ການ​ຊ້ອມຮົບໂລ່​ຍັກ Garuda (Super Garuda Shield) 2026 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ສິງ​ຫາ, ຢູ່ Bandung, ປະ​ເທດ ອິນ​ໂດ​ເນ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທະ​ຫານ​ເກືອບ 5.000 ຄົນ​ທີ່​ມາ​ຈາກ 21 ປ​ະ​ເທດ. ຫວຽດ​ນາມ ເຂົ້າ​ຮ່ວມ​ດ້ວຍ​ຖາ​ນະ​ເປັນ​ນັກ​ສັງ​ເກດ​ການ.

ໂດຍ​​ຈັດ​ຂຶ້ນ​ແຕ່​ວັນ​ທີ 31 ສິງ​ຫາ ຮອດ​ວັນ​ທີ 11 ກັນ​ຍາ, ການ​ຊ້ອມ​ຮົບ ໂລ່​ຍັກ Garuda 2026 ​ມີ​ຫົວ​ຂໍ້​ວ່າ “ບັນ​ຊາ​ປະ​ສົມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊ້ອ​ມ​ຮົບ​ນາໆ​ຊາດ ເພື່ອ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ”. ເປົ້າ​ໝາຍ​ຂ​ອງ​ລາຍ​ການ​ຝຶກ​ຊ້ອມ​ລວມ​ແມ່ນ​ເພີ່​ມ​ທະ​ວີ​ກຳ​ລັງ​ຄວາ​ມ​ສາ​ມາດ​ກະ​ທົບ​ຕອບ, ຄວາມ​ກຽມ​ພ້ອມ, ກຳ​ລັງ​ສູ້​ຮົບ​ຮ່ວມ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ກອງ​ບັນ​ຊາ​ການ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ອ​າ​ເມ​ລິ​ກາ (USINDOPACOM) ແລະ ບັນ​ດາ​ປະ​ເທດ​ພັດ​ທະ​ມິດ/ຄູ່​ຮ່ວມ​ມື​.

ຕາມ​ແຜນ​ການ, ເນື້ອ​ໃນ​ການ​ຊ້ອ​ມ​ຮົບ​​ຈະ​ຜັນ​ຂະ​ຫຍາຍ​ຢູ່ Jakarta, Bandung, Lampung, Baturaja ຂຶ້ນ​ກັບ​ແຂວງ​ທາງ​ Sumatraໃຕ້ ແລະ Kalimantanເໜືອ, ສຸມ​ໃສ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ນາໆ​ຊາດ ແນ​ໃສ່​ຮັກ​ສາ​ສັ​ນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ.