ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ຜູ້​ຕາງ​ໜ້າ​ແຂວງ ​ເລິມ​ດົ່ງ ແລະ ນະ​ຄອນ ​ຮ່າ​ໂນ້ຍ ໄດ້​ລົງ​ນາມບົດ​ບັນ​ທຶກ​ຊ່ວ​ຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ; ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ມອບ​ສັນ​ຍາ​ລັກ​ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ມະ​ຫາ​ສາ​ມັກ​ຄີ 22 ຫຼັງ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ… ທ່ານ​ນາງ ຝຸ່ງ​ທິ​ຮົ່ງ​ຮ່າ, ຮອງ​ເລ​ຂາ​ຄ​ະ​ນະ​ພັກ​ນະ​ຄອນ, ປະ​ທານ​ສະ​ພາປ​ະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ດ້ວຍ​ຈິດ​ໃຈ “ຮ່າ​ໂນ້ຍ​ ເພື່ອ​ທົ່ວ​ປະ​ເທດ, ພ້ອມ​ກັບ​ທົ່ວ​ປະ​ເທດ”, ນະ​ຄອນ​ ຮ່າ​ໂນ້ຍ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ພັດ​ທະ​ນາ​ການພົວພັນ​ຮ່ວມ​ມື​ກັບ​ແຂວງ​ ເລິມ​ດົ່ງ ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ອາດ​ຈະ​ເປັນ​ທ່າ​ແຮງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ​ສັງ​ຄົມ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ​ ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ອົງ​ການ​ການ​ເມືອງ​ສັ​ງ​ຄົມ ແລະ ປະ​ຊາ​ຊົນ​ສອ​ງປະ​ເທດ ຈະສືບ​ຕໍ່ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ເພື່ອ​ໃຫ້​ນ້ຳ​ໃຈ​ນັ້ນ​ສືບ​ຕໍ່​ມີ​ຄວາມ​ສະ​ໜິດ​ຕິດ​ພັນ.