ທັດສະນະດັ່ງກ່າວໄດ້ສະແດງອອກຢ່າງຈະແຈ້ງໃນບັນດາແຜນນະໂຍບາຍ, ນະໂຍບາຍໃນໄລຍະຜ່ານມາ, ເມື່ອທຸກນະໂຍບາຍຊີ້ຂາດລ້ວນແຕ່ໄດ້ມຸ່ງໄປເຖິງເປົ້າໝາຍຍົກສູງຄຸນນະພາບຊີວິດການເປັນຢູ່ຂອງ ປຊຊ, ຖືມະນຸດທັງເປັນໃຈກາງ ທັງເປັນກຳລັງໜູນຂອງການພັດທະນາ.
ເມື່ອນະໂຍບາຍເຂົ້າສູ່ຊີວິດ
ເມື່ອລູກຂອງຕົນໄດ້ຮ່ຳຮຽນ, ດຳເນີນຊີວິດໃນໂຮງຮຽນທີ່ໃຫຍ່ໂຕ ແລະ ສວຍງາມ, ມີພື້ນຖານວັດຖຸທີ່ຄົບຖ້ວນຄືແນວນີ້, ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈທີ່ສຸດ. ນີ້ຈະແມ່ນສະພາບແວດລ້ອມເພື່ອຊ່ວຍໃຫ້ລູກສາມາດພັດທະນາຮອບດ້ານ, ຈາກພູມປັນຍາຕະຫຼອດຮອດຮ່າງກາຍ.
ຄວາມພາກພູມໃຈຂອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ກໍ່ແມ່ນຄວາມເບີກບານມ່ວນຊື່ນລວມຂອງນັບໝື່ນຄອບຄົວຢູ່ 248 ໂຮງຮຽນສາມັນກິນນອນ ຢູ່ບັນດາຕາແສງຊາຍແດນເຂດດິນຕໍ່ແຜ່ນໃນທົ່ວປະເທດ. ບັນດາໂຮງຮຽນບໍ່ພຽງແຕ່ໄດ້ເປີດໂອກາດຮ່ຳຮຽນຢ່າງສະເໝີພາບໃຫ້ແກ່ນັກຮຽນເຂດຊາຍແດນເທົ່ານັ້ນ, ຫາກຍັງປະກອບສ່ວນຮັບປະກັນສິດໄດ້ຮ່ຳຮຽນຂອງເດັກທຸກຄົນອີກດ້ວຍ.
ການສຶກສາພຽງແຕ່ແມ່ນໜຶ່ງໃນບັນດາຂົງເຂດຊື່ງ ປຊຊ ພວມໄດ້ຊົມໃຊ້ໂດຍກົງຈາກບັນດານະໂຍບາຍພັດທະນາ. ຈາກສາທາລະນະສຸກ, ເຮືອນຢູ່, ການປະກັນໄພສັງຄົມ, ພື້ນຖານໂຄງລ່າງຄົມມະນາຄົມ, ຕະຫຼອດຮອດການຫັນເປັນດີຈີຕອນ, ການປະຕິຮູບລະບຽບການບໍລິຫານ, ຫຼືບັນດາການປ່ຽນແປງທີ່ພວມປະກົດຂຶ້ນນັບມື້ນັບຈະແຈ້ງ ໃນຊີວິດປະຈຳວັນ. ທ່ານປະລິນຍາເອກ ເລຢຸຍບິນ ນັກຊ່ຽວຊານເສດຖະກິດ-ການເງິນ, ຜູ້ອຳນວຍການ Economica ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ບັນດາດັດຊະນີກ່ຽວກັບການເຂົ້າເຖິງການບໍລິການສັງຄົມພື້ນຖານຂອງ ປຊຊ ຄື: ການປະກັນໄພສັງຄົມ, ການປະກັນສຸຂະພາບທົ່ວເຖິງ, ການປະກັນໄພຫວ່າງງານນັບມື້ນັບໄດ້ເປີດກ້ວາງ. ປຊຊ ເຫັນໄດ້ແຈ້ງທີ່ສຸດກ່ຽວກັບບັນດານະໂຍບາຍຂອງລັດ ໃນການຫລຸດຜ່ອນ ຄ່າຮຽນ, ໜູນຊ່ວຍລາຍຈ່າຍການຮຽນໃຫ້ນັກຮຽນ ນັກສຶກສາ, ເປີດກ້ວາງການສົ່ງເສີມສຸຂະພາບໃຫ້ທົ່ວປວງຊົນ, ເປີດກ້ວາງຄວາມສາມາດກວດ, ປິ່ນປົວພະຍາດ ແລະ ເພີ່ມທະວີສາທາລະນະສຸກສຳຮອງ….ນີ້ແມ່ນບັນດາການປົວແປງໃຫ່ຍທີ່ສຸດ.
ໃນດ້ານເສດຖະກິດ, ບັນດານະໂຍບາຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການລົງທຶນ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ພວມສ້າງກຳລັງໜູນຕື່ມອີກໃຫ້ແກ່ການເຕີຍໂຕ. ສິ່ງສຳຄັນກ່ວານັ້ນແມ່ນ ການເຕີຍໂຕນັ້ນພວມຫັນເປັນຫຼາຍວຽກເຮັດງານທຳກ່ວາ, ລາຍຮັບດີກ່ວາ, ການບໍລິການສາທາລະນະສະດວກກ່ວາ ແລະ ຄຸນນະພາບການດຳລົງຊີວິດນັບມື້ນັບສູງກ່ວາເທື່ອລະກ້າວ.
