ກອງທຶນທີ່ມີຊື່ວ່າ ກອງທຶນສ້າງສາຄືນໃໝ່ ແລະ ພັດທະນາ ໄດ້ຮັບການສ້າງຕັ້ງຂຶ້ນຈາກແຫຼ່ງທຶນຂອງບັນດາວິສາຫະກິດ ແລະ ອົງການການເງິນທີ່ມາຈາກ ອາເມລິກາ, ບັນດາເຂດອ່າວ, ອາຊີ, ອາເມລິກາ ໃຕ້ ແລະ ອາຟະລິກາ. ຄາດວ່າ ບັນດາບ້ວງເງິນລົງທຶນ ຈະສຸມໃສ່ບັນດາຂົງເຂດພະລັງງານ, ຄົມມະນາຄົມຂົນສົ່ງ, logistics ແລະ ການຜະລິດ. ກອງທຶນດັ່ງກ່າວໄດ້ຮັບການອອກແບບ ແນໃສ່ສ້າງກຳລັງໜູນດ້ານເສດຖະກິດໃຫ້ແກ່ທັງ ວໍຊິງຕັນ ແລະ ເຕເຮຣານ ໃນວິວັດທະນາການເຈລະຈາຂໍ້ຕົກລົງທີ່ຮອບດ້ານກວ່າໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ອີຣານ ຢັ້ງຢືນວ່າ ສອງຝ່າຍບັນລຸໄດ້ຂອບຂໍ້ຕົກລົງ ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ເດືອນຜ່ານມາ, ເປີດຊ່ອງແຄບທະເລ Hormuz ຄືນໃໝ່ ແລະ ຍົກເລີກການປິດລ້ອມບັນດາການເຄື່ອນໄຫວສົ່ງອອກຂອງ ອີຣານ.
ນັກຂ່າວ VOV ປະຈຳ ອາເມລິກາ
