ໃນ​ເວ​ລາ​ກວ່າສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ 6.5 ລ້ານ​ຄົນ ໄດ້​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຕໍ່​ປະ​ເທດ​ຊາດ. ນອກ​ຈາກ​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ, ປະ​ຈຸ​ບັນ, ແຫຼ່ງ​ກຳ​ລັງ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກ່ຽວ​ກັບ​ດ້ານ​ພູມ​ປັນ​ຍາ, ບົດ​ຮຽນ​ປະ​ສົບ​ການ, ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ການ​ພົວ​ພັນ​ຕ່າ​ງປະ​ເທດ ພວມ​ໄດ້​ຮັບ​ການ​ລຸ​ລ່ວງ​ດ້ວຍ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ, ກົນ​ໄກ​ທີ່​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ ເພື່ອ​ໃຫ້​ແຫຼ່ງ​ກຳ​ລັງ​ນີ້ ໄດ້ຈັດຢູ່ຖືກ​ຈຸດໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່.

ໃນໄລ​ຍ​ໃໝ່, ຄຳ​ຖາມບໍ່​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວນ​ໄດ້ຫຼາຍ​ກວ່າ, ຫາກ​ແມ່ນ​ເຮັດ​ແນວ​ໃດ​ເພື່ອໃຫ້​ບັນ​ດາ​ຜູ້​ມີ​ຄວາມ​ສາ​ມາດ​ ແລະ ປາດ​ຖະ​ໜາຢາກ​ປະ​ກອບ​ສ່ວນນັ້ນ ຊອກ​ໄດ້​ຖືກ​ບ່ອນ, ຖືກ​ຕາມ​ຄວາມ​ຕ້ອງ​ການ ແລະ ມີ​ກົນ​ໄກ​ທີ່​ມີຄວາມ​ສະ​ດວກຢ່າງພຽງພໍ ເພື່ອ​ຫັນ​ຄວາມ​ສາ​ມາດນັ້ນ ເປັນ​ຄຸນ​ຄ່າ​ໃຫ້​ແກ່​ປະ​ເທດ​ຊາດ. ມະ​ຕິ​ເລກ​ທີ 23 ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (23-NQ/TW) ແມ່ນ​ພື້ນ​ຖານສຳ​ຄັນ, ເປີດ​ບັນ​ດາ​ກົ​ນ​ໄກ ແລະ ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດເຂົ້າ​ຮ່ວມ​ໂດຍ​ກົງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ການ​ຕ​ອ້​ນ​ຮັບ​ຢ່າງ​ຕັ້ງ​ໜ້າ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ພາຍຫຼັງ​ເວ​ລາ​ກວ່າ​ສອງ​ທົດ​ສະ​ວັດ ນັບ​ແຕ່​ເມື່ອ​ມະ​ຕິ​ເລກ​ທີ 36 ຂອງ​ສູນ​ກາງ (36-NQ/TW) ກ່ຽວ​ກັບ​ວຽກ​ງານ​ສຳ​ລັບຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ປະ​ກາດ​ໃຊ້, ມະ​ຕິ​ເລກ​ທີ 23 ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ ແລະ ຕ້ອນ​ຮັບ​ຢ່າງຕັ້ງ​ໜ້າ​ຂອງ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່ທົ່ວ​ໂລກ. ທ່ານ ເຈິ່ນ​ຝູ​ທ້ວນ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ນຸ​ການ​ໃຫ່​ຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການຊາວ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ຫະ​ພັນ ລັດ​ເຊຍ ຖື​ວ່າ:

ມະ​ຕິ​ເລກ​ທີ 23 ມີ​ບັນ​ດາ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ. ທີ 1, ແກ່ນ​ສານ​ແມ່ນ​ໄດ້​ກຳ​ນົດ​ຖານະບົດບາດ, ແຫຼ່ງ​ກຳ​ລັງ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ກ່ອນນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ, ປະ​ຈຸ​ບັນ​ແມ່ນ​ແຫຼ່ງ​ກຳ​ລັງ​ຍຸດ​ທະ​ສາດ. ມະ​ຕິ​ສະ​ບັບ​ນີ້​ກຳ​ນົດ​ວ່າ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຊ່ວຍ​ໃຫ້​ແກ່ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ຈາກການ​ປ່ຽນ​ແປງ​ໃນ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບຖານະບົດບາດ, ມະ​ຕິ​ເລກ​ທີ 23 ກໍ່​ໄດ້​ຕັ້ງ​ຄຳ​ຮຽກ​ຮ້ອງເສີມ​ຂະ​ຫຍາຍ​​ແຫຼ່ງກຳ​ລັງ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຢ່າງ​ແຮງ​ກວ່າ, ບໍ່​ພ​ຽງ​ແຕ່​ໃນ​ດ້ານ​ທຶນ​ຮອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ດ້ານ​ພູມ​ປັນ​ຍາ, ວິ​ຊາ​ສະ​ເພາະ, ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ ແລະ ບັນ​ດາ​ການ​ພົວ​ພັນ​ສາ​ກົນ​ອີກ​ດ້ວຍ. ຈາກ​ຕົວ​ຈິງ​ດັ່ງ​ກ່າວ, ​ຖັ​ນ​ແຖວຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຈຳ​ນວນ​ຫຼວງຫຼາຍ ພວມ​ມີ​ຈິດ​ໃຈ​ກຽມ​ພ້ອ​ມ​ໃໝ່​ເພື່ອ​ປະ​ກອ​ບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ.

ຂົວ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ກັບ ໂລກ

ເລື່ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແຕ່​ລະ​ຄົນ ເໝືອນ​ກັບ​ຂົວ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ກັບ​ໂລກ ແມ່ນ​ທິດ​ເດີນ​ທີ່​ເໝາະ​ສົມ​ໃນ​ສະ​ພາບ​ການ​ໃໝ່. ໃນ​ບັນ​ດາ​ການ​ໄປ​ປະ​ຕິ​ບັດ​ງານ​ໃນ​ໄລ​ຍມໍ່ໆ​ມານີ້, ການ​ນຳ​ພັກ, ລັດ ຍາມ​ໃດ​ກໍ່​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຈັດ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ສານ​ໄດ້​ເນັ້ນ​ໜັກ​ແມ່ນ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດບໍ່​ພຽງ​ແຕ່​ແມ່ນ​ພາກ​ສ່ວນ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ຊາ​ຄົມ​ຊົນ​ຊາດ ຫວຽດ​ນາມ ໄດ້ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແ​ຫລ່ງ​ກຳ​ລັງ​ສຳ​ຄັນ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ອີກ​ດ້ວຍ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ບໍ​ລິ​ຫານ ແລະ ເຄືອ​ຂ່າຍ​ການ​ເຊື່ອມ​ຕໍ່​ກັບ​ສາ​ກົນ.

ສານ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ນັບ​ມື້​ນັບ​ຕັ້ງ​ໜ້າ. ທ່ານ​ນາງ ໂງ​ທິ​ບິກງອກ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ ໂຮນ​ລັງ ແລະ ທ່ານ ຫຼີ​ຮວ່າງ​ຢຸຍ, ຜູ້​ອຳ​ນວຍ​ກາຍ​ໃຫ່​ຍ 4Ways Group ປະ​ຈຳ ອົດສະຕາລີ, ແບ່ງ​ປັນ​ວ່າ:

ຢູ່​ເບື້ອງຫຼັງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​​​ລະ​ບົບພູມ​ປັນ​ຍາ ແລະ ແຫຼ່ງ​ກຳ​ລັງ​ທີ່​ສາ​ມາດ​ເຊື່ອມ​ຕໍ່​ກັບ ຫວຽດ​ນາມ ໄດ້, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ ນັບ​ມື້​ນັບ​ເປີດ​ປະ​ຕູ, ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກໍ່​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື ແລະ ພ້ອມ​ກັບ ຫວຽດ​ນາມ ພັດ​ທະ​ນາ.

ກົດ​ໝາຍ ແລະ ບັນ​ດາ​ກົນ​ໄກ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ນັບ​ມື້​ນັບ​ຈະ​ແຈ້ງ, ສະ​ດວກ​ໃຫ້​ແກ່ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ວິ​ສາ​ຫະ​ກິດ​ຢູ່​ຕ່າງ​ປະ​ເທດ​ຕື່ມ​ອີກ ເພື່ອ​ພ້ອມ​ກັນ​ກັບ​ມາ​ຮ່ວມ​ມື, ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ​ນານ​ຢູ່ບ້ານ​ເກີດ​ເມືອງນອນ.

ນັບ​ມື້​ນັບ​ມີ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ, ນັກ​ທຸ​ລະ​ກິດ​ທີ່​ເປັນຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ກັບ​ເມືອປະເທດ, ນຳ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ບົດ​ຮຽນ​ປະ​ສົບ​ການ ແລະ ບັນ​ດາ​ການ​ເຊື່ອມ​ຕໍ່​ສາ​ກົນກັບເມືອນຳ, ເຊິ່ງໄດ້ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ພິ​ເສດ, ລຸ້ນໜຸ່ມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ພວກ​ກາຍ​ເປັນ​ “ຈຸດ​ສຳຄັນ​” ໃນ​ການ​ເຊື່ອມ​ຕໍ່ ຫວຽດ​ນາມ ກັບ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ຕະຫຼາດ ແລະ ໂອ​ກາດ​ທົ່ວ​ໂລກ, ປະ​ກອບ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບ້ານ​ເກີ​ດ​ເມືອນນອນ​ຕື່ມ​ອີກ./.