ບັນ​ດາ​ຜູ້​ເປັນ​ກາງ​ໄກ່​ເກ່ຍ ປາ​ກິດ​ສະ​ຖານ ແລະ ກາ​ຕາ ຫາ​ກໍ່​ອອກ​ຖະ​ແຫຼງ​ການ​ໂດຍ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ແລະ ອີ​ຣານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເປັນ​ເວ​ລາ 60 ວັນ​ເພື່ອ​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ. ຕາມ​ຖະ​ແຫຼງ​ການ​ຮ່ວມ​ໂດຍ ປາ​ກິດ​ສະ​ຖານ ແລະ ກາ​ຕາ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ​ແລ້ວ, ບັນ​ດາ​ຝ່າຍ​ໄດ້​ສ້າງ​​ຕັ້ງຄະ​ນະ​ກຳ​ມະ​ການ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຕິດ​ຕາມກວ​ດ​ກາ​ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ ອີ​ຣານ ແລະ ອົງ​ການ​ນີ້​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ 60 ວັນ​ມຸ່ງ​ໄປ​ເຖິງ​ຂໍ້​ຕົ​ກ​ລົງ​ຢ່າງ​ເປັນ​ທາງ​ການ​ສະ​ບັບ​ສຸດ​ທ້າຍ.

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບາດ​ກ້າວ​ສ້າງ​ພື້ນ​ຖາ​ນ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ບັນ​ດາ​ການ​ພົບ​ປະ​ດ້ານ​ເຕັກ​ນິກ​ທີ່ກວ້າງ​ໃຫຍ່ກວ່າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ທັນ​ທີ. ກໍ່​ຕາມ​ຖະ​ແຫຼງ​ການ, ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຈະ​ດຳ​ເນີນຕະຫຼອດ​ໃນຫຼາຍອາ​ທິດ​ນີ້. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ສາຍ​ໂທ​ລະ​ສັບ​ຕິດ​ຕໍ​ພົວ​ພັນ​ເພື່ອ​ແນ​ໃສ່ຫຼີກ​ລ້ຽງ​ເກີດ​ຂຶ້ນ​ຄວາມ​ເຂົາ​ໃຈ​ຜິດ ຫຼື​ເຫດ​ການ​ບໍ່​ຄາດ​ຄິດ​ຢູ່​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz.