ຕາມ​ຂໍ້​ມູນ​ທາງ​ການ​ຈາ​ກົມ​ພາ​ສາ​ອາກອນ ແລະ ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ) ແລ້ວ, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ EU ລື່ນ​ກາຍ​ລະ​ດັບ 900 ຕື້ USD ໃນ​ໄລ​ຍະ​ແຕ່​ເດືອນ​ມັງ​ກອນ 1995 - ເດືອນ​ມິ​ຖຸ​ນາ 2026. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ນັບ​ແຕ່​ເດືອນ ສິງ​ຫາ 2020 ມາ​ຮອດ​ປັດ​ຈຸ​ບັນ, ພາຍຫຼັງ​ເວ​ລາ​ພຽງ 6 ປີ​ແຫ່ງ​ການ​ປະ​ຕິ​ບັດ​ສັນ​ຍາ EVFTA ຢ່າງ​ເປັນ​ທາງ​ການ​ໃນ​ຕົວ​ຈິງ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ໄດ້ 383,8 ຕື້ USD, ​ເທົ່າ​ກັບ 42,6% ຍອດ​ວົງ​ເງິນ​ການ​ຄ້າ​ໃນ​ຕະຫຼອດ​ໄລ​ຍະ 3 ທົດ​ສະ​ວັດ.​ ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ EVFTA ມາ​ເປັນ​ເວ​ລາ6 ປີ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈັນ​ຜ່ານ​ຄວາມ​ຕັ້ງ​ໜ້າ​ຂອ​ງ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ເອີ​ລົບ ທີ່​ວາງ​ແຜນ​ຍຸດ​ທະ​ສາດ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ. ຕາມ​ດັດ​ຊະ​ນີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ (BCI) ໄຕ​ມາດ II/206 ຂອງ EuroCham ແລ້ວ, 55% ຈຳ​ນວນ​ວິ​ສາ​ຫະ​ກິດ​ຂອງ ເອີ​ລົບ ​ເຂົ້າ​ຮ່ວມ​ການ​ສຳຫຼວດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ແມ່ນ​ສູນ​ເຄື່ອນ​ໄຫວຫຼັກ​ແຫຼ່ງ ຫຼື​ພື້ນ​ຖານ​ເຕີບ​ໂຕ​ຈຸດ​ສຸມ, ໃນ​ຂະ​ນະ​ທີ່ 22% ກຳ​ນົດ ​ຫວຽດ​ນາມ ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ເຄືອນ​ຂ່າຍ​ພາກ​ພື້ນ​ຂອງ​ເຂົາ​ເຈົ້າ. ຫວຽດ​ນາມ​ ໄດ້​ຍົກ​ທີ່​ຕັ້ງ​ບົດ​ບາດ​ເພື່ອ​ກາຍ​ເປັນ​ພື້ນ​ຖານ​ແກ້ງ​ແຍ້ງ​ໃຫ້​ຍຸດ​ທະ​ສາດ​ເປີດກວ້າງ​ຍາວ​ນານ​ຢູ່ ອາ​ຊີ.

ທ່ານ Bruno Jaspaert ​ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ເອີ​ລົບ ຢູ່ ​ຫວຽດ​ນາມ (EuroCham) ໄດ້​ເນັ້ນ​ໜັກ​ວ່າ ​ພາຍຫຼັງ​ການ​ພົວ​ພັນ EU - ຫວຽດ​ນາມ ​ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ​ເມື່ອ​ເດືອນ​ມັງ​ກອນ 2026, EVFTA ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສັງ​ກາດ​ການ​ທູດ​ເສດ​ຖະ​ກິດ​ທີ່​ໃໝ່​ອ່ຽມ.