ປຊຊ ຢູ່ເຂດພູສູງສາມາດຈົດທະບຽນການແຈ້ງເກີດໃຫ້ລູກໃນໂທລະສັບມືຖື, ຄົນເຈັບຢູ່ເມືອງເກາະໄດ້ຮັບການໃຫ້ຄຳປຶກສາ, ກວດ ແລະ ປິ່ນປົວພະຍາດແບບທາງໄກຈາກທ່ານໝໍສູນກາງ, ວິສາຫະກິດຂະໜາດນ້ອຍໄດ້ເຂົ້າເຖິງຕະຫຼາດທົ່ວໂລກດ້ວຍພື້ນຖານດີຈີຕອນ… ນັ້ນແມ່ນບັນດາເລື່ອງລາວຕົວຈິງທີ່ນັບມື້ນັບລຶ້ງເຄີຍຢູ່ ຫວຽດນາມ.
ນີ້ບໍ່ພຽງແຕ່ແມ່ນເລື່ອງລາວຂອງການຫັນເປັນດີຈີຕອນ, ຂອງວິທະຍາສາດເຕັກໂນໂລຊີ ຫຼືການປະຕິຮູບການບໍລິຫານເທົ່ານັ້ນ, ຫາກຍັງແມ່ນການສະແດງອອກຢ່າງມີຊີວິດຊີວາກ່ຽວກັບສິດທິມະນຸດຢ່າງແທ້ຈິງ ໃນສະພາບການທີ່ວິທະຍາສາດເຕັກໂນໂລຊີພວມພັດທະນາຕາມແຕ່ລະຊົ່ວໂມງອີກດ້ວຍ.
ເມື່ອບັນດາຫຼັກການກຳນົດໃນລັດຖະທຳມະນູນປະກົດຜົນເປັນຈິງ
ບັນດາປະມວນກົດໝາຍກ່ຽວກັບການປົກປ້ອງຂໍ້ມູນສ່ວນຕົວ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ຫຼືວຽກເຮັດງານທຳ ເຖິງວ່າໄດ້ດັດປັບບັນດາຂົງເຂດທີ່ແຕກຕ່າງກັນກໍ່ຕາມ ແຕ່ກໍ່ລ້ວນແຕ່ມີຈຸດລວມ ນັ້ນແມ່ນ: ໄດ້ຈັດມະນຸດເຂົ້າໃນທີ່ຕັ້ງໃຈກາງຂອງວິວັດການພັດທະນາ. ທ່ານປະລິນຍາເອກ, ທະນາຍຄວາມ ດັ້ງວັນເກື່ອງ ຄະນະທະນາຍຄວາມ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:
ໃນສັງກາດດີຈີຕອນ, ກົດໝາຍ ຫວຽດນາມ ສືບຕໍ່ເປີດກວ້າງ ແລະ ໄດ້ຫັນບັນດາສິດໃໝ່ຕິດພັນກັບສະພາບແວດລ້ອມດີຈີຕອນເປັນລະອຽດ. ນັ້ນແມ່ນສິດປົກປ້ອງຂໍ້ມູນສ່ວນຕົວ, ສິດເຂົ້າເຖິງການສື່ສານ, ສິດໄດ້ຮັບການປົກປ້ອງກຽດ, ສັກສີ ແລະ ຮູບພາບໃນເຄືອຂ່າຍອິນເຕີເນັດ… ນັ້ນແມ່ນບັນດາສິດທິມະນຸດໃໝ່ໂດຍກົດໝາຍ ຫວຽດນາມ ໄດ້ຮັບຮູ້ໃນເອກະສານສະບັບຕ່າງໆໃນໄລຍະມໍ່ໆມານີ້.
ເມື່ອກົດໝາຍໄດ້ປົກປ້ອງຂໍ້ມູນສ່ວນຕົວ, ສິ່ງໄດ້ຮັບການປົກປ້ອງບໍ່ພຽງແຕ່ແມ່ນຂໍ້ມູນໃນສະພາບແວດລ້ອມດີຈີຕອນເທົ່ານັ້ນ, ຫາກຍັງແມ່ນສິດສ່ວນຕົວ, ຄວາມປອດໄພ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພົນລະເມືອງແຕ່ລະຄົນອີກດ້ວຍ. ເມື່ອກົດໝາຍຊຸກຍູ້ປັນຍາປະດິດ ແລະ ນະວັດຕະກຳ, ເປົ້າໝາຍບໍ່ພຽງແຕ່ແມ່ນການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງໄດ້ເປີດກ້ວາງໂອກາດຮ່ຳຮຽນ, ປະດິດຄິດສ້າງ ແລະ ເຂົ້າເຖິງບັນດາການບໍລິການທີ່ມີຄຸນນະພາບດີອີກດ້ວຍ. ທ່ານປະລິນຍາເອກ Prava Samantaray, ນັກຄົ້ນຄ້ວາ ແລະ ນັກຮຽນຮູ້ ອິນເດຍ ຖືວ່າ:
ຄວາມແຕກໂຕນສັງຄົມ ແລະ ໄລຍະຫ່າງລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກເກີດຂຶ້ນ ເມື່ອໝາກຜົນຂອງການພັດທະນາປະເທດຊາດ ພຽງຂຶ້ນກັບພາກສ່ວນໜຶ່ງຂອງສັງຄົມເທົ່ານັ້ນ. ເວົ້າແນວອື່ນ ຖ້າຫາກວ່າການເຕີບໂຕ ແລະ ພັດທະນາຂອງປະເທດໜຶ່ງ ມີພາກສ່ວນໜຶ່ງໄດ້ຊົມໃຊ້ໝາກຜົນເທົ່ານັ້ນ, ປຊຊ ສ່ວນຫຼາຍຍັງຖືຫຼົງລືມ ແມ່ນຈະສ້າງໃຫ້ມີຄວາມແຕກໂຕນ ແລະ ໄລຍະຫ່າງໃນສັງຄົມ. ແຕ່ຢູ່ ຫວຽດນາມ ມີຄວາມແຕກຕ່າງ: ນະໂຍບາຍຂອງ ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ. ໃນຕົວຈິງ, ວິວັດທະນາການພັດທະນາຂອງ ຫວຽດນາມ ມີການເຂົ້າຮ່ວມຂອງທຸກຄົນ.
ກົດໝາຍແມ່ນພື້ນຖານເພື່ອພັດທະນາມະນຸດ
ການພັດທະນາຂອງວິທະຍາສາດເຕັກໂນໂລຊີໄດ້ວາງອອກບັນດາຄຳຮຽກຮ້ອງໃໝ່ສຳລັບແລວຍຸດຕິທຳກ່ຽວກັບສິດທິມະນຸດ. ໄປຄຽງຄູ່ກັບການຮັບປະກັນບັນດາສິດໃໝ່, ກົດໝາຍກໍ່ໄດ້ກຳນົດບັນດາມາດຖານໃໝ່ກ່ຽວກັບຄຸນສົມບັດ ແລະ ຄວາມຮັບຜິດຊອບໃນທາງໄຊເບີ, ບ່ອນທີ່ສິດສະແດງອອກໂດຍເສລີ ຍາມໃດກໍ່ຕ້ອງໄປພ້ອມກັບຄວາມຮັບຜິດຊອບໃນການປາກເວົ້າ, ການປະພຶດ; ສິດເຂົ້າເຖິງຂໍ້ມູນຍາມດໍ່ກໍ່ຕ້ອງຕິດພັນກັບການເຄົາລົບຄວາມຈິງ. ທ່ານປະລິນຍາເອກ, ທະນາຍຄວາມ ດັ້ງວັນເກື່ອງ ໃຫ້ຮູ້ຕື່ມອີກວ່າ:
ພັກ ລັດ ຍາມໃດກໍ່ເອົາໃຈໃສ່ ແລະ ມີການກຳນົດລະອຽດ, ຈາກນະໂຍບາຍ, ການສ້າງກົດໝາຍໃຫ້ສົມບູນແບບ, ໂຄສະນາເຜີຍແຜ່ກົດໝາຍ, ຈັດຕັ້ງປະຕິບັດກົດໝາຍ, ມຸ່ງໄປເຖິງການຮັບໃຊ້ ປຊຊ ແລະ ເອົາໝາກຜົນການຮັບໃຊ້ ປຊຊ ແມ່ນໄມ້ຫຼາວັດແທກໃຫ້ແກ່ການພັດທະນາຂອງສັງຄົມ.
ເມື່ອ ປຊຊ ໄດ້ເຂົ້າເຖິງການບໍລິການສາທາລະນະຢ່າງສະດວກກວ່າ, ຂໍ້ມູນສ່ວນຕົວໄດ້ຮັບການປົກປ້ອງດີກວ່າ, ໂອກາດຮ່ຳຮຽນ, ປະດິດຄິດສ້າງ ແລະ ພັດທະນາໄດ້ເປີດກວ້າງກວ່າ, ສິດທິມະນຸດຈະບໍ່ພຽງແຕ່ປະກົດໃນບັນດາເອກະສານກົດໝາຍອີກແລ້ວ, ຫາກໄດ້ກາຍເປັນບັນດາຄຸນຄ່າທີ່ສາມາດເຫັນໄດ້ໃນຊີວິດປະຈຳວັນ. ນັ້ນກໍ່ແມ່ນຄວາມໝາຍຂອງວິວັດທະນາການສ້າງກົດໝາຍໃຫ້ສົມບູນແບບຢູ່ ຫວຽດນາມ ໃນປະຈຸບັນ, ບ່ອນທີ່ທຸກນະໂຍບາຍລ້ວນແຕ່ມຸ່ງໄປເຖິງມະນຸດ, ເພື່ອມະນຸດ ແລະ ສ້າງເງື່ອໄຂອຳນວຍຄວາມສະດວກ ເພື່ອໃຫ້ແຕ່ລະຄົນເສີມຂະຫຍາຍກຳລັງຄວາມສາມາດຂອງຕົນໄດ້ເປັນຢ່າງດີທີ່ສຸດ./.
