ອິກເທື່ອໜຶ່ງ, ຄວາມເຄັ່ງຕິງໄດ້ເກີດຂຶ້ນຄືນໃໝ່ຢູ່ເຂດອ່າວ, ຕອ່ນຄ່ຳວັນທີ 26 ມິຖຸນາ, ກຳລັງທະຫານ ອາເມລິກາ ປະກາດວ່າ ໄດ້ບຸກໂຈມຕີບັນດາເປົ້າໝາຍຢູ່ ອີຣານ ເພື່ອໂຕ້ຕອບການບຸກໂຈມຕີກຳປັ່ນຂົນສົ່ງສິນຄ້າຢູ່ຊ່ອງແຄບມະເລ Hormuz ເມື່ອວັນທີ 25 ມິຖຸນາ.
ຮຸ່ງເຊົາວັນທີ 27 ມິຖະນາ, ສື່ມວນຊົນ ອີຣານ ຢັ້ງຢືນວ່າມີສຽງລະເບີດໃຫ່ຍຢູ່ເຂດນະຄອນ Sirik, ທາງທິດໃຕ້ປະເທດນີ້ ແຕ່ທາດແທ້ຂອງເຫດການດັ່ງກ່າວຍັງບໍ່ທັນໄດ້ກຳນົດເທື່ອ. ກ່ອນນັ້ນ, ກອງບັນຊາສູນກາງ ອາເມລິກາ ຮັບຜິດຊອບພາກພື້ນຕາເວັນອອກກາງ (CENTCOM) ປະກາດວ່າ ກຳລັງທະຫານ ອາເມລິກາ ຢູ່ພາກພື້ນ ໄດ້ບຸກໂຈມຕີບັນດາສະໜາມຮົບລູກສອນໄຟ, radar ແລະ ເຮືອບິນບໍ່ມີຄົນຂັບຂອງ ອີຣານ ຢູ່ເຂດແຄມອ່າວເປີເຊຍ. CENTCOM ຢືນຢັນວ່າ ບັ້ນບຸກໂຈມຕີນີ້ ເພື່ອແນໃສ່ໂຕ້ຕອບເຫດການເຮືອບິນບໍ່ມີຄົນຂັບ ອີຣານ ບຸກໂຈມຕີກຳປັ່ນຂົນສົ່ງສິນຄ້າ M/V Ever Lonely ຂອງ Singapore ຢູ່ ຊ່ອງແຄບມະເລ Hormuz ເມື່ອຕອນບ່າຍວັນທີ 25 ມິຖຸນາ.
