ລະອຽດ, ອັດຕາພາສີ 10% ໄດ້ຈັດວາງສຳລັບ 17 ຄູ່ຮ່ວມມືດ້ານການຄ້າ, ໃນນັ້ນ ມີ ການາດາ, ສະຫະພາບເອີຣົບ (EU), ອິນໂດເນເຊຍ, ອັງກິດ, ເມັກຊີໂກ ແລະ 10 ປະເທດອື່ນ ທີ່ໄດ້ລົງນາມໃນຂໍ້ຕົກລົງກັບ ອາເມລິກາ ກ່ຽວກັບການເພີ່ມທະວີຕ້ານການນຳໃຊ້ແຮງງານແບບບັງຄັບ. ໃນຂະນະນັ້ນ, 43 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອົດສະຕາລີ ຖືກຈັດວາງອັດຕາພາສີ 12,5%.
ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວແມ່ນການກະທຳທີ່ເຂັ້ມແຂງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ວໍຊິງຕັນ ແນໃສ່ຊຸກຍູ້ສິດແຮງງານໃນຂອບເຂດທົ່ວໂລກ, ພ້ອມທັງສ້າງຄວາມຍຸຕິທຳກວ່າໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດ ອາເມລິກາ. ຄຳສັ່ງຈັດວາງອັດຕາພາສີດັ່ງກ່າວ ໄດ້ຮັບການປະຕິບັດຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າ ປີ 1974.
ນັກຂ່າວ VOV ປະຈຳ ອາເມລິກາ
