ນີ້​ແມ່ນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ທີ່​ຕັ້ງ ແລະ ຖາ​ນະບົດ​ບາດ​ຂອງ ຫວຽດ​ນາມ, ແມ່ນ​ຂີ​ດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ ແລະ ການ​ເຊື່ອມ​ໂຍງ​ທາ​ງ​ດ້ານ​ກົດ​ໝາຍສາ​ກົນ​ຂອງ​ ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຈາ​ກ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ໄປ​ສູ່​ການ​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ແທດ​ຈິງເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ, ຫຼັກ​ເກນລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ອີກ​ດ້ວຍ.

ໃນ​ໄລ​ຍະ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ສາ​ກົນ​ອັນ​ຍາ​ວ​ໄກ, ຈາກ​ປະ​ເທດ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ມີ​ຄວາມ​ເຂັ້ມ​ງວດໃນການ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ຫວຽດ​ນາມ ພວມ​ນັບ​ມື້​ນັບ​ເຂົ້າ​ຮ່ວມ​ວິວ​ັດ​ທະ​ນາ​ການປຶກສາຫາລື, ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ຫຼັກ​ການ, ມາ​ດ​ຕະ​ຖານ​ດ້ານ​ກົດ​ໝາຍສາ​ກົນ​ຢ່າງ​ເລິກ​ເຊິ່ງກວ່າ. ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃນ​ບັນ​ດາ​ກົນ​ໄກ ແລະ ຂະ​ບວນວິ​ວັດ​​ດ້ານ​​ກົດ​ໝາຍ​ທີ່​ສຳ​ສັນ, ເຊັ່ນ: ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​ນິ​ຕິ​ກຳ - ເຕັກ​ນິກ​ ຂຶ້ນກັບ​ອົງ​ການສິ​ດ​ອຳ​ນາດ​ພື້ນ​ມະ​ຫາ​ສະ​ໝຸດ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ການ​ຄ້າ​ສາ​ກົນ (UNCITRAL) ແລະ ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ອື່ນໆ​ອີກ​ດ້ວຍ.

ບັດ​ໄວ້​ວາງ​ໃຈ​ໃຫ້​ແກ່​ແນວ​ທາງ​ການທູດ​ທີ່​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ

ITLOS ແມ່ນ​ໜຶ່ງ​ໃນ​ບັນ​ດາສະ​ຖາ​ບັນ​ພິພາກສາ​ສາ​ກົນ​ສຳ​ຄັນ​ທີ່​ສຸດ​ກ່ຽວກ​ັບ​ກົດ​ໝາຍ​ສາ​ກົນ ​ເວົ້າ​ລວມ, ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍ​ທະ​ເລ ​ເວົ້າ​ສະ​ເພາະ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ ແລະ ມີ​ຜູ້​ຕາງ​ໜ້າ​ໃນສານ ITLOS ນັບ​ແຕ່​ເມື່ອ​ສານ​ເລີ່ມ​ເຄື່ອນ​ໄຫວ​ແຕ່​ປີ 1996. ເລື່ອງ​​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982 ໄວ້​ວາງ​ໃຈເລືອກ​ຕັ້ງ ທ່ານ ຮ​ສ​.ປອ. ນາງ ຫງວຽນ​ທິ​ລານ​ແອັງ ​​ເປັນ​ຜູ້​ພິ​ພາກ​ສາ ITLOS ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງແຖວ​ໜ້າ​ໃນ​ຈຳ​ນວນ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລາ​ຄາ​ອັນ​ຕັ້ງ​ໜ້າ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982, ຈາກປະ​ຊາ​ຄົມ​ສາ​ກົນ ຕໍ່​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນການຍົກສູງ ແລະ ຮັບ​ປະ​ກັນ​ບົດ​ບາດ​ເຄົາ​ລົບຂອງ​ກົດ​ໝາຍວ່າດ້ວຍ​ທະ​ເລ​ສາ​ກົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດະ​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປ​ະ​ຈຳ ສ​ປ​ຊ, ຖື​ວ່າ:

“ໝາກ​ຜົນ​ນີ້ ຢັ້ງ​ຢືນ​ໃຫ້​ເຫັນ​ຄວາມ​ເຄົາ​ລົບນັບ​ຖື​ຕໍ່ ຫວຽດ​ນາມ, ຊີ້​ໃຫ້​ເຫັນ​ວ່າ ເພື່ອນ​ມິດ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ທີ່​ຕັ້ງ ແລະ ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ຕະຫຼອດ​ໄລ​ຍະ​ຍາວ​. ໝາກ​ຜົນ​ນີ້​ກໍ​ຢັ້ງ​ຢືນ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເພື່ອນ​ມິດ​ສາ​ກົນ​ຕໍ່​ເລື່ອງ​ຊຸກ​ຍູ້, ເພີ່ມ​ທະ​ວີ​ກົດ​ໝາຍ​ສາ​ກົນ​ຂອງ ຫວຽດ​ນາມ, ໃນ​ນັ້ນ ມີ​ສົນ​ທ​ິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ, ພິ​ເສດ​ແມ່ນ​ສານ​ກົດ​ໝາຍ​ທະ​ເລ”.

