ຕອນເຊົ້າວັນທີ 11 ກັນຍາ 2001, ໂຈນອາກາດ 11 ຄົນ ໄດ້ປຸ້ນເອົາເຮືອບິນພົນລະເຮືອນພາຍໃນປະເທດ 04 ລໍາພ້ອມກັນ, ໃນນັ້ນ, ເຮືອບິນ 2 ລໍາໄດ້ບິນຕໍ່າໃສ່ຕຶກແຝດຂອງສູນການຄ້າໂລກ ຢູ່ນະຄອນ New York ເຮັດໃຫ້ ຕຶກທັງສອງນັ້ນ ຖືກພັງທະລາຍລົງພາຍໃນ 2 ຊົ່ວໂມງ ແລະ ບັນດາຕຶກຢູ່ໃກ້ນັ້ນກໍຖືກຜົນສະທ້ອນຢ່າງໜັກໜ່ວງ. ເຮືອບິນລໍາທີ 3 ໄດ້ບິນຕໍ່າໃສ່ທໍານຽບ 5 ແຈ, ສໍານັກງານກະຊວງປ້ອງກັນປະເທດ ອາເມລິກາ, ຢູ່ Arlington, Virginia. ສ່ວນເຮືອບິນລໍາທີ 4 ແມ່ນຕົກລົງທົ່ງນາຢູ່ໃກ້ Shankvilles ຂຶ້ນກັບລັດ Pennsylvania. ຕາມຜົນການສືບສວນຂອງລັດຖະບານ ອາເມລິກາ ແລ້ວ, ໂຈນອາກາດ 19 ຄົນນັ້ນລ້ວນແຕ່ແມ່ນສະມາຊິກຂອງອົງການກໍ່ການຮ້າຍ ອິດສະລາມ al-Qaeda ໂດຍ Osama bin Laden ເປັນຫົວໜ້າ. ພາຍຫຼັງເຫດບຸກໂຈມຕີດັ່ງກ່າວ, ອໍານາດການປົກຄອງ ອາເມລິກາ ໄດ້ປຸກລະດົມທໍາສົງຄາມຕໍ່ສູ້ຕ້ານການກໍ່ການຮ້າຍ, ລ້າງຜານຫົວໜ້າອົງການກໍ່ການຮ້າຍ ອິດສະລາມ al-Qaeda ແລະ ກວາດລ້າງບັນດາພາກສ່ວນ Taliban ທີ່ໜູນຫຼັງໃຫ້ແກ່ ອົງການກໍ່ການຮ້າຍດັ່ງກ່າວ. ເຖິງຢ່າງໃດກໍຕາມໄລ່ມາຮອດປັດຈຸບັນ, ສົງຄາມຕ້ານການກໍ່ການຮ້າຍຂອງ ອາເມລິກາ ຍັງບໍ່ສິ້ນສຸດລົງເທື່ອ. ຫຼັກຖານແມ່ນ ປັດຈຸບັນ ປະເທດ ອາບການິດສະຖານ - ເຊິ່ງແມ່ນເຮືອນຮັງຂອງກໍາລັງ ຕາລີບານ ຍັງຄົງແມ່ນຊາກຫັກພັງຍ້ອນລູກລະເບີດທໍາລາຍ ແລະ ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ຕາລີບານ ຍັງບໍ່ທັນຖືກດໍາເນີນເທື່ອ ເຖິງວ່າໄດ້ວາງແຜນແລ້ວກໍ່ຕາມ.