(ພາບປະກອບ: TTXVN)
ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2027), ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍບັ້ນເຄື່ອນໄຫວ “500 ວັນ ແລະ ຄືນຍູ້ແຮງການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວິດເພືື່ອຊາດ”.
ໂດຍປະຕິບັດບັ້ນເຄື່ອນໄຫວດັ່ງກ່າວ, ຄາດວ່າ ແຂວງ ກວາງຈິ ຈະຂຸດຄົ້ນ, ເກັບຕົວຢ່າງ AND ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນຂໍ້ມູນກວ່າ 22.000 ຂຸມ. ພາຍຫຼັງຜັນຂະຫຍາຍເປັນເວລາ 3 ເດືອນ, ບັນດາກຳລັງທີ່ມີໜ້າທີ່ແຂວງ ກວາງຈິ ໄດ້ຄົ້ນພົບ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບໍລິເວນແຂວງ ແລະ ຢູ່ ລາວ ໄດ້ 58 ອັດຖິ.
ໃນຂະນະນັ້ນ, ແຂວງ ແຄັງຮວ່າ ກໍ່ມີແຜນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດປະມານ 150 ອັດຖິ ແລະ ເກັບເອົາຕົວຢ່າງ AND ສຳລັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນຊື່ 2.234 ອັດຖິ. ທ່ານພັນເອກ ວໍວັນວຽນ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ແຄັງຮວ່າ, ໃຫ້ຮູ້ວ່າ:
“ບັນດາທ້ອງຖິ່ນມີສຸສານນັກຮົບເສຍສະຫຼະຊີວິດເພື່ອ ຍັງມີຂຸມຝັງສົບທີ່ຍັງບໍ່ທັນຢັ້ງຢືນໄດ້ຊື່ນາມສະກຸນ. ຄວາມຫຍຸ້ງຍາກທີ່ສຸດໃນປະຈຸບັນແມ່ນການຢັ້ງຢືນ, ເກັບເອົາຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເຕົ້າໂຮມໃນຫຼາຍປີກ່ອນ. ເວລາຍິ່ງດົນເລື່ອງເກັບເອົາຕົວຢ່າງຮັບໃຊ້ການສັນລະສູດ AND ຍິ່ງຫຍຸ້ງຍາກ”.
ສ່ວນຢູ່ແຂວງ ເລິມດົ່ງ, ແຕ່ວັນທີ 23 ມິຖຸນາ, ວຽກງານເກັບຕົວຢ່າງ, ການຫັນເປັນດີຈີຕອນ ແລະ ສ້າງຮາກຖານຂໍ້ມູນ AND ສຳລັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຜັນຂະຫຍາຍຢູ່ເຂດສຸສານ 10 ແຫ່ງ ດ້ວຍຈຳນວນ 4.721 ຂຸມຝັງສົບ. ທາງແຂວງສູ້ຊົນປະຕິບັດສຳເລັດການເກັບເອົາຕົວຢ່າງບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນຊື່ກ່ອນວັນທີ 15 ພະຈິກ 2026.
