ວັນ​ທີ 10 ກໍ​ລະ​ກົດ, ທ່ານ Donald Trump ​ປະ​ທາ​ນາ​ທິບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ແລະ ອີ​ຣານ ເຫັນ​ດີ​ສືບ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ, ເຖິງວ່າ​ທ່ານ​ຢັ້ງ​ຢືນ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ສອງ​ຝ່າຍ​ເມື່ອ​ເດືອນ​ກ່ອນ​ໝົດ​ຜົນ​ບັງ​ຄັບ​ໃຊ້​ແລ້ວ. ໃນ​ບົດ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ໄລ Truth Social,ທ່ານ Donald Trump ​ໃຫ້​ຮູ້​ວ່າ ອີ​ຣານ ໄດ້​ສະ​ເໜີ​ສືບ​ຕໍ່​ເຈ​ລະ​ຈາ ແລະ ວໍ​ຊິ​ງ​ຕັນ​ເຫັນ​ດີ, ແຕ່​ເນັ້ນ​ໜັກ​ວ່າ “ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄດ້​ສິ້ນ​ສຸດ​ແລ້ວ”. ຕາມ​ທ່ານ​ແລ້ວ, ບັນ​ດາ​ການ​ແລກ​ປ່ຽນ​ຈະ​ມ​າ​ເຖິງ​ຈະ​ດຳ​ເນີນ​ໃນ​ສະ​ພາບ​ການ ​ອາ​ເມ​ລິ​ກາ ບໍ່​ຖື​ບົດ​ບັນ​ທຶກ​ຊົ່ວ​ຄາວ​ກ່ອນ​ນັ້ນ​ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ອີ​ຣານ​ໄດ້​ປະ​ຕິ​ເສດ​ຖະ​ແຫຼງ​ການ​ຂອງ​ທ່ານ​ Donald Trump ​ປະ​ທາ​ນາ​ທິບໍ​ດີອາ​ເມ​ລິ​ກາ ຢ່າງວ່ອງ​ໄວ. ທ່ານ Esmaeil Baghaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຢັ້ງ​ຢືນ, ເຕ​ເຮ​ຣານ ບໍ່​ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ​ຄືນ. ຕາມ​ສື່ມວນ​ຊົນ​ແຫ່ງ​ລັດ ອີ​ຣານ​ແລ້ວ, ທ່ານ Baghaei ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພຽງ​ແຕ່ຍອມ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ບັນ​ດາ​​ຜູ້​ເປັນ​ກາງ​ໄກ່​ເກ່ຍ ກາ​ຕາເພື່ອ​ແນ​ໃສ່​ແລກ​ປ່ຽນ​ກ່ຍວ​ກັບ​ສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ, ບໍ່​ແມ່ນ​ເພື່ອ​ເລີ່ມ​ຕົ້ນ​ບັນ​ດາ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ ວໍ​ຊິງ​ຕັນ.