໄດ້​ຟື້ນ​ຟູ, ການ​ລົງ​ທຶນ​ພາກ​ລັດ​ໄດ້​ຍູ້​ໄວ, ບາງ​ຂໍ້​ຕິດ​ຂັດ​ທີ່​ຖືກ​ແກ່​ຍາວ ກໍ່​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ພ້ອມ​ກັນ​ສ້າງ​ກຳ​ລັງ​ໜູນ, ພື້ນ​ຖານ​ການ​ເຕີບ​ໂຕ​ລວມ​ຈະ​ມີ​ຄວາມ​ໝັ້ນ​ຄົງ​ກວ່າ.

ໝາກ​ຜົນ​ນີ້​ຍິ່ງ​ມີ​ຄວາມ​ໝາຍ​ກວ່າ​ອີກ ຂະ​ນະ​ທີ່ ຫວຽດ​ນາມ ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ປີ 2026 ນີ້ ​ຕ້ອງ​ບັນ​ລຸ​ແຕ່ 10% ຂຶ້ນ​ໄປ. ບັນ​ດາ​ສູນ​ເສດ​ຖະ​ກິດ​​ເຖິງວ່າ​ມີ​ຂອບ​ຂະ​ໜາດ​ໃຫຍ່ ແລະ ກຳ​ລັງ​ດຶງ​ດູດ​ແຮງ​ແນວ​ໃດ​ກໍ່​ຍາກ​ທີ່​ຈະ​ສາ​ມາດ​ແບກ​ຫາບ​ການ​ເຕີບ​ໂຕ​ທີ່​ຈຳ​ເປັນ​ທັງ​ໝົດ​ໄດ້. ຍ້ອນ​ເຫດນັ້ນ, ເລື່ອງ​ແຕ່​​ລະ​ແຂວງ, ນະ​ຄອນ ໄດ້​ປະ​ກອບ​ສ່ວນ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ແລະ ແຫຼ່ງ​ກຳ​ລັງທີ່​​ມີ​ພວມ​ມີ​ຢູ່​ແລ້ວນັ້ນ ແມ່ນ​ສິ່ງ​ສຳ​ຄັນ​ຢ່າງ​ແທ້​ຈິງ.

ໃນສະ​ພາບ​ການ​ລວມນັ້ນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຕົວ​ເມືອງ ມີ​ຜົນ​ສັກ​ສິດນັບ​ແຕ່​ວັນ​ທີ 1 ຕຸ​ລາ​ ປີ 2026 ໄດ້​ປະ​ກອບ​ສ່ວນ​ສ້າງ​ແລວ​ນິ​ຕິ​ກຳ ເພື່ອ​ລຸ​ລ່ວງ​ແຫຼ່ງ​ກຳ​ລັງ, ສ້າງ​ທ່ວງ​ທ່າ​ບຸກ​ທະ​ລຸ​ພັດ​ທະ​ນາ. ​ໃນ​ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ທີ່ຈັດ​ຂຶ້ນ​ເມື່ອ​ເດືອນ​ກໍ​ລະ​ກົດ ປີ 2026, ໂດຍ​ຕີ​ລາ​ຄາ​ກ່ຽວກັບ​ກົດ​ໝາຍ​ສະ​ບັບ​ນີ້, ທ່ານ ຫງວຽນ​ຄັກ​ດິ້ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ:

ຮູບ​ແບບຈັດ​ແບ່ງ​ສິດ​ໃນ​ຮ່າງ​ກົດ​ໝາຍ ຕາມຫຼັກ​ການ​ຈັດ​ແບ່ງ​ສິດ​ທີ່ແຮງ​ກວ່າ, ເຖິງ​ຖອງ​ກວ່າ ເພື່ອ​ໃຫ້​ທ້ອງ​ຖິ່ນ​ໄປຕາມຫຼັກ​ການ​ທ້ອງ​ຖິ່ນ​ເຮັດ, ທ້ອງ​ຖິ່ນ​ຮັບ​ຜິດ​ຊອບ. ແຕ່​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ເອ​ກະ​ພາບ​ຂອງ​ພື້ນ​ຖານ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ຫຼັກ​ການ​ປະ​ຕິ​ບັດ​ສິດ​ອຳ​ນາດ​ຂອງ​ລັດທີ່​ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ. ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຕົວ​ເມືອງ​ພິ​ເສດ​ ໄດ້​ຮັບ​ການ​ປັບ​ປຸງເພື່ອຮັບ​ປະ​ກັນ​ໃຫ້​ມີ​ຈຸດ​ພິ​ເສດ​ສະ​ເພາະ, ລື່ນ​ກາຍ​ຢ່າງ​ແທ້​ຈິງ.

ສະ​ພາບການ​ເຕີບ​ໂຕ​ລວມ​ໃນ 9 ເດືອນ​ຂອງ​ປີ 2026 ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ບຸກ​ທະ​ລຸ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຈະ​ແຈ້ງ. ໃນ​ຊຸມ​ເດືອນ​ທ້າຍ​ປ​ຈະ​ແມ່ນ​ຈຸດ​ເວ​ລາ​ຕັດ​ສິນ, ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ທ້ອ​ງຖິ່ນ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ໝ​ນູນ​ທີ່​ພວມ​ມີ, ນຳ​ໃຊ້​ບັນ​ດາ​ບ່ອນ​ອີງ​ໃໝ່ ເພື່ອ​ຍູ້​ໄວ​ການ​ລົງ​ທຶນ, ເປີດ​ກ້​ວາງ​ການ​ຜະ​ລິດ ແລະ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ທີ່​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເຕີບ​ໂຕ./.