ມະຫາສະໝຸດບໍ່ມີເສັ້ນຊາຍແດນ, ສິ່ງທ້າທາຍຕ່າງໆສຳລັບມະຫາສະໝຸດບໍ່ຢຸດຢູ່ບໍ່ວ່າປະເທດໃດ. ມົນລະຜິດ, ການປ່ຽນແປງຂອງດິນຟ້າອາກາດ, ການຫລຸດລົງຂອງຊີວະນາໆພັນ… ຮຽກຮ້ອງໃຫ້ບັນດາປະເທດຕ້ອງພ້ອມກັນກະທຳ. ໃນສະພາບການນັ້ນ, ຫວຽດນາມ ພວມເປັນເຈົ້າການເຂົ້າຮ່ວມ ແລະ ຊຸກຍູ້ບັນດາກົນໄກຮ່ວມມືສາກົນກ່ຽວກັບການຄຸ້ມຄອງບໍລິຫານທະເລ, ເປີດກ້ວາງຂົງເຂດຮ່ວມມື, ຮັບໃຊ້ໂດຍກົງຕໍ່ກັບບັນດາເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງຈາກທະເລ.
ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໃຫ້ສັດຕະຍາບັນສັນຍາກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນທະເລແບບຍືນຍົງ ຢູ່ບັນດາເຂດທີ່ນອນຢູ່ນອກສິດອຳນາດສານແຫ່ງຊາດ (ສັນຍາ BBNJ), ໃນເດືອນມິຖຸນາປີ 2025, ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ແລະ ກົດໝາຍສາກົນໃນການຄຸ້ມຄອງບໍລິຫານທະເລ. ການປະຕິບັດ BBNJ ກໍ່ຕິດພັນໂດຍກົງກັບຜົນປະໂຫຍດການພັດທະນາຂອງ ຫວຽດນາມ, ປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍສ້າງປະເທດຮັ່ງມີເຂັ້ມແຂງຈາກທະເລ.
ຕິດພັນໂດຍກົງກັບຍຸດທະສາດເສດຖະກິດທະເລແຫ່ງຊາດ
ມະຕິເລກທີ 36 ຂອງສູນກາງກ່ຽວກັບຍຸດທະສາດການພັດທະນາເສດລະກິດທະເລ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ກຳນົດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ, ພ້ອມທັງເນັ້ນໜັກເຖິງຄຳຮຽກຮ້ອງການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງເໝາະສົມ, ປົກປັກຮັກສາສິ່ງແວດລ້ອມທະເລ ແລະ ເປັນເຈົ້າການເປີດກວ້າງການຮ່ວມມືສາກົນກ່ຽວກັບທະເລ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູ້ແທັງກາ, ອະດີດຫົວໜ້າສະຖາບັນຄົ້ນຄ້ວາມະຫາສະໝຸດ ແລະ ໝູ່ເກາະ ຫວຽດນາມ ວິເຄາະວ່າ:
ສັນຍາ BBNJ ຊ່ວຍໃຫ້ບັນດາປະເທດທີ່ມີລະດັບການພັດທະນາຕ່ຳກວ່າ ສາມາດແບ່ງປັນບັນດາຄວາມຮູ້ຈາກບັນດາປະເທດພັດທະນາ, ຮັບໃຊ້ໃຫ້ແກ່ວຽກງານອະນຸລັກຮັກສາ, ພັດທະນາເສດຖະກິດທະເລແບບຍືນຍົງ, ຊ່ວຍໃຫ້ບັນດາປະເທດຄື ຫວຽດນາມ ສາມາດຫັນບັນດາຂໍ້ກຳນົດຂອງສັນຍາວ່າດ້ວຍທະເລເປັນກົດໝາຍພາຍໃນປະເທດ.
