ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ດັດຊະນີ ຜູ້ຄຸ້ມຄອງຊື້ເຄື່ອງ (PMI) ເດືອນມັກງອນ ປີນີ້ ບັນລຸ 50,3 ຄະແນນ ເພີ່ມຂຶ້ນ ເມື່ອທຽບກັບລະດັບ 48,9 ຄະແນນຂອງເດືອນ ທັນວາ ປີ 2023. ໝາກຜົນນີ້ ສະແດງໃຫ້ເຫັນວ່າ ການເຄື່ອນໄຫວຜະລິດຂອງ ຫວຽດນາມ ຢັ້ງຢືນການເຕີບໂຕຄືນໃໝ່ໃນຕົ້ນປີ 2024 ເມື່ອບັນດາສັນຍານເບື້ອງຕົ້ນສະແດງໃຫ້ເຫັນຄວາມຕ້ອງການປັບປຸງຊ່ວຍຈຳນວນໃບສັ່ງຊື້ສິນຄ້າໃໝ່ ແລະ ປະລິມານການຜະລິດ ເພີ່ມຂຶ້ນຄືນໃໝ່. ໃນຂະນະນັ້ນ, ດັດຊະນີການຜະລິດອຸດສາຫະກຳ (IIP) ໃນເດືອນມັງກອນປີ 2024 ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 (ເພີ່ມຂຶ້ນ 18,3%) ແລະ ເພີ່ມຂຶ້ນໃນວົງກ້ວາງ (60/63 ທ້ອງຖິ່ນ ທີ່ມີດັດຊະນີ IIP ເພີ່ມຂຶ້ນ). ໝາກຜົນທີ່ຕັ້ງໜ້ານີ້ ສືບຕໍ່ທ່າຟື້ນຟູການຜະລິດນັບແຕ່ທ້າຍປີ 2023 ຍ້ອນບັນດາມາດຕະການໜູນຊ່ວຍຂອງ ລັດຖະບານ, ການຊີ້ນຳຢ່າງຂ້ຽວຂາດຂອງ ທ່ານນາຍົກລັດຖະມົນຕີ ໃນການປ່ອຍເງິນລົງທຶນພາກສາທາລະນະ, ຜັນຂະຫຍາຍບັນດາໂຄງການອຸດສາຫະກຳຈຸດສຸມ, ໝາກຜົນການດຶງດູດ, ການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI)ໃນປີ 2023
60/63 ທ້ອງຖິ່ນມີດັດຊະນີການຜະລິດອຸດສາຫະກຳ (IIP) ເພີ່ມຂຶ້ນໃນເດືອນມັງກອນປີ 2024
(VOVWORLD) - ໝາກຜົນທີ່ຕັ້ງໜ້ານີ້ ສືບຕໍ່ທ່າຟື້ນຟູການຜະລິດນັບແຕ່ທ້າຍປີ 2023 ຍ້ອນບັນດາມາດຕະການໜູນຊ່ວຍຂອງ ລັດຖະບານ, ການຊີ້ນຳຢ່າງຂ້ຽວຂາດຂອງ ທ່ານນາຍົກລັດຖະມົນຕີ.
