ໃນວັນທີ 7 ກັນຍາ 1945, ຈາກຫ້ອງທີ່ນ້ອຍໆຢູ່ເລກທີ 128C ຖະໜົນ ດ້າຍລາ, ຮ່າໂນ້ຍ, ຂ່າວທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກອາກາດບົດຖະແຫຼງ ປະກາດເອກະລາດຂອງ ປະທານ ໂຮ່ຈີມິນ ທີ່ໄດ້ອ່ານກ່ອນໜ້ານັ້ນ 5 ວັນຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ. ຕໍ່ຈາກນັ້ນແມ່ນຂ່າວສະຖານະການການເມືອງດ້ວຍ 3 ພາສາຄື: ຫວຽດນາມ, ຝລັ່ງ, ແລະ ອັງກິດ.
ເຖິງວ່າໄດ້ຜ່ານຫຼາຍໄລຍະທາງປະຫວັດສາດທີ່ສຳຄັນ, ແຕ່ຄຳນຳນັ້ນບໍ່ເຄີຍ ປ່ຽນແປງໃນຕະຫຼອດ 81 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ຍັງຄົງຕົວຢູ່ສະເໝີ, ຮ່ວມເດີນທາງພ້ອມກັບປະເທດຊາດ ແລະ ກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ. ສຳລັບທ່ານ Piotr Yuryevich Tsvetov, ອະດີດນັກຂ່າວ ລັດເຊຍ ຜູ້ທີ່ເຄີຍປະຈຳການຢູ່ ຫວຽດນາມ ນັບຕັ້ງແຕ່ຊຸມປີ 1970, ສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ອອກຈາກລຳໂພງສາທາລະນະຢູ່ຕາມຖະໜົນຫົນທາງຂອງ ນະຄອນຫຼວງ ຮ່າໂນ້ຍ ເກືອບເຄິ່ງສະຕະວັດກ່ອນແມ່ນບໍ່ອາດລືມໄດ້.
“ຂ້າພະເຈົ້າຖືວ່າ ຂໍ້ມູນຂອງພວກເພື່ອນເປັນປະໂຫຍດຫຼາຍ, ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນຂໍ້ມູນມີລັກສະນະອັບເດດ. ສະນັ້ນ, ບັນດາສິ່ງທີ່ເກີດຂຶ້ນຢູ່ ຫວຽດນາມ ຂ້າພະເຈົ້າໄດ້ຮູ້ຈາກ ວິທະຍຸກະຈາຍສຽງ ຫວຽດນາມ ກ່ອນ. ນີ້ແມ່ນແຫຼ່ງຂ່າວທີ່ດີ, ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈສິ່ງທີ່ພວມເກີດຂຶ້ນຢູ່ ຫວຽດນາມ. ພວກເພື່ອນໄດ້ມານະພະຍາຍາມໃຫ້ຂ່າວຢ່າງພາວະວິໄສ”.
