ບັນດາຈຸດອັດຕັນເພື່ອຊຸກຍູ້ການເຕີບໂຕຢ່າງໜ້ອຍສຸດແມ່ນ 10% ໄດ້ກຳນົດວ່າແມ່ນການປ່ອຍເງິນລົງທຶນພາກລັດ, ລຸ້ລ່ວງການລົງທຶນພາກເອກະຊົນ ແລະ ຍົກສູງຄວາມສາມາດຂອງວິສາຫະກິດພາຍໃນປະເທດ, ຊຸກຍູ້ການສົ່ງອອກ.
ເປີດເຄື່ອນໄຫວບັນດາກຳລັງໜູນການເຕີບໂຕເພື່ອເສດຖະກິດເພີ່ມລະດັບຄວາມໄວ
ລັດຖະບານຊີ້ນຳຕ້ອງຍູ້ໄວຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບບັນດາໂຄງການ, ກິດຈະກຳສຳຄັນຂອງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງຍຸດທະສາດ, ບັນດາກິດຈະກຳທີ່ມີລະດັບແຜ່ກະຈາຍສູງ, ໂດຍສະເພາະແມ່ນເສັ້ນທາງລົດໄຟ, ທາງບົກ, ທາງອາກາດ, ພະລັງງານ, ກະສິກຳ, ພື້ນຖານໂຄງລ່າງດີຈີຕອນແຫ່ງຊາດ, ບັນດາໂຄງການເປົ້າໝາຍແຫ່ງຊາດ. ກ່າວຄຳເຫັນທີ່ວາລະປະຊຸມຄັ້ງປະຖົມມະເລິກ ຄະນະຊີ້ນຳສູນກາງ ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດເມື່ອຕອນເຊົ້າວັນທີ 9 ກໍລະກົດ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:
ຕ້ອງມີການປະສານສັງລວມຂອງທັງ 4 ໂຄງການເປົ້າໝາຍແຫ່ງຊາດ ເພື່ອສ້າງກຳລັງໜູນພັດທະນາລວມ, ໂດຍສະເພາະແມ່ນບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນນະບົດ, ເຂດພູດອຍ, ເຂດຊາວຊົນເຜົ່າສ່ວນໜ້ອຍ. ຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງຖືກຕ້ອງກັບເປົ້າໝາຍ, ຈຸດສຸມ ແລະ ຮັບປະກັນບໍ່ທັບຊ້ອນກັນ, ບໍ່ໃຫ້ກະແຈກກະຈາຍ ບໍ່ປະໃຫ້ຖືກຮົ້ວໄຫຼ, ຟູມເຟືອຍ, ເກີດໄພຫຍໍ້ທໍ້ ແລະ ຕ້ອງຕັດສິນໃຈສູ້ຊົນປ່ອຍເງິນ 100% ແຫຼ່ງງົບປະມານສູນກາງທີ່ໄດ້ຮັບການມອບໝາຍໃນປີ 2026.
ໃນການສົ່ງອອກນຳເຂົ້າ, ເບິ່ງໃນທ່າອ່ຽງຫັນປ່ຽນຂອງບັນດາໃບສັ່ງຊື້ສິນຄ້າໄລຍະສັ້ນ, ໃນ 6 ເດືອນຕົ້ນປີ, ຫວຽດນາມ ໄດ້ນຳເຂົ້າເກີນດູນຍ້ອນມີຄວາມຕ້ອງການວັດຖຸດິບ, ເຄື່ອງອາໄຫຼ່, ເຄື່ອງຈັກ ແລະ ເຄື່ອງອຸປະກອນ ເພື່ອແນໃສ່ຮັບໃຊ້ບັນດາໂຄງການທີ່ກະກຽມຈະຜັນຂະຫຍາຍ; ໝາຍຄວາມວ່າ ກຳລັງຄວາມສາມາດຜະລິດ-ສົ່ງອອກຢ່າງແຮງຈະຖືກຊຸກຍູ້ນຳໃຊ້ໃນ 6 ເດືອນທ້າຍປີ. ພັດທະນາຕະຫຼາດພາຍໃນປະເທດ, ຍູ້ແຮງບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”. ສ້າງກົນໄກແຈ້ງເຕືອນໂດຍໄວ, ໜູນຊ່ວຍວິສາຫະກິດແກ້ໄຂການປ້ອງກັນດ້ານການຄ້າ, ການຄົ້ນຫາຕົ້ນກຳເນີດ, ຕອບສະໜອງມາດຖານສີຂຽວ, ສະກັດກັ້ນການສໍ້ໂກງແຫຼ່ງກຳເນີດ. ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຮຽກຮ້ອງວ່າ:
ບັນດາຫາສຳຄັນທີ່ສຸດ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ຕ້ອງຊີ້ນຳ ພັດທະນາການຜະລິດ. ນີ້ແມ່ນຂົງເຂດທີ່ ຫວຽດນາມ ຕ້ອງສຸມໃສ່ປະຕິບັດໃນໄລຍະຈະມາເຖິງ. ຖ້າການຜະລິດເປັນປົກກະຕິ ພວກເຮົາຈຶ່ງຈະສົ່ງອອກໄດ້. ສະເໜີໃຫ້ ກະຊວງອຸດສາຫະກຳການຄ້າ ຄົ້ນຄ້ວາສ້າງ ຍູ້ແຮງການສົ່ງອອກເປັນເຈົ້າການ, ແຕ່ລະຂະແໜງ ແຕ່ລະຂົງເຂດຈະເປັນຄືແນວໃດ ເພື່ອໃຫ້ພວກເຮົາເຮັດວຽກງານນີ້ໃຫ້ເປັນຢ່າງດີ.
ການເຕີບໂຕແມ່ນຄວາມຮັບຜິດຊອບລວມ
ກ່າວຄຳເຫັນທີ່ວາລະປະຊຸມນັດສາມັນຂອງລັດຖະບານປະຈຳເດືອນມິຖຸນາ ແລະ ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ ທີ່ຈັດຂຶ້ນເມື່ອວັນທີ 4 ກໍລະກົດ, ທ່ານ ໂຕເລິມ, ເລຂາທິການໃຫ່ຍ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຢືນຢັນວ່າ:
ການເຕີບໂຕແມ່ນຄວາມຮັບຜິດຊອບລວມ ແຕ່ຕ້ອງຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະລັດຖະມົນຕີ, ຫົວໜ້າຂະແໜງ, ເລຂາທິການ, ປະທານທ້ອງຖິ່ນ. ພ້ອມກັນນັ້ນ, ກໍ່ຕ້ອງສົ່ງເສີມພະນັກງານກ້າເຮັດເພື່ອຜົນປະໂຫຍດລວມ, ໄປຄຽງຄູ່ກັບການຮັດກຸ່ມລະບຽບວິໄນ, ການປ້ອງກັນ ສະກັດກັນໄພສໍ້ລາດບັງຫຼວງ, ການຟູມເຟືອຍ, ຜົນປະໂຫຍດກຸ່ມ ແລະ ສະພາບຫລີກລ້ຽງ, ປັດຄວາມຮັບຜິດຊອບ.
ໂດຍປະຕິບັດການຊີ້ນຳຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ປະຈຸບັນ ລັດຖະບານພວມຮີບເຮັ່ງຫັນບັນດາໜ້າທີ່ລະອຽດ ເປັນໂຄງການດຳເນີນງານທີ່ມີລະດັບຄວາມໄວຕາມເດືອນ, ໄຕມາດ ບົນຈິດໃຈຜູ້ນຳໜ້າຕ້ອງຊີ້ນຳໂດຍກົງບັນດາວຽກໃຫ່ຍ, ວຽກຍາກ, ວຽກງານລະຫວ່າງຂະແໜງ ແລະ ບັນດາຈຸດອັດຕັນທີ່ແກ່ຍາວ.
ປະຈຸບັນ, ຫວຽດນາມ ໄດ້ມີທ່າພັດທະນາແລ້ວ: ໂຄງປະກອບພື້ນຖານໂຄງລ່າງດ ລະບອບລະບຽບການພັດທະນາ, ຕະຫຼອດຮອດຄວາມຄາດຫວັງຂອງ ປຊຊ, ວິສາຫະກິດ. ປະຈຸບັນ, ຖ້າຫາກວ່າ ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ ໄດ້ມານະພະຍາຍາມເຕີບໂຕສ່ວນໜຶ່ງຕື່ມອີກ ກໍ່ຈະກາຍເປັນບາດກ້າວເດີນໃຫ່ຍ, ບວກກັນເຂົ້າຈະຊຸກຍູ້ການເຕີບໂຕ GDP./.
