ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 950 ປີ​ແຫ່ງວັນ​ສ້າງ​ຕັ້ງ ກວັກ​ຕື​ຢາມ (1076 – 2026), ຕອນ​ບ່າຍ​ວັນ​ທີ 05 ກໍ​ລະ​ກົດ, ຢູ່​ສູນ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ວິ​ທະ​ຍາ​ສາດ ວັນ​ມຽວ - ກວັກ​ຕື​ຢາມ ໄດ້​ໄຂ​ງານ​ວາງ​ສະ​ແດງ “ກວັກ​ຕື​ຢາມ ໃນ​ສີ​ລະ​ປະ”.

ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ 60 ຢ່າງ​, ຂອງ​ຜູ້​​ປະ​ດິດ​ຄິດ​ສ້າງ 34 ຄົນ, ຊ່ອງ​ແສງ​ຮູບ​ພາບ ວັນ​ມຽວ - ກວັກ​ຕື​ຢາມ ຜ່ານ​ຫຼາຍ​ຮູບ​ແບບ​ສີ​ລ​ະ​ປະ, ຈາກ​ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ ຕະ​ຫຼອດ​ຮອດ​ການ​ປະ​ດິດ​​ຄິດ​ສ້າງ​ຍຸກ​ທັນ​ສະ​ໄໝ. ທ່ານ ຫງວຽນ​ເທ​ເຊີນ, ຜູ້​ຄຸ້ມ​ຄອງ, ໃຫ້​ຮູ້​ວ່າ:

“ງານ​ວາ​ງະ​ແດງ​ຢາກ​ຖື​ເອົາ​ຮູບ​ພາບ​ຂອງ ກວັກ​ຕື​ຢາມ ເຊິ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ ໄດ້​ຮັບ​ການ​ສັງ​ເກດ​ຄື​ດັ່ງ​ສີ​ລະ​ປະ, ຄື​ດັ່ງ​ການ​ເຊື່ອມ​ຕໍ່​ລຸ້ນ​ຕ່າງ​ໆ. ໂຄງ​ການນີ້​ຄື​ດັ່ງ​ການ​ເຊື່ອ​ມ​ຕໍ່​ນັກ​ສິ​ລະ​ປິນ​ລຸ້ນ​ຕ່າງໆຜ່ານຫຼາຍ​ທົດ​ສະ​ຫວັດ ແລະ ໄດ້​ພົບ​ປະ​ຢູ່​ງານ​ວາງ​ສະ​ແດງ​ຄື​ແນວນີ້”.

​ ງານ​ວາງ​ສະ​ແດງ​ໄດ້​ຈັດ​ຂຶ້​ນ​ຮອດ​ວັນ​ທີ 05 ສິງ​ຫາ ຈຶ່ງ​ອັດ​ລົງ.