ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ, ຊາບ​ຊືມ ແລະ ຜັນ​ຂະ​ຫຍາຍການ​ປະ​ຕິ​ບັດ​ມະ​ຕິ, ຄຳ​ສັ່ງ​ຈຳ​ນວນ​ໜຶ່ງ​ຂອງ​ກົມ​ການ​ເມືອງ ໂດຍ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການສູນກາງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນ​ຍາ​ ປີ 2026 ນີ້ ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ​ເທົ່າ​ນ​ັ້ນ, ຫາກ​ຍັງ​ໄດ້​ສົ່ງ​ສານ​ຕ່າງໆ​ທີ່​ມີ​ນ້ຳ​ໜັກ, ສ່ອງ​ແສງ​ຍຸດ​ທະ​ສາດ​ໃນ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ, ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ພັກ​ໃນ​ສັງ​ກາດ​ໃໝ່​ອີກ​ດ້ວຍ.

ກອງ​ປະ​ຊຸມໄດ້​ສະ​ເໜີ​ບັນ​ດາ​ຈຸດ​ໃໝ່​ຂອງ​ມະ​ຕິ, ຄຳ​ສັ່ງ 6 ສະ​ບັບທີ່​ໄດ້​ປະ​ກາດ​ໃຊ້​ໃນ​ເວ​ລາມໍ່ໆ​ມານີ້, ກ່ຽວ​ຂ້ອງ​ເຖິງຫຼາຍ​ບັນ​ຫາ​ຄື: ຍຸດ​ທະ​ສາດ​ວຽກ​ງານ​ແນວ​ຄິດ; ການຮ່ຳ​ຮຽນ, ປະ​ຕິ​ບັດ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ທີ​ການ, ແບບແຜນ ໂຮ່​ຈິ​ມິນ; ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ນຳ​ໜ້າ, ເປັນ​ແບບ​ຢ່າງ, ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ກ້າ​ຄິດ ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງາ​ນ, ສະ​ມາ​ຊິກ​ພັກ; ວຽກ​ງານ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ; ການ​ພັດ​ທະ​ນາ​ເຂດ ແລະ ຈັດ​ພື້ນ​ທີ່​ພັດ​ທະ​ນາ​ແຫ່ງ​ຊາດ; ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ.

ວິ​ໄສ​ທັດ​ຍຸດ​ທະ​ສາດ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສູນ​ກາງ​ຮອດ​ຮານ​ຖານ

6 ຫົວ​ເລື່ອງ​ສະ​ເພາະຫຼັກ​ແຫຼ່ງ​ໄດ້​ຊາບ​ຊືມ​ທີ່ກອງ​ປະ​ຊຸມ ໄດ້​ບັນ​ຈຸ​ບັນ​ດາການມອງ​ເຫັນ​ໃໝ່​ເພື່ອ​ສັງ​ເກດ​​ບົດ​ໂຈດພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ສະ​ພາບ​ການ​ຫັນ​ເປັນ​ໂລ​ກາ​ພິ​ບັດ ມີ​ການ​ຜັນ​ແປ​ຢ່າງ​ເລິກ​ເຊິ່ງ. ຈິນ​ຕະ​ນາ​ການ​ພື້ນ​ທີ່​ພັດ​ທະ​ນາ ແລະ ເຊື່ອມ​ຕໍ່​ເຂດ. ມະ​ຕິ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຂດ ແລະ ຈັດ​ພື້ນ​ທີ່​ພັດ​ທະ​ນາ​ແຫ່ງ​ຊາດ ແກ້​ໄຂ​ສະ​ພາບ​ການ​ແບ່ງ​ແຍກ​ການ​ບໍ​ລິ​ຫານ, ຊ່ວຍ​ຫັນ​ແຫຼ່ງ​ກຳ​ລັງ​ຂອງ​ຊາດ​ເປັນ​ດີ​ເລີດ.

ມະ​ຕິ​ກ່ຽວ​ກັບ​ວຽກ​ງານ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສືບ​ຕໍ່​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວປວງຊົນ​ທັງ​ຊາດ. ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກ່​ວາ 6 ລ້ານ​ຄົນ ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ກຳ​ລັງ​ພູມ​ປັນ​ຍາ, ຄວາມ​ສາ​ມາດ ກຳ​ລັງ​ທີ່ລ້ຳ​​ຄ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນ​ດາ “ທູດ​ສັນ​ຕິ​ພາບ”, ຂົວ​ຕໍ່ສຳ​ຄັນ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ທ່ານ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຫງວຽນ​ຕວັນ​ແອັງ, ຫົວ​ໜ້າບັນ​ນາ​ທິ​ການ​ວາ​ລະ​ສານ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ມະ​ຕິ, ຄຳ​ສັ່ງ​ຄັ້ງ​ນິ້ ແມ່ນນອນ​ໃນ​ເລື່ອງ​ຫັນ​ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ແຕ່​ລະ​ຂົງ​ເຂດ ໄປ​ສູ່​ຈິນ​ຕະ​ນາ​ການ​ສ້າງ​ລະ​ບົບ​ຊີ​ວະ​ພາບ​ພັດ​ທະ​ນາ​ແຫ່ງ​ຊາດ, ໃນ​ນັ້ນ, ມະ​ນຸດ, ລະ​ບອບ​ລະ​ບຽບ​ການ, ພື້ນ​ທີ່​ພັດ​ທະ​ນາ ແລະ ບັນ​ດາ​ແຫຼ່ງ​ກຳ​ລັງ​ສັງ​ຄົມ ໄດ້​ເຊື່ອມ​ຕໍ່​ກັນ. ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິເສດ​ຕໍ່​ບັນ​ດາ​ມະ​ຕິ, ຄຳ​ສັ່ງ​ໄດ້​ວາງ​ມະ​ນຸດ ແລະ ຄວາມ​ສາ​ມາດ​ກະ​ທຳ​ຂອງ​ມະ​ນຸດ​ໃນ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ. ການ​ພັດ​ທະ​ນາບໍ່​ພຽງ​ແຕ່​ຕ້ອງ​ການ​ດ້ານ​ທຶນ​ຮອນ, ເຕັກ​ໂນ​ໂລ​ຊີ ແລະ ພື້ນ​ຖານ​ໂຄງ​ລ່າງ, ຫາກ​ຍັງ​ຕ້ອງ​ການ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສັງ​ຄົມ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຖັນ​ແຖວ​ພະ​ນັກ​ງານ​ກ້າຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ ແລະ ຄວາມ​ສາ​ມາດ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ເພີ່ມ​ທະ​ວີ​ຄຸນ​ນະ​ທາດ, ເປັນ​ເຈົ້າ​ການ​ກຳ​ໄດ້​ກາ​ລະ​ໂອ​ກາດ

ຈຸດ​ເນັ້ນ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ​ທີ່​ໄດ້​ເຕື້ອງ​ເຖິງ​ທີ່ກອງ​ປະ​ຊຸມ​ແມ່ນ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ນຳ​ໜ້າ, ເປັນ​ແບບ​ຢ່າງ, ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ກ້າຄິດ​ ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບຂອງ​ຖັນ​ແຖວ​ພະ​ນັກ​ງານ ສະ​ມາ​ຊິກ​ພັກ; ຍຸດ​ທະ​ສາດ​ວຽກ​ງານ​ແນວ​ຄິດ​ໃນ​ສະ​ພາບ​ການ​ໃໝ່ ແລະ ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ, ຫຼັກ​ແຫຼ່ງ​ໃນ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ, ປະ​ຕິ​ບັດ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ທີ​ການ, ແບບແຜນ ໂຮ່​ຈິ​ມິນ ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່. ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​, ເນື້ອ​ໃນ​ຈິດ​ໃຈ​ນີ້​ແມ່ນ​​ມີ​ຄວາມສຳ​ຄັນ​ພິ​ເສດ. ທ່ານ​ຮອງສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ດ່າວ​ຢຸຍກວາດ ອະ​ດີດ​ຮອງ​ຫົວ​ໜ້າ​ຄະ​ນ​ະ​ປະ​ຈຳ ຄະ​ນະ​ແນວ​ຄິດ-ວັດ​ທະ​ນະ​ທຳ​ສູນ​ກາງ ຖື​ວ່າ:

ເລື່ອງ​ປະ​ກາດ​ໃຊ້ມະ​ຕິ​ເລກ​ທີ 25 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ວຽກ​ງານ​ແນວ​ຄິດ​ໃນ​ຈຸດ​ເວ​ລານີ້ ແມ່ນ​ຖືກ​ກັບ​ເປົ້າ​ໝາຍ ແລະ ຖືກຕ້ອງ. ຖືກ​ກັບ​ເປົ້າ​ໝາຍແມ່ນ​ຢູ່​ໃນ​ສະ​ພາບ​ການ​ທີ່​ປະ​ເທດ​ຊາດ​ພວມ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງທີ 14 ຂອງ​ພັກ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່-ສັງ​ກາດ​ບຸກ​ບືນ​ເພື່ອ​ບັນລຸໄດ້​ເປົ້າ​ໝາຍ, ຄວາມ​ຄາດ​ຫວັງ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ. ຖືກ​ຕ້ອງ​ແມ່ນ​ມະ​ຕິ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ, ທີ່​ຕັ້ງ​ພິ​ເສດ​ສຳ​ຄັນ​ຂອງ​ວຽກ​ງານ​ແນວ​ຄິດ.

ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃໝ່​ໄດ້​ຮັບ​ການ​ຊາບ​ຊືມ​ທີ່ກອງ​ປະ​ຊຸມ​ໃນ​ວັນ​ທີ 3 ກັນ​ຍາ ​ປີ 2026 ບໍ່​ໄດ້​ຢຸດ​ຢູ່​ທີີ່​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ​ອັນ​ເລິກ​ເຊິ່ງ​ກວ້າງ​ຂວາງ, ຫາກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ກະ​ທຳ​ຢ່າງ​ແຮງ. ເມື່ອ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ​ໄດ້​ລຸ​ລ່ວງ. ຫວຽດ​ນາມ ບໍ່​ພຽງ​ແຕ່​ໄດ້​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງ​ໃນ​ການ​ແກ້​ບົດ​ໂຈດ​ພັດ​ທະ​ນາ​ຢ່າງ​ໄວ​ວາ, ໝັ້ນ​ຄົງ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາ​ກຍັງ​ໄດ້ຢັ້ງ​ຢືນ​ຄຸນ​ນະ​ທາດ​ຂອງ​ປະ​ເທດ​ຊາດ​ທີ່​ມີ​ສະ​ຖຽນ​ລະ​ພາບ, ເປັນ​ເຈົ້າ​ການ ແລະ ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ມ​ິ​ຄວາມ​ຮັບ​ຜິດ​ຊອບ​ບົນ​ເວ​ທີ​ສາ​ກົນ​ອີກ​ດ້ວຍ./.