ການ​ປະ​ຕິ​ຮູບຄັ້ງ​ນີ້ບໍ່​ຢຸດ​ຢູ່​ເລື່ອງ​ຫລຸດ​ຜ່ອນ​​ຊັ້ນ​ຂັ້ນ​ຕອນ​ເປັນ​ກາງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ທີ່​ໃຫ່​ຍຫຼວງ​ໃນ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ, ຫັນ​ໄປ​ສູ່​ພື້ນ​ຖານ​ການ​ບໍ​ລິ​ຫານ​ທີ່​ຖື ປ​ຊ​ຊ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ​ການ​ຮັບ​ໃຊ້.

ການ​ປ່ຽນ​ແປງ​ໃນ​ວິ​ທີ​ໝູນ​ໃຊ້​ກົງ​ຈັກ

ກ່ອນນີ້ ລະ​ບຽບ​ການ​ຫຍຸ້ງ​ຍາກ​ກ່​ວາ, ຕ້ອງ​ແຕ່​ຫ້ອງນີ້​ໄປ​ຫ້ອງ​ນັ້ນ, ​ເສຍເວ​ລາຫຼາຍ​ທີ່​ສຸດ ແຕ່​ປະ​ຈຸ​ບັນ, ພຽງ​ແຕ່​ມາ​ບ່ອນ​ດຽວ​ຂຽນ​ສຳ​ເນົາ​ເອ​ກະ​ສານ ແລ້ວ​ເອົາ​ລົງ​ຄອມ​ແມ່ນ​ສຳ​ເລັດ, ການ​ແກ້​ໄຂວຽກ​ງານ​ໃຫ້ ປ​ຊ​ຊ ແມ່ນ​ໄວ​ກ່​ວາຫຼາຍ​ແລ້ວ.

ຄວາມ​ພຶງ​ພໍ​ໃຈຂອງ ປ​ຊ​ຊ ​ໃນ​ເວ​ລາ 1 ປີ​ຜ່ານ​ມາ ແມ່ນ​ໄມ້​​ຫລາ​ວັດ​ແທກ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ໝູນ​ໃຊ້​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ. ຫຼາຍ​ລະ​ບຽບ​ການ​ໄດ້​ຫັນ​ເປັນ​ງ່າຍ​ດາຍ, ເວ​ລາ​ແກ້​ໄຂ​ໄດ້​ຫລຸດ​ລົງ, ຂັ້ນ​ຕອນ​ການ​ແກ້​ໄຂ​ໄດ້​ຫັນ​ເປັນ​ດີ​ຈີ​ຕອນ ແລະ ລຸ​ລ່ວງ. ກ່ອນ​ອື່ນ​ໝົດ, ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ລັກ​ສະ​ນະ​ໂປ່ງ​ໃສ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ.

ສຳ​ລັບປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ພື້ນ​ຖານ​ບໍ​ລິ​ຫານທີ່​ລຸ​ລ່ວງ ກໍ່​ໝາຍ​ຄວາມ​ວ່າ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ເປີດ​ກ້​ວາງ. ນັກ​ລົງ​ທຶນ ອາ​ເມ​ລິ​ກາ ຜູ້​ໜຶ່ງໄດ້​ຢັ້ງ​ຢືນ​ວ່າ:

ສະ​ພາບ​ແວດ​ລ້ອມ​ເປັນ​ປົກ​ກະ​ຕິ, ແຫ່ງ​ທີ່​ເພື່ອນ​ຈະ​ສາ​ມາດ​ຍົກ​ອອກ​ຄຳ​ຕັດ​ສິນ​ອັນ​​ຍາວ​ນານ ແລະ ຖ້າ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໜ້ອຍ, ຄ່າ​ໃຊ້​ຈາຍ​ຈະ​ຕ່ຳ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຈະ​ຮູ້​ສຶກ​ມີ​ຄວາມ​ສະ​ບາຍ​ໃຈ​ເມື່ອ​ມາ​ລົງ​ທຶນ. ​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ເມື່ອ​ທຽ​ບກັບ 10 ປີ​ກ່ອນນີ້, ນັ້ນ​ແມ່ນ​ສິ່ງ​ທີ່​ໄດ້​ປະ​ຕິ​ຮູບຫຼາຍ​ພໍ​ສົມ​ຄວນ ເມື່ອ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ ​ປຽບ​ທຽບ​ກັບຕະຫຼາດ​ອາ​ຊີ​ຈຳ​ນວນ​ໜຶ່ງ ທີ່​ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ສິ່ງ​ສ້າງ​ຄວາມ​ແຕກ​ຕ່າງ​ຂອງ ຫວຽດ​ນາມ, ນັ້ນ​ແມ່ນ​ສະ​ຖຽ​ນລະ​ພາບ​ດ້ານ​ການ​ເມືອງ ແລະ ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ຕໍ່​ເນື່ອງ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ມີ​ປະ​ໂຫຍດ​ຕໍ່​ບັນ​ດາ​ນັກ​ລົງ​ທຶນ.

ສິ່ງ​ສຳ​ຄັນ​ກ່​ວາ ນັ້ນ​ແມ່ນ ການ​ປະ​ຕິ​ຮູບ​ກົງ​ຈັກ​ລັດ ບໍ່​ພຽງ​ແຕ່​ສ້າງ​ບັນ​ດາ​ການ​ປ່ຽນ​ແປງ​ດ້ານ​ຂັ້ນ​ຕອນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃນ​ວັດ​ທະ​ນະ​ທຳ​ລັດ​ຖະ​ການ​ອີກ​ດ້ວຍ. ເມື່ອ​ກົງ​ຈັກ​ລັດ​ໄດ້​ຈັດ​ຕັ້ງ​ຕາມ​ທິດ​ກະ​ທັດ​ລັດ, ພະ​ນັກ​ງານ​ລັດ​ຖະ​ກອນ​ແຕ່​ລະ​ຄົນ ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ, ຄວາມ​ຮັບ​ຜິດ​ຊອບ ແລະ ​ນ້ຳ​ໃ​ຈ​ຮັບ​ໃຊ້. ທ່ານ ຫງວຽນ​ແທັງ​ບິນ ຮອງ​ຫົວ​ໜ້​າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢືນ​ຢັນ​ວ່າ:

ພາຍຫຼັງ​ການ​ຊັບ​ຊ້ອນ​ການ​ຈັດ​ຕັ້ງ​ກົງ​ຈັກ​ຂອງ​ທັງ​ລະ​ບົບ​ການ​ເມືອງ ມາ​ເປັນ​ເວ​ລາ 1 ປີ, ກໍ່​ສາ​ມາດ​ຢັງ​ຢືນ​ໄດ້​ວ່າ ກົງ​ຈັກການ​ຈັດ​ຕັ້ງ​ໃໝ່​ມີ​ຄວາມ​ກະ​ທັດ​ລັດ​ກ່​ວາ, ລົບ​ລ້າງ​​ຊັ້ນ​ຂັ້ນເປັນ​ກາງ​ທັງ​ໝົດ. ມາ​ຮອດ​ປະ​ຈຸ​ບັນ, ລະ​ບົບ​ໄດ້​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ລຸ​ລ່ວງ, ອຳ​ນາດ​ກາ​ນ​ປົກ​ຄອງ​ທ້ອງ​ຖິ່ນ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫ່​ຍຫຼວງ, ນັ້ນ​ແມ່ນ​ໄດ້​ຫັນ​ຈາກ​ທັດ​ສະ​ນະ​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ໄປ​ສູ່​ທັດ​ສະ​ນະ​ກ່ຽວ​ກັບ​ການ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​​ທີ່ສ້າງ​ສັນ ແລະ ພັດ​ທະ​ນາ.

ພື້ນ​ຖານ​ໃຫ້​ແກ່​ພື້ນ​ຖານ​ບໍ​ລິ​ຫານ​ດີ​ຈີ​ຕອນ​ທັນ​ສະ​ໄໝ

ບັນ​ດາ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ກໍ່​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ພວມ​ຕິດ​ພັນ​ຢ່າງ​ໜິດ​ແໜ້ນ​ກັບ​ການ​ຫັນ​ເປັນ​ຕີ​ຈີ​ຕອນ​ແຫ່ງ​ຊາດ, ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ມຸ່ງ​ໄປ​ສູ່​ພື້ນ​ຖານ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນ​ທັນ​ສະ​ໄໝ, ໂປ່ງ​ໃສ. ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້ນ​ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກໍ​ລ​ະ​ກົດ​ປີ 2026, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫ່​ຍ ຄະ​ນະ​ບໍ​ລິ​ຫານ​ງານ ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ການ​ປະ​ຕິ​ຮູບ​ການ​ຈັດ​ຕັ້ງ​ກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງ ແມ່ນ​ວຽກ​ງານ​ທີ່​ໃຫ່​ຍຫຼວງ, ຫຍຸ້ງ​ຍາກ​ທີ່​ສຸດ ແລະ ຕ້ອງ​ໄດ້​ປະ​ຕິ​ບັດ​ຢ່າງ​ເດັດ​​ດ່ຽວ, ມີ​ແບບ​ມີ​ແຜນ, ​ມີວິ​ທະ​ຍາ​ສາດ. ດ້ວຍ​ຈິດ​ໃຈ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ໃໝ່​ຕ້ອງ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃໝ່, ກົນ​ໄກ​ແບ່ງ​ຂັ້ນ, ແບ່ງ​ສິດ​ອຳ​ນາດ​ໃໝ່ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃໝ່, ຂໍ້​ມູນ​ໃໝ່​ຕ້ອງ​ສ້າງ​ໃຫ້​ມີ​ວິ​ທິ​ການ​ບໍ​ລິ​ຫານ​ໃໝ່ ແລະ ກົງ​ຈັກ​ໃໝ່​ຕ້ອງ​ນຳ​ມາ​ເຊິ່ງ​ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ໃໝ່​ໃຫ້​ແກ່ ປ​ຊ​ຊ ແລະ ວິ​ສາ​ຫະ​ກິດ.

ບັນ​ດາ​ການ​ຫັນ​ປ່ຽນ​ອັນ​ຕັ້ງ​ໜ້າ ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ເຫັນ​ວ່າ ເປົ້າ​ໝາຍ​ສ້າງ​ພື້ນ​ຖານ​ບໍ​ລິ​ຫານ​ຮັບ​ໃຊ້​ພວມ​ຄ່ອຍໆ​ປະ​ກົດ​ຜົນ​ເປັນ​ຈິງ. ເມື່ອ​ກົງ​ຈັກ​ໄດ້​ເຄື່ອນ​ໄຫວ​ລຸ່​ລ່ວງ, ປ​ຊ​ຊ ໄດ້​ຮັບ​ໃຊ້​ເປັນ​ຢ່າງ​ດີ​ກ່​ວາ, ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ ແລະ ບັນ​ດາ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ໄດ້​ລຸ​ລ່ວງ, ນັ້ນ​ຈະ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ພື້​ນຖານ​ການ​ບໍ​ລິ​ຫານ​ທັນ​ສະ​ໄໝ, ໂປ່ງ​ໃສ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສັງ​ກາດ​ໃໝ່./.