ກອງປະຊຸມດັ່ງກ່າວ ໂດຍສະມາຄົມ Geotechnical ກິດຈະກຳ ຫວຽດນາມ, ມະຫາວິທະຍາໄລຊົນລະປະທານ, ບໍລິສັດຫຸ້ນສ່ວນ Fecon ແລະ ບໍລິສັດ Kokosai kogyo (ຍີ່ປຸ່ນ) ສົມທົບກັນຈັດຕັ້ງ.
ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ |
ທີ່ GEOTEC HANOI ປີ 2019, ຄະນະຈັດຕັ້ງໄດ້ຮັບບົດຂຽນ 187 ບົດຂອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນໃນໂລກຄື: ຍີ່ປຸ່ນ, ສ.ເກົາຫຼີ, ຝຣັ່ງ, ອີຕາລີ, ໂຮນລັງ, ອົດສະຕາລີ…ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ເນັ້ນໜັກວ່າ:
“ກອງປະຊຸມວິທະຍາສາດນີ້ ມີຂອບຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 800 ທ່ານ. ບັນດາບົດປະກອບຄຳເຫັນມີລັກສະນະເລິກເຊິ່ງ, ມີແບບມີແຜນ ແລະ ມີວິຊາການສຶກສາສູງ. ກອງປະຊຸມບໍ່ພຽງແຕ່ແມ່ນເວທີປາໄສ ເພື່ອໃຫ້ບັນດານັກວິຊາການແລກປ່ຽນເຊິ່ງກັນ ແລະ ກັນເທົ່ານັ້ນ ຫາກຍັງຜ່ານນັ້ນ, ຫວຽດນາມ ອາດຈະຖອດຖອນໄດ້ປັນຍາຄວາມຮູ້ ແລະ ບົດຮຽນຫລາຍຢ່າງທີ່ມີຜົນປະໂຫຍດໃຫ້ແກ່ການໝູນໃຊ້ບັນດາມາດຕະການເຕັກນິກເຂົ້າໃນການກໍ່ສ້າງບັນດາກິດຈະກຳຢູ່ ຫວຽດນາມ ອີກດ້ວຍ.”

