ຮົ້ົ້ວກັ້ນລະຫວ່າງເຂດພູພຽງ Golan ໂດຍຖືກອິດສະລາແອນຢືດຄອງ ກັບ ລີບີ (ພາບ: Tablet Magazine) |
ໜັງສືພິມ Haatetz ໄດ້ລົງຂ່າວກ່ຽວກັບການອັບເດດແຜນທີ່ ຂອງ ອິດສະລາແອັນເຊິ່ງໄດ້ດາວໂຫຼດເອົາໃນສື່ສັງຄົມອອນລາຍ Twitter ຂອງທ່ານ Jason Greenblatt ທູດພິເສດ ປະທານາທິບໍດີ ອາເມລິກາ ທີ່ຮັບຜິດຊອບເຂດຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ເຂດຝັ່ງທະເລທາງທິດຕາເວັນຕົກຍັງປະກົດຕົວຢູ່ແຜນທີ່ນັ້ນແມ່ນພາກສ່ວນດິນແດນຕ່າງຫາກ, ບໍ່ແມ່ນພາກສ່ວນທາງການຂອງ ອິດສະລາແອັນ
ວັນທີ 25 ມີນາ ທີ່ຜ່ານມາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ລົງນາມໃນລັດຖະດຳລັດສະບັບໜຶ່ງທີ່ຮັບຮອງເອົາອະທິປະໄຕຂອງອິດສະລາແອັນສຳລັບພູພຽງ Golan. ເອກະສານສະບັບດັ່ງກ່າວໄດ້ລົງນາມຢູ່ທຳນຽບຂາວດ້ວຍການເປັນສັກຂີພິຍານຂອງທ່ານ ນາຍົກລັດຖະມົນຕີ ອິດສະລາແອັນແລະມີການຄັດຄ້ານຢ່າງແຮງຈາກຫຼາຍປະເທດໃນໂລກ