ຄວາມສຸກຂອງ ປຊຊ ແມ່ນໄມ້ຫຼາວັດແທກສູງສຸດ
ທັດສະນະທີ່ວ່າ ທຸກແຜນນະໂຍບາຍ, ນະໂຍບາຍລ້ວນແຕ່ມຸ່ງໄປສູ່ການເປີດກ້ວາງໂອກາດພັດທະນາໃຫ້ແກ່ມະນຸດ ແລະ ເພື່ອໃຫ້ ປຊຊ ໄດ້ຊົມໃຊ້ໝາກຜົນການພັດທະນາ ນັບມື້ນັບຄົບຖ້ວນກ່ວາ ຊື່ງຍາມໃດທ່ານເລຂາທິການໃຫ່ຍ ປະເທດປະເທດ ໂຕເລິມ ກໍ່ໄດ້ເນັ້ນໜັກ:
ຕ້ອງເອົາໃຈໃສ່ເບິ່ງແຍງຊີວິດໃຫ້ ປຊຊ ດີກ່ວາອີກ, ຖືວ່ານີ້ແມ່ນເປົ້າໝາຍສູງສຸດຂອງການພັດທະນາ. ປຊຊ ໄດ້ຊົມໃຊ້ສະພາບການດຳລົງຊີວິດທີ່ປອດໄພກ່ວາ, ຄົມມະນາຄົມສະດວກສະບາຍກ່ວາ, ເຮືອນຢູ່ເໝາະສົມກ່ວາ, ໂຮງຮຽນ ໂຮງໝໍທີ່ດີກ່ວາ, ພື້ນທີ່ວັດທະນະທຳຫຼາຍກ່ວາ, ສະຖານທີ່ສີຂຽວ, ກ້ວາງກ່ວາ. ຜູ້ອອກແຮງງານ, ກຳມະກອນ, ຄົນທຸກຍາກ, ຄົນທີ່ອ່ອນແອໄດ້ຮັບຄວາມເອົາໃຈໃສ່ດ້ວຍບັນດານະໂຍບາຍລະອຽດ, ແທດຈິງ, ຖືກກັບແຕ່ລະເປົ້າໝາຍ.
ຖະແຫຼງການການເມືອງດັ່ງກ່າວ ໄດ້ປະຕິບັດຢ່າງຄົບຊຸດ ແລະ ໝາກຜົນໄດ້ພິສູດດ້ວຍອິດທິພົນຊື່ສຽງສາກົນຂອງ ຫວຽດນາມ ໃນກຸ່ມ 50 ປະເທດມີຄວາມສຸກທີ່ສຸດໃນໂລກ: ຢືນອັນດັບທີ 46 ໃນຈຳນວນ 147 ປະເທດຕາມ World Happiness Report 2025. ທ່ານສາດສະດາຈານ, ປະລິນຍາເອກ ເລຫາຍບິນ ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໃຫ້ຮູ້ວ່າ:
ຂ້າພະເຈົ້າພົບກັບເພື່ອນມິດສາກົນຫຼາຍຄົນ ກໍ່ໄດ້ເວົ້າວ່າ ຫວຽດນາມ ພວມມີສິ່ງທີ່ຫຼາຍຊົນຊາດອື່ນພວມຄາດຫວັງ ນັ້ນແມ່ນ ສັນຕິພາບ, ເອກະລາດ ແລະ ຄວາມສະຫງົບປອດໄພໃນຊີວິດ. ຫວຽດນາມ ມີການພັດທະນາໄວກ່ຽວກັບດັດຊະນີຄວາມຜາສຸກ ແຕ່ຂ້າພະເຈົ້າຖືວ່າ ຖ້າອີງຕາມພຽງແຕ່ດັດຊະນີນັ້ນ, ແນ່ນອນວ່າຈະບໍ່ພັນລະນາ ສິ່ງທີ່ພວກເຮົາກຳລັງມີຢູ່ໄດ້ໝົດ.
ເມື່ອແຕ່ລະນະໂຍບາຍຊີ້ຂາດລ້ວນແຕ່ໄດ້ມຸ່ງໄປສູ່ການຮັບໃຊ້ ປຊຊ, ເມື່ອໂອກາດຮ່ຳຮຽນ, ສົ່ງເສີມສຸຂະພາບ, ວຽກເຮັດງານທຳ, ສະຫວັດດີການສັງຄົມ ແລະ ສະພາບແວດລ້ອມການດຳລົງຊີວິດນັບມື້ນັບໄດ້ຮັບການປັບປຸງນັ້ນ, ສິດທິມະນຸດບໍ່ພຽງແຕ່ໄດ້ຢັ້ງຢືນໃນກົດໝາຍເທົ່ານັ້ນ ຫາກໄດ້ກາຍເປັນບັນດາຄຸນຄ່າທີ່ປະກົດຂຶ້ນໃນຊີວິດປະຈຳວັນອີກດ້ວຍ. ນັ້ນກໍ່ແມ່ນການພິສູດຢ່າງຈະແຈ້ງ ໃຫ້ແກ່ການກຳນົດທິດພັດທະນາຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ: ຖືມະນຸດເປັນໃຈກາງ, ເອົາຄວາມສຸກຂອງ ປຊຊ ເປັນເປົ້າໝາຍສູງສຸດຂອງທຸກນະໂຍບາຍ ແລະ ພຶດຕິກຳຕົວຈິງຂອງຊີວິດ./.