ເລື່ອງ ຫວຽດ​ນາມ ໄດ້​ຮັບ​​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ພິ​ພາກ​ສາ​ສານ​ກົດ​ໝາຍ​ທະ​ເລ​ສາ​ກົນ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖືກ​ຕ້ອງ ແລະ ປະ​ສິດ​ທິ​ຜົນ​ຂອງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສັນ​ຕິ​ພາບ, ມິ​ດ​ຕິ​ພາບ, ການຮ່ວມ​ມື ແລະ ພັດ​ທະ​ນາ, ຫັນ​​ການ​ພົວ​ພັນ​ຕ່າງ​ປະ​ເທດເປັນຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງ​ຂວາງ. ທ່ານ ຫງວຽນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ສ່ວນ​ບຸກ​ຄົນ​ເທົ່າ​ນັ້ນ, ຫາກ​ກ່ອນ​ອື່ນ​ໝົດໝາກ​ຜົນ​ນີ້ ສະ​ແດງ​ໃຫ້​ເຫັນ​ອິດ​ທິ​ພົນ​ຊື່​ສຽງ, ​ຖາ​ນະ​ບົດ​ບາດ ແລະຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ. ແລະ ສິ່ງ​ດັ່ງ​ກ່າວ ກໍ​ເປັນ​ພະ​ຍານຫຼັກ​ຖານ​ອັນ​ມີ​ຊີ​ວິດ​ຊີ​ວາ, ສະ​ແດງ​ໃຫ້​ເຫັນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ອັນ​ຖືກ​ຕ້ອງ​ຂອງ​ພັກ, ລັດ ຫວຽດ​ນາມ ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​​ໃນປະ​ຊາ​ຄົມ​ສາ​ກົນ”.

ປະ​ຕິ​ບັດ​ວິ​ໄສ​ທັດ​ຍຸດ​ທ​ະ​ສາດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ

ສຳ​ລັບ ຫວຽດ​ນາມ ແລ້ວ, ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ມີ​ນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ສາ​ກົນ​ໄດ້​ຮັບ​ການ​ເລື​ອກ​ຕ​ັ້ງ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ພິ​ພາກ​ສາ ITLOS ແມ່ນ​ບາດ​ກ້າວຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 14 ຂອງ​ພັກ​ຍົກ​ອອກ​ມາ, ໄດ້ຮັບ​ການພັດ​ທະ​ນາ​ຢ່າງ​ລະອຽດ​ໃນ​ມະ​ຕິ​ເລກ​ທີ 06 ຂອງກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ. ໝາກ​ຜົນ​ດັ່ງ​ກ່າວ ​ສ້າງ​ທ່ວງ​ທ່​າ​ເພື່ອ​ສືບ​ຕໍ່ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຕາມ​ທິດ​ເປັນ​ເຈົ້າ​ການກວ່າ, ຕັ້ງ​ໜ້າກວ່າ, ແທດ​ຈິງກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ ຫງວຽນ​ມິນ​ວູ, ​ຮອງລັດ​ຖະ​ມົນ​ຕີ​ຜູ້​ປະຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ສານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ, ຫວຽດ​ນາມ ຈະ​ສືບ​ຕໍ່​ ແນວ​ທາງ: ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ​ຍົກ​ສູງ​ການເຄົາ​ລົບກົດ​ໝາຍ​ ແລະ ປະ​ກອບ​ສ່ວນເຂົ້າ​ບັນ​ດາ​ບັນ​ຫາ​ຄື ກົດ​ໝາຍ​ສາ​ກົນ ເພື່ອ​ໃຫ້​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ສືບ​ຕໍ່​ແມ່​ນ​ກົດ​ບັດ​ກ່ຽວ​ກັບ​ທະ​ເລ ແລະ ມະ​ຫາ​ສະ​ມຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ”.

​ ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດ​ນາມ ມີ​ຜູ້​​ພິພາກ​ສາ ITLOS ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ເພື່​ອ​ໃຫ້ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ຖາ​ນະ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສ​ຽງ ແລະ ​ຄວາມ​ສາ​ມາດ​ໃນ​ບັນ​ດາ​ວຽກ​ງານ​ລວມ​ຂອງ​ພາກ​ພື້ນ ແລະ ສາ​ກົນອີກ​ດ້ວຍ.