ປີ​ນີ້, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ 8.671ບົດ​ປະ​ພັນ ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ . ຜ່ານ​ຮອບ​ຄັດ​ເລືອກ, ມີ​ 578 ບົດ​ປະ​ພັນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖວ້ນ​​ເພື່ອເຂົ້າ​ຮ່ວມການ​ແຂ່ງ​ຂັນ​ຢູ່ 5 ປະ​ເພດ​ລວມ​ມີ: ວາ​ລະ​ສານ, ໜັງ​ສື​ພິມ, ກະ​ຈາຍ​ສຽງ, ໂທ​ລະ​ພາບ ແລະ ວີ​ດີ​ໂອ​ຄຼິບ. ທ່ານ​ລ້າຍ​ຊວັນ​ເລິມ, ຮອງ​ເລ​ຂາ​ຄະ​ນະ​ພັກ​ລັດ​ຖະ​ບານ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ການ​​ແຂ່ງ​ຂັນ​ໃຫ້​ຮູ້​ວ່າ:

ບັນ​ດ​າບົດ​ປະ​ພັນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມີ​ຄຸນ​ນະ​ພາບ​ດີ, ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ຕິດ​ແທດຫົວ​ຂໍ້, ສ່ອງ​ແສງ​ຢ່າງ​ທັນ​ການບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ, ສ້າງ​ລະ​ບົບ​ການ​ເມືອງ, ​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ທູດ, ພິ​ເສດ​ແມ່ນ​ໜ້າ​ທີ່​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ​ການຕໍ່​ສູ້​ປະ​ຕິ​ເສດ​ບັນ​ດາ​ທັດ​ສະ​ນະ​ຜິດ​ພາດ, ເປັນ​ປໍ​ລະ​ປັກ. ພ້ອມ​ກັນ​ນັ້ນ, ວຽກ​ງານ​ໃຫ້​ຄະ​ແນນ​ໄດ້​ຈັດ​ຂຶ້ນ​ຢ່າງ​ເຂັ້ມ​ງວດ, ພາ​ວະ​ວິ​ໄສ ແລະ ຖືກ​ຕ້ອງ​ການ​ລະ​ບຽບ​ການ.

ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ໄດ້​ຕົກ​ລົງ​ຮັບ​ຮອງ 75 ​ບົດ​ປະ​ພັນ​ຂອງ​ຜູ້​ຂຽນ/ກຸ່ມ​ຜູ້​ຂຽນ ຍາດ​ໄດ້​ລາງວັນ​ໃນ​ການ​ແຂ່ງ​ຂັນ, ໃນ​ນັ້ນ​ມີ​ລາງວັນ​ພິ​ເສດ 2 ລາງວັນ, ລາງວັນ A 6 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 15 ລາງວັນ.