​ທ່ານ Scott Bessent ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ກຽມ​ຈະ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ທີ່​ໄດ້​ຮັບ​ຖື​ວ່າ​​”ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ”​ສຳ​ລັບ​ອີ​ຣານ, ປະ​ສົມ​ກັບ​ຄຳ​ສັ່ງ​ປິດ​ລ້ອມ​ໃນ​ປັດ​ຈຸ​ບັນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີແຮງ​ກົດ​ດັນທາງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ສຸດ​ຂີດ​ຕໍ່​ອີ​ຣານ.

ກ່າ​ວ​ຄຳ​ເຫັນຕໍ່​ນັກ​ຂ່າວ CNBC ໃນ​ວັນ​ທີ 20 ສິງ​ຫາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ເງິນ Scott Bessent ໃຫ້​ຮູ້​ວ່າ ຈະ​ຈັດ​​ກອ​ງ​ປ​ະ​ຊຸມຖ​ະ​ແຫຼງ​ຂ່າວ​ໃນ​ວັນ​ທີ 24 ສິງ​ຫາ ເພື່ອ​ປະ​ກາດ​ແຜນ​ການ​ລະ​ອຽດ. ທ່ານ​ຖະ​ແຫຼງວ່າ​ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​​ຄູ່, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພັນ​ທຳ​ມິດ ແລະ ບັນ​ດາ​ປະ​ເທດ​ອື່ນໆ​ເລືອກ​ເຟັ້ນ​ຈະ​ຮ່ວມ​ມື​ກັບ ວໍ​ຊິງ​ຕັນຫຼື​ບໍ່.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ​ໄດ້​ກ່າວ​ປະ​ນາມ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິ​ດ​ເຊິ່ງ​ອາ​ເມ​ລິ​ກາ ກະ​ກຽມ​ປະ​ກາດ, ໃນ​ສະ​ພາບ​ການ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ, ກໍ່​ຄື​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄວບ​ຄຸມ​ຊ່ອງແຄບ​ທະ​ເລ Hormuz. ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ​ອາ​ເມ​ລິ​ກາ ເລັ່ງ​ໃສ່​ປະ​ຊາ​ຊົນ​ປະ​ເທດ​ນີ້, ຄື​ກັນ​ກັບ “ການ​ກໍ່​ກ​ານ​ຮ້າຍ​ດ້ານ​ເສດ​ຖະ​ກິດ ແລະ ແມ່ນ​ໂທດ​ກຳ​ຕ້ານ​ມະ​ນຸດ”, ພ້ອມ​ທັງ​ຢັ້ງ​ຢືນ​ວ່າບັນ​ດາ​ມາດ​ຕະ​ການ​ນີ້​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ຕັດ​ສິນ​ໃຈຂອງ​ອີ​ຣານ​ໃນ​ການ​ປົກ​ປ້ອງ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາດຫຼຸດ​ລົງໄດ້.