ແຈກຢາຍເຄື່ອງຂອງໃຫ້ແກ່ຊາວ ຢູແກຼນ ທີ່ອົບພະຍົບໄປຍັງ ໂປໂລຍ ໃນວັນທີ 26 ກຸມພາ (ພາບ: PAP/TTXVN)

ຄາດວ່າ ອາເມລິກາ ຈະຮັບຊາວຢູແກຼນ ປະມານ 100.000 ຄົນ ທີ່ຍົກຍ້າຍໄປຍັງປະເທດນີ້. ການກະທຳດັ່ງກ່າວໄດ້ຍົກອອກ ໃນສະພາບການທີ່ທ່ານປະທານາທາບໍດີ ອາເມລິກາ Joe Biden ພວມຢູ່ brussels, ປະເທດ ແບນຊິກ ເພື່ອພົບປະກັບການນຳເອີລົບ ປຶກສາຫາລືກ່ຽວກັບມາດຕະການຮັບມືລວມກັບວິກິດການຢູ່ ຢູແກຼນ. ບັນດາກົນໄກຕ້ອນຮັບຊາວລົບໄພຈາກຢູແກຼນ ໄປຍັງອາເມລິກາ ອາດຈະຜ່ານໂຄງການເຂົ້າມາຕັ້ງຖິ່ນຖານຢູ່ອາເມລິກາ, ໂຄງການອອກວີຊາໃຫ້ຍາດຕິພີ່ນ້ອງ ຫຼືບາງກົນໄກຊົ່ວຄາວຕາມນະໂຍບາຍມະນຸດສະທຳ.