ການ​ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ການ​ກະ​ທຳ​ແຫ່ງ​ຊາດ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​​ວ່ອງໄວ​, ຍືນ​ຍົງ​ໃນ​ສັງ​ກາດ​ໃໝ່.

ຄຳ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ບໍ່​ພຽງ​ແຕ່​ແມ່ນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ​ເ​ທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ຢ່າງ​ຈະ​ແຈ້ງເຖິງ​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ, ປັບ​ປຸງ​ກຳ​ລັງ​ພາຍ​ໃນ​ເພື່ອ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ຍົກ​ສູງ​​ທີ່​ຕັ້ງ​ບົດ​ບາດ​ແຫ່ງ​ຊາດ​ອີ​ກ​ດ້ວຍ.

ເປັນ​ເຈົ້າ​ຍຸດ​ທະ​ສາດ​​ເລີ່ມ​ຈາກ​ກຳ​ລັງ​ພາຍ​ໃນ

ທ່ານເອ​ກອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວາງ​ຂາຍ, ຜູ້​ຊ່ຽວ​ຊານ​ການ​ຕ່າງ​ປະ​ເທດ​ຜູ້​ໜຶ່ງ​ຖື​ວ່າ: ຈຸດ​ໃໝ່​ໃນ​ສານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່ກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ 3 ຊຸດ​ທີ 14 ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຈິນ​ຕະ​ນາ​ການ​ຮັບ​ມື ໄປ​ສູ່​ຈິນ​ຕະ​ນາ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ແຫ່ງ​ຊາດ. ທ່ານເອ​ກອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກວາງ​ຂາຍ ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ຖືວ່າສານ​ຂອງ ທ່ານ​ເລຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໃນບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ 3 ແມ່ນ​ມີ​ຄວາມ​ໝາຍ​​ໃຫ້​ແກ່ ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່. ໃນ​ແງ່​ມູມການ​ຕ່າງ​ປະ​ເທດ, ການ​ເປັນເຈົ້າ​ການ​​ຍຸດ​ທະ​ສາດ ແລະ ຍົກ​ສູງຄວາມ​ສາ​ມາດ​ການ​ກະ​ທຳ​ແຫ່ງ​ຊາດ ແມ່ນ​ການ​ຫັນ​ສະ​ພາບ​ການ ຈາກ​ການອົດ​ຮັບ ໄປ​ສູ່​ການ​ເປັນ​ເຈົ້າ​ການ. ປະ​ເທດ​ໜຶ່ງ​ຈະ​ສາ​ມາດ​ມີ​ບົດ​ບາດ​ທີ່​ຕັ້ງ ​ໄດ້​ຢ່າງ​ແທ້​ຈິງກໍ່​ຕໍ່​ເມື່ອທັງ​ມີ​ກຳ​ລັງ​ພາຍ​ໃນ​ທີ່​ໜັກ​ແໜ້ນ ທັງ​ມີ​ຄວາມ​ສາ​ມາດ​ຫັນ​ບັນ​ດາ​ໂອ​ກາດ​ຢູ່​ພາຍນອກ​ໃຫ້ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ.

ບັນ​ດ​າ​ໝາ​ກ​ຜົນທີ່​ບັນ​ລຸ​ໄດ້​ໃນ 6 ເດືອນ​ຕົນ​ປີ 2026 ໄດ້​ສ່ອງ​ແສງ​ສ່ວນ​ໜຶ່ງ​ຄວາມ​ສາມດ​ດັ່ງ​ກ່າວ. ຕາ​ໜ່າງ​ຄູ່​ຮ່ວມ​ມື​ໄດ້​ເປີດ​ກ້​ວາງ, ການ​ທູດ​ເສດ​ຖະ​ກິດ​ໄດ້​ນຳ​ມາ​ເຊິ່ງ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ນັບ​ຮ້ອຍ​ສະ​ບັບ, ໃນ​ນັ້ນ​ອັດ​ຕາ​ສ່ວນຫຼາຍ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ. ການ​ເຕີບ​ໂຕ GDP ບັນ​ລຸ 8,18%, ສູງ​ສຸດ​ໃນ​ຫຼາຍ​ປີ​ມານີ້, ຊື່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃໝ່ ພວມ​ຫັນ​ເປັນ​ໝາກ​ຜົນ​ພັດ​ທະ​ນາ​ລະ​ອຽດ​ເທື່ອ​ລະ​ກ້າວ. ທ່ານ​ນາງ Mariam Sherman ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ປະ​ຈຳ ຫວຽດ​ນາມ ຖື​ວ່າ:

ຂີດ​ໝາຍນີ້ ຊ່ວຍ​ປັບ​ປຸງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ສາ​ກົນ ເຂົ້າ​ໃນ​ແງ່​ຫວັງ​ເສດ​ຖະ​ກິດ​ໄລ​ຍະ​ຍາວ​ນານ​ຂອງ ຫວຽດ​ນາມ ກ່​ວາ​ອີກ ແລະ ບົດ​ບາດ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ ຄື​ດັ່ງ​ຈຸດ​ນັດ​ພົບ​ການ​ລົງ​ທຶນ. ຫວຽດ​ນາມ ມີຫຼາຍ​ປັດ​ໄຈ​ທີ່​ຈຳ​ເປັນ​ຄື: ກຳ​ລັງ​ແຮງ​ງານ​ໜຸ່ມ ແລະ ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ເສດ​ຖະ​ກິດ​ມະ​ຫາ​ພາກ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່​ໃຈ​ກາງ​ເຂດ​ເຕີບ​ໂຕ​ຂອງ ອາ​ຊີ ແລະ ສິ່ງ​ສຳ​ຄັນ​ກ່​ວາ ນັ້ນ​ແມ່ນ ຫວຽດ​ນາມ ມີ​ຄວາມ​ຄາດ​ຫວັງ​ຢ່າງ​ແຮງ ແລະ ກຽມ​ພ້ອມ​ປະ​ຕິ​ຮູບ ແລະ ຮັບ​ມື.

ເປັນ​ເຈົ້າ​ຕົນ​ເອງ​ເພື່ອ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ກ່​ວາ

ສານ​ຂອງທ່ານ​ເລຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່ກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ 3 ກໍ່​ແມ່ນ​ຄຳ​ຢັ້ງ​ຢືນ​ທັດ​ສະ​ນ​ະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ທີ່​ວ່າ ປະ​ເທດ​ໜຶ່ງ​ຍິ່ງ​ມີ​ກຳ​ລັງ​ພາຍ​ໃນ, ​ກຳ​ລັງ​ຄວາມ​ສາ​ມາດ​ກະ​ທຳ ກໍ່ຍິ່ງ​ຈະ​ມີ​ຄວາມ​ສາ​ມາດ​ເປ​ີດ​ກ້​ວາງ​ການ​ຮ່ວມ​ມື​ຢ່າງ​ມີ​ຄວາມ​ຍຸດ​ຕິ​ທຳ, ບັນ​ລຸ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ. ທັດ​ສະ​ນະ​ນີ້ ກໍ່​ກົມ​ກຽວ​ກັບ​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ ຊື່ງທ່ານ​ເລາ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກເປັນຫຼາຍ​ເທື່ອ​ກ່ອນນັ້ນ​ທີ່​ວ່າ:

ຫວຽດ​ນາມ ກຳ​ນົດ​ວ່າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ຢາກ​ມີ​ສັນ​ຕິ​ພາບ, ຢາກ​ມີ​ການ​ພັດ​ທະ​ນາ ຕ້ອງ​ເປີດ​ປະ​ຕູ​ກັບ​ພາຍນອກ. ​ໃນ​ຕົວຈິງ​ແລ້ວ ພື້​​ນຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​ລະ​ດັບ​ເປີດ​ສູງ​ທີ່​ສຸດ. ກ່ຽວ​ກັບ​ດ້ານ​ຄວາມ​ໝັ້ນ​ຄົງ, ຫວຽດ​ນາມ ໄດ້​ຕິດ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ແລະ ໂລກ. ພວ​ກ​ຂ້າ​ພະ​ເຈົ້າ​ຖື​ວ່າ ຕ້ອງ​ຖື​ເປັນ​ສຳ​ຄັນ ແລະ ຍົກ​ລະ​ດັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຖື​ວ່າ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນບໍ່​ພຽງ​​ແຕ່ແມ່ນ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິ​ທີ​ການ​ແຖວ​ໜ້າ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາ​ດອ​ີກ​ດ້ວຍ.

ດ້ວຍ​ພື້ນ​ຖານ​ເປັນ​ເຈົ້າ​ຍຸດ​ທະ​ສາດ ແລະ ຄວາມ​ສາ​ມາດ​ກະ​ທຳ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ຫວຽດ​ນາມ ພວມຢັ້ງ​ຢືນບໍ່​ພຽງ​ແຕ່​ວິ​ໄສ​ທັດ​ພັດ​ທະ​ນ​າທີ່​ຖືກ​ຕ້ອງ​ເທົ່າ​ນັ້ນ, ຫ​າກຍ​ັງ​ມີ​ຄວາມ​ສາ​ມາດ​ຫັນ​ວິ​ໄສ​ທັດ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ອີກ​ດ້ວຍ. ຄວາມ​ສາ​ມາດ​ກະ​ທຳ​ຈະ​ສືບ​ຕໍ່​​ເພີ່ມ​ພູນ​ຄູນ​ສ້າງຄວາມ​ໄວ້​ວາງ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ, ສ​້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້ ຫວຽດ​ນາມ ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ./.