ສະພາບພິທີລົງນາມ |
ໃນຂອບເຂດ 2 ງານວາງສະແດງ, ຈະຈັດໃຫ້ມີເວທີປາໄສອຸດສາຫະກຳໜູນຊ່ວຍຫວຽດນາມ. ທ່ານ ຫງວຽນຟານກີມເງິນ, ຜູ້ອຳນວຍການໂຄງການບໍລິສັດ Reed Tradex ຫວຽດນາມ, ຫົວໜ່ວຍຈັດຕັ້ງງານວາງສະແດງໃຫ້ຮູ້ວ່າ:
ການຈັດເວທີປາໄສອຸດສາຫະກຳໜູນຊ່ວຍຫວຽດນາມ ຈະຍູ້ແຮງການມອບໂອນເຕັກໂນໂລຊີໃໝ່ ແລະ ເປີດກ້ວາງຕາໜ່າງດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ. ພິເສດແມ່ນລະຫວ່າງວິສາຫະກິດຍີ່ປຸ່ນ ແລະ ຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກລົງທຶນຕ່າງປະເທດ ສາມາດເຊື່ອມຕໍ່ກັບບັນດານັກສະໜອງ ແລະ ຕະຫຼາດຈຳໜ່າຍພາຍໃນປະເທດ, ໂດຍສະເພາະແມ່ນຄວາມຕ້ອງການນຳເຂົ້າສົ່ງອອກ ກໍ່ຄືທ່າອ່ຽງນຳໃຊ້ບັນດາເຄື່ອງອາໄຫຼ່ອຸດສາຫະກຳ.
ສະພາບການປະຊຸມຂ່າວ |