BBNJ ໄດ້ເປີດບັນດາໂອກາດການຮ່ວມມືໃໝ່, ຕິດພັນໂດຍກົງກັບຜົນປະໂຫຍດການພັດທະນາຂອງ ຫວຽດນາມ. ການອະນຸລັກຮັກສາຊີວະນາໆພັນ ແມ່ນຮັກສາແຫຼ່ງກຳລັງໃຫ້ແກ່ເສດຖະກິດທະເລ. ທ່ານຮອງສາດສະດາຈານ, ປະລິນຍາເອກວິທະຍາສາດຊີວະສັດທະເລ ຫວໍຊີຕວັນ ຖືວ່າ:
ການພັດທະນາແບບຍືນຍົງກໍ່ໝາຍຄວາມວ່າ ພວກເຮົາຕ້ອງສ້າງຄວາມຮັ່ງມີຈາກທະເລ. ການຮ່ວມມືກັບສາກົນແມ່ນບໍ່ສາມາດຂາດໄດ້ ຍ້ອນວ່າ ບັນດາບັນຫາບົນທະເລບໍ່ໄດ້ແບ່ງເສັ້ນຊາຍແດນ, ຕ້ອງພ້ອມກັນແກ້ໄຂກັບບັນດາປະເທດ. ພວກເຮົາຕ້ອງເປັນເຈົ້າການປະກອບສ່ວນ, ເຂົ້າຮ່ວມບັນດາການເຄື່ອນໄຫວສາກົນ, ແບ່ງປັນແຫຼ່ງກຳລັງ, ແບ່ງປັນຂໍ້ມູນຂ່າວຕ່າງໆ. ເຮັດໄດ້ຄືແນວນັ້ນ, ພວກເຮົາຈຶ່ງຈະຮັບບັນດາແຫຼ່ງກຳລັງຈາກບັນດາຄູ່ຮ່ວມມືສາກົນໄດ້ ແລະ ພ້ອມກັນແກ້ໄຂບັນດາບັນຫາຂ້າມຊາຍແດນ.
ຕັ້ງໜ້າສ້າງ ແລະ ປ້ອງກັນຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳສາກົນກ່ຽວກັບທະເລ
ເລື່ອງ ຫວຽດນາມ ໃຫ້ສັດຕະຍາບັນສັນຍາ BBNJ ໂດຍໄວ, ພ້ອມກັບເລື່ອງ ທ່ານຮອງສາດສະດາຈານ, ປະລິນຍາເອກ ນາງ ຫງວຽນທິລານແອັງ ໄດ້ຮັບການເລືອກຕັ້ງເປັນຜູ້ພິພາກສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ອາຍຸການ 2026-2035 ແມ່ນບັນດາຂີດໝາຍສະແດງໃຫ້ເຫັນບົດບາດທີ່ນັບມື້ນັບຈະແຈ້ງຂອງ ຫວຽດນາມ ໃນການບໍລິຫານມະຫາສະໝຸດ. ທ່ານນາງ Gillian Bird, ເອກະອັກຄະລັດຖຸທູດ ອົດສະຕາລີ ປະຈຳ ຫວຽດນາມ ຖືວ່າ:
ຂ້າພະເຈົ້າຖືວ່າ ຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຜ່ານເລື່ອງ ທ່ານປະລິນຍາເອກ ນາງ ລານແອັງ ໄດ້ເຮັບການເລືອກຕັ້ງເປັນຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ຫວ່າງມໍ່ໆມານີ້. ນີ້ແມ່ນທີ່ຕັ້ງສຳຄັນຢ່າງແທ້ຈິງ ແລະ ເປັນກຽດທີ່ສຸດ ຂະນະທີ່ເປັນຄັ້ງທຳອິດມີຜູ້ພິພາກສາເປັນຄົນ ຫວຽດນາມ ຢູ່ສານແຫ່ງນີ້.
ໃນຂະນະນັ້ນ, ທ່ານ Louis Paul, ຫົວໜ້າຜູ້ຕາງໜ້າກອງທຶນ Konrad-Adenauer-Stiftung ປະຈຳ ຫວຽດນາມ ຢືນຢັນວ່າ:
ນີ້ແມ່ນຜົນງານທີ່ໜ້າຮັບຮູ້, ບໍ່ພຽງແຕ່ແມ່ນຜົນສຳເລັດສ່ວນຕົວ ແລະ ໃນອາຊີບຂອງ ທ່ານຮອງສາດສະດາຈານ, ປະລິຍາເອກ ນາງ ລານແອັງ ເທົ່ານັ້ນ, ຫາກຍັງແມ່ນການຮັບຮູ້ທີ່ສຳຄັນຕໍ່ການປະກອບສ່ວນທີ່ນັບມື້ນັບໃຫ່ຍຫຼວງຂອງ ຫວຽດນາມ ໃນການພັດທະນາ ແລະ ປະຕິບັດກົດໝາຍສາກົນວ່າດ້ວຍທະເລ.
ຈາກການສ້າງກົດໝາຍ ໄປສູ່ການປະຕິບັດ, ຫວຽດນາມ ພວມຕິດພັນຄວາມຮັບຜິດຊອບສາກົນ ກັບຜົນປະໂຫຍດການພັດທະນາຂອງຕົນເທື່ອລະກ້າວ, ມຸ່ງໄປສູ່ເປົ້າໝາຍກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ./.
