ຕອນ​ຄ່ຳ​ວັນ​ທີ 1 ກັນ​ຍາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ບັນ​ດາ​ກຳ​ລັງ ອາ​ເມ​ລິ​ກາ ໄດ້​ເລີ່ມດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​​ຄັ້ງ​ໃໝ່​ເລັ່ງ​ໃສ່​ບັນ​ດາ​ເປົ້າ​ໝາຍຢູ່ ອີ​ຣານ, ພາຍຫຼັງກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິດ​ຊະ​ລາມ ອີ​ຣານ (IRGC) ຖືກ​ກ່າວ​ຫາ​ປະ​ຕິ​ບັດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ ກຳ​ປັ່ນ​ການ​ຄ້າ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ແລະ ກຳ​ລັງ ອາ​ເມ​ລິ​ກາ​ ພວມ​ຜັນ​ຂະ​ຫຍາຍ​ໃນ​ພາກ​ພື້ນ.

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຈາກກອງ​ບັນ​ຊາ​ການ​ສູນ ອາ​ເມ​ລິ​ກາ (CENTCOM), ໄລ່​ມາ​ຮອດ​ປະ​ຈຸ​ບັນ, ກຳ​ລັງ​ປະ​ເທດນີ້ ໄດ້​ສົ່ງ​ກຳ​ປັ່ນ 84 ລຳ ໃນ​ຂອບ​ເຂດ​ບັ້ນ​ປິດ​ລ້ອມ​ທະ​ຫານ​ເຮືອ ເລັ່ງ​ໃສ່ ອີ​ຣານ.

ໃນ​ຂະ​ນະ​ນັ້​ນ, ຢູ່ ກູ​ເວດ, ກອງ​ເສ​ນາ​ທິ​ການ​ໃຫ່​ຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ອາ​ເມ​ລິ​ກາ ປະ​ກາດ​ວ່າ ບັນ​ດາ​ລະ​ບົບ​ປ້ອງ​ກັນ​ອາ​ກາດ ພ້ອມ​ທີ່​ຈະ​ໂຕ້​ຕອບ​ບັນ​ດາ UAV ​ທີ່ແຊກ​ຊືມ​ເຂົ້າ​ເຂດ​ນ່ານ​ຟ້າ​ທະ​ເລ.