80 ປະເທດໄດ້ອອກຖະແຫຼງການຮ່ວມ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 81, ໂດຍຮຽກຮ້ອງຕ້ອງຮີບດ່ວນເປີດຊ່ອງແຄບທະເລ Hormuz ຄືນໃໝ່ ແລະ ຮັບປະກັນສິດເສລີໃນການເດີນເຮືອຢູ່ເຂດອ່າວໃນສະພາບການບັນດາການບຸກໂຈມຕີເລັ່ງໃສ່ກຳປັ່ນການຄ້າສືບຕໍ່ນາບຂູ່ການຄ້າ ແລະ ຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ. ຖະແຫຼງການຮ່ວມໄດ້ປະກາດທີ່ສຳນັກງານ ສປຊ ຢູ່ ນິວຢອກ ໃນວັນທີ 24 ກັນຍາ, ຮຽກຮ້ອງຕ້ອງຟື້ນຟູຢ່າງຄົບຖ້ວນ, ບໍ່ໃຫ້ບັນດາສິດ ແລະ ຫຼັກການກ່ຽວກັບຄວາມເສລີໃນການເດີນເຮືອຖືກຊັກຊ້າ, ພ້ອມທັງຮຽກຮ້ອງໃຫ້ເປີດຊ່ອງແຄບທະເລ Hormuz ຄືນໃໝ່ໂດຍດ່ວນ. ບັນດາກຳປັ່ນຕ້ອງໄດ້ຮັບການອະນຸຍາດໃຫ້ເດີນທາງໄປຜ່ານເສັ້ນທາງຍຸດທະສາດນີ້ຢ່າງປອດໄພ, ບໍ່ຖືກຈັດວາງຄ່າທຳນຽມ, ເງື່ອນໄຂ ຫຼື ບັນດາບ້ວງຈ່າຍທີ່ໄດ້ຮັບຖືວ່າຜິດກົດໝາຍ, ສອດຄ່ອງກັບກົດໝາຍສາກົນ. ຖະແຫຼງການກໍ່ກ່າວປະນາມບັນດາການບຸກໂຈມຕີຂອງ ອີຣານ ເລັ່ງໃສ່ບັນດາປະເທດໃນພາກພື້ນ ແລະ ບັນດາການກະທຳທີ່ເຮັດໃຫ້ການເຄື່ອນໄຫວທາງການຄ້າສາກົນ, ລະບອບສະໜອງ ແລະ ການຂົນສົ່ງພະລັງງານຖືກຂາດວັກຂາດຕອນ. ຖະແຫຼງການກໍ່ກ່າວປະນາມບັນດາການບຸກໂຈມຕີຂອງກຳລັງ Houthi ທີ່ເລັ່ງໃສ່ ອາຣັບບິ ຊາອຸດິ ແລະ ການເຄື່ອນໄຫວໃນການເດີນເຮືອຢູ່ທະເລແດງ.
